spot_img
Homeແຈ້ງການແຈ້ງການກ່ຽວກັບການຈັດສັນ ແລະ ຄວບຄຸມການສັນຈອນໃນຊ່ວງໄລຍະຈັດງານບຸນປີໃຫມ່ລາວທີ່ນະຄອນ ຫຼວງພະບາງ

ແຈ້ງການກ່ຽວກັບການຈັດສັນ ແລະ ຄວບຄຸມການສັນຈອນໃນຊ່ວງໄລຍະຈັດງານບຸນປີໃຫມ່ລາວທີ່ນະຄອນ ຫຼວງພະບາງ

Published on

ແຂວງຫຼວງພະບາງ ອອກແຈ້ງການກ່ຽວກັບການຈັດສັນ ແລະ ຄວບຄຸມການສັນຈອນໃນຊ່ວງໄລຍະຈັດງານບຸນປີໃຫມ່ລາວ ພສ 2566,ຄສ 2023 ທີ່ນະຄອນ ຫຼວງພະບາງ.
– ອີງຕາມ: ລາຍການເຄື່ອນໄຫວບຸນປີໃຫມ່ລາວປະຈໍາປີ ພສ 2566,ຄສ 2003 ທີ່ນະຄອນ ຫຼວງພະບາງ .
– ອີງຕາມ: ແຜນການປ້ອງກັນ ແລະ ການຈັດສັນຄວາມເປັນລະບຽບຮຽບຮ້ອຍງານບຸນປີໃຫມ່ລາວ ພສ 2566, ຄສ 2023 ຂອງກອງບັນຊາການ ປກສ ແຂວງຫຼວງພະບາງ.

ເພື່ອເປັນການປ້ອງກັນ, ສະກັດກັ້ນ ແລະ ຫຼຸດຜ່ອນການສັນຈອນແອອັດ, ຕິດຄັດໃນມື້ຈັດງານບຸນປີໃຫມ່ລາວ ພສ 2566 ໃຫ້ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພໃນການສັນຈອນ, ເຮັດໃຫ້ການສະເຫຼີມສະ ຫຼອງປີໃຫມ່ລາວມີຄວາມເບີກບານມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ. ເຈົ້ານະຄອນ ຫຼວງພະບາງ ອອກແຈ້ງການດັ່ງນີ້:
1/. ໃນມື້ວັນທີ 14 / 4 / 2023 ເປັນມື້ຈັດງານຕະຫຼາດນັດມວນຊົນ ( ໂລະລາດ ) ແລະ ລົງດອນຊາຍມຸງຄຸນ: ທາງເຈົ້າ ຫນ້າທີ່ຈະລາຈອນ ປກສ ນະຄອນ ຫຼວງພະບາງ ຈະໄດ້ຈັດສັນ ແລະ ຄວບຄຸມການສັນຈອນຕາມເສັ້ນທາງຄື:
ເວລາ 5:00 ໂມງ ຈະໄດ້ປິດເສັ້ນທາງແຕ່ສາມແຍກອານຸສາວະລີປະທານໄກສອນ ພົມວິຫານ ຫາ ສາມແຍກປາກ ຄານ, ເສັ້ນທາງແຕ່ສີ່ແຍກຕະຫຼາດດາລາ ຫາ ສີ່ແຍກໄປສະນີ, ສີ່ແຍກຕະຫຼາດດາລາ ຫາ ສາມແຍກຫົວພູຂີ້ມາ, ສາມແຍກ ວັດວິຊຸນ ຫາ ສາມແຍກຫົວພູຂີ້ມ້າ, ປິດເສັ້ນທາງບັນດາທາງຮ່ອມຂອງບ້ານທາດຫຼວງ-ບ້ານວັດທາດ-ບ້ານທົ່ງຈະເລີນ ແລະ ປິດທ່າເຮືອບັກ ( ທ່າເຮືອຫຼວງ ) ເພື່ອບໍ່ໃຫ້ພາຫະນະທຸກປະເພດເຂົ້າໄປໃນສະຖານທີ່ຈັດງານບຸນ.
ເວລາ 12:00 ໂມງ ຈະໄດ້ເປີດເສັ້ນທາງແຕ່ສີ່ແຍກຕະຫຼາດດາລາ ຫາ ສີ່ແຍກໄປສະນີ ຫາ ສາມແຍກອານຸສາວະລີ ປະທານໄກສອນ ພົມວິຫານ ແລະ ເປີດເສັ້ນທາງບັນດາທາງຮ່ອມຂອງບ້ານທາດຫຼວງ-ບ້ານວັດທາດ-ບ້ານທົ່ງຈະເລີນ, ພ້ອມ ນັ້ນຈະໄດ້ສືບຕໍ່ປິດແຕ່ສີ່ແຍກໄປສະນີ ຫາ ສາມແຍກປາກຄານ, ສີ່ແຍກຕະຫຼາດດາລາ ຫາ ຫົວພູຂີ້ມ້າ, ສາມແຍກວັດວິຊຸນ ຫາ ຫົວພູຂີ້ມ້າ ແລະ ປິດທ່າເຮືອບັກ ( ທ່າເຮືອຫຼວງ ) ຈົນຮອດເວລາ 18:00 ໂມງ.
2/. ວັນທີ 15 / 4 / 2023 ເປັນມື້ແຫ່ຫລໍ່ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ:
ເລີ່ມແຕ່ເວລາ 9:00 ໂມງ ຈະໄດ້ປິດເສັ້ນທາງແຕ່ສາມແຍກໂຍທາທິການ ຫາ ສີ່ແຍກໄປສະນີ ຫາ ສາມແຍກປາກ ຄານ, ປິດເສັ້ນທາງແຕ່ສີ່ແຍກຕະຫຼາດດາລາ ຫາ ສາມແຍກຫົວພູຂີ້ມ້າ, ແຕ່ສີ່ແຍກຕະຫຼາດດາລາ ຫາ ສີ່ແຍກໄປສະນີ, ແຕ່ ສາມແຍກວິຊຸນ ຫາ ສາມແຍກຫົວພູຂີ້ມ້າ, ປິດບັນດາທາງຮ່ອມຂອງບ້ານທາດຫຼວງ-ບ້ານວັດທາດ-ບ້ານທົ່ງຈະເລີນ ແລະ ປິດ ທ່າເຮືອບັກ(  ທ່າເຮືອຫຼວງ)

ພາຍຫຼັງຂະບວນແຫ່ບໍ່ໄດ້ເຄື່ອນຜ່ານກາຍເສັ້ນທາງສີ່ແຍກໄປສະນີ ຈະໄດ້ເປີດນໍາໃຊ້ເສັ້ນທາງແຕ່ສີ່ແຍກຕະຫຼາດດາ ລາ ຫາ ສີ່ແຍກໄປສະນີ ຫາ ສາມແຍກພະແນກໂຍທາ ແລະ ເປີດເສັ້ນທາງບັນດາທາງຮ່ອມຂອງບ້ານທາດຫຼວງ-ບ້ານວັດ ທາດ-ບ້ານທົ່ງຈະເລີນ, ພ້ອມນັ້ນຈະໄດ້ສືບຕໍ່ປິດແຕ່ສີ່ແຍກໄປສະນີ ຫາ ສາມແຍກປາກຄານ, ສີ່ແຍກຕະຫຼາດດາລາ ຫາ ຫົວ ພູຂີ້ມ້າ, ສາມແຍກວັດວິຊຸນ ຫາ ຫົວພູຂີ້ມ້າ ແລະ ປິດທ່າເຮືອບັກ ( ທ່າເຮືອຫຼວງ ) ຈົນຮອດເວລາ 18:00 ໂມງ. 3/. ວັນທີ 16 / 4 / 2023 ເປັນມື້ແຫ່ຫລໍ່ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ:
ເລີ່ມແຕ່ເວລາ 9:00 ໂມງ ຈະໄດ້ປິດເສັ້ນທາງແຕ່ຫນ້າຫ້ອງວ່າການປົກຄອງແຂວງ ຫາ ສີ່ແຍກໄປສະນີ ຫາ ສາມ ແຍກປາກຄານ, ປິດເສັ້ນທາງແຕ່ສີ່ແຍກຕະຫຼາດດາລາ ຫາ ສາມແຍກຫົວພູຂີ້ມ້າ, ແຕ່ສີ່ແຍກຕະຫຼາດດາລາ ຫາ ສີ່ແຍກໄປ ສະນີ, ແຕ່ສາມແຍກວິຊຸນ ຫາ ສາມແຍກຫົວພູຂີ້ມ້າ, ປິດບັນດາທາງຮ່ອມຂອງບ້ານວັດທາດ-ບ້ານທົ່ງຈະເລີນ ແລະ ປິດທ່າ ເຮືອບັກ ( ທ່າເຮືອຫຼວງ ).
ພາຍຫຼັງຂະບວນແຫ່ບໍ່ໄດ້ສໍາເລັດພິທີ ຈະໄດ້ເປີດນໍາໃຊ້ເສັ້ນທາງແຕ່ສີ່ແຍກຕະຫຼາດດາລາ ຫາ ສີ່ແຍກໄປສະນີ ຫາ ສາມແຍກຫນ້າຫ້ອງວ່າການປົກຄອງແຂວງ ແລະ ເປີດເສັ້ນທາງບັນດາທາງຮ່ອມຂອງບ້ານວັດທາດ-ບ້ານທົ່ງຈະເລີນ,ພ້ອມນັ້ນ ຈະໄດ້ສືບຕໍ່ປິດແຕ່ສີ່ແຍກໄປສະນີ ຫາ ສາມແຍກປາກຄານ, ສີ່ແຍກຕະຫຼາດດາລາ ຫາ ຫົວພູຂີ້ມ້າ, ສາມແຍກວັດວິຊຸນ ຫາ ຫົວພູຂີ້ມ້າ ແລະ ປິດທ່າເຮືອບັກ ( ທ່າເຮືອຫຼວງ ) ຈົນຮອດເວລາ 18:00 ໂມງ.
4/.ສໍາລັບພໍ່ແມ່ປະຊາຊົນ,ຫົວຫນ່ວຍທຸລະກິດທີ່ມີພາຫະນະສ່ວນຕົວ ລວມທັງພາຫະນະຂົນສົ່ງສິນຄ້າ ແລະ ອື່ນໆຖ້າ ຢາກນໍາໃຊ້ແມ່ນໃຫ້ເອົາອອກມາຈອດໄວ້ນອກສະຖານທີ່ຈັດງານດັ່ງກ່າວ ແລະ ເຂົ້າ-ອອກ ກ່ອນເວລາປິດເສັ້ນທາງທີ່ໄດ້ກໍາ
ນົດໃນແຕ່ລະວັນ.
5/.ທ່ານໃດຫາກມີຈຸດປະສົງເດີນທາງຂ້າມຜ່ານໄປ-ມາ ລະຫວ່າງນະຄອນ ຫຼວງພະບາງ ກັບ ເມືອງຈອມເພັດແມ່ນໃຫ້ ໄປນໍາໃຊ້ເສັ້ນທາງ ແລະ ທ່າເຮືອບ້ານຊຽງແກ້ວ.
6/.ທ່ານໃດຫາກມີຈຸດປະສົງທີ່ຈະເຂົ້າໄປຮ່ວມງານບູນແມ່ນໃຫ້ຈອດລົດຂອງທ່ານໄວ້ຕາມສະຖານທີ່ຕ່າງໆຄືດັ່ງນີ້: ສະ ຖານທີ່ເດີ່ນຊາວມັງກອນ, ອອ້ມຮອບສວນສາທາລະນະລ້ານຊ້າງ, ໂຮງຮຽນມັດທະຍົມສົມບູນພັນຫຼວງ, ໂຮງຮຽນມັດທະ ຍົມສົມບູນສັນຕິພາບ, ສະຖານີຂົນສົ່ງລົດຕູ້ບ້ານນາຫຼວງ, ສະຖານີຂົນສົ່ງລົດເມບ້ານນາຫຼວງ, ອ້ອມຮອບສະຫນາມກິລາ ນາຫຼວງ ແລະ ສະຖານທີ່ອື່ນໆຕາມຄວາມເຫມາະສົມ.
7/. ບັນດາຂໍ້ຫ້າມ: – ວັນທີ 14 / 4 / 2023 ເປັນມື້ຈັດງານຕະຫຼາດນັດມວນຊົນ ( ໂລະລາດ ): ແຕ່ເວລາ 5:00ໂມງ ຫາ 12:00 ໂມງ ຫ້າມຈອດລົດຕາມເສັ້ນທາງແຕ່ສາມແຍກອານຸສາວະລີປະທານໄກສອນ ພົມວິຫານ ຫາ ປາກຄານ ແລະ ແຕ່ສີ່ແຍກໄປສະນີ ຫາ ສີ່ແຍກຕະຫຼາດດາລາ ທີ່ເປັນການກີດຂວາງສະຖານທີ່ຈັດງານວາງສະແດງຂາຍສິນຄ້າ ຢ່າງເດັດຂາດ.
– ວັນທີ 15 – 16 / 4 / 2023 ເປັນມື້ແຫ່ວໍຂຶ້ນລ່ອງ: ແຕ່ເວລາ 8:00 ໂມງ ຫາ 18:00 ໂມງ ຫ້າມຈອດລົດຕາມເສັ້ນ ທາງແຕ່ສາມແຍກໂຍທາທິການ ຫາ ສາມແຍກປາກຄານ ທີ່ເປັນການກີດຂວາງຂະບວນແຫ່ວໍ ຢ່າງເດັດຂາດ.
– ຫ້າມຈອດລົດຮຽງກັນສອງຟາກທາງຢູ່ບັນດາເສັ້ນທາງຄັບແຄບ ເຊີ່ງເປັນສາເຫດເຮັດໃຫ້ການສັນຈອນຕິດຄັດ ຢ່າງເດັດຂາດ

8/.ນອກຈາກການກໍານົດບັນດາເນື້ອໃນຂ້າງເທີງ ຜູ້ຂັບຂີ່ພາຫະນະທຸກປະເພດຕ້ອງປະຕິບັດຕາມການແນະນໍາ ແລະ ຊີ້ບອກຂອງເຈົ້າຫນ້າທີ່ຕໍາຫຼວດຈະລາຈອນຢ່າງເຂັ້ມງວດ.
ດັ່ງນັ້ນ; ເຈົ້ານະຄອນ ຫຼວງພະບາງ ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ໃຫ້ການຮ່ວມມືຕາມແຈ້ງການສະບັບນີ້ ໃຫ້ໄດ້ຮັບຜົນດີ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...