Homeຂ່າວພາຍ​ໃນຕມ ປະຈໍາດ່ານລາວ-ໄທ 1 ກຽມພ້ອມອໍານວຍຄວາມສະດວກ ການເຂົ້າ-ອອກເມືອງ

ຕມ ປະຈໍາດ່ານລາວ-ໄທ 1 ກຽມພ້ອມອໍານວຍຄວາມສະດວກ ການເຂົ້າ-ອອກເມືອງ

Published on

ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃຫ້ສໍາພາດຕໍ່ນັກຂ່າວ ໃນວັນທີ 10 ເມສາ 2023 ວ່າ: ຄະນະພັກ-ຄະນະບັນຊາ ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີຄວາມພ້ອມໃນການເຮັດໜ້າທີ່ປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍ ຕິດພັນກັບວຽກງານວິຊາສະເພາະ ກວດຄົນເຂົ້າ-ອອກເມືອງ; ສໍາລັບການກວດກາຄົນເຂົ້າ-ຄົນອອກ ແລະ ລົດຂົນສົ່ງສິນຄ້າ ແມ່ນຈະໄດ້ເອົາໃຈໃສ່ກວດກາຢ່າງເຂັ້ມງວດ ໂດຍປະຕິບັດຕາມລະບຽບການເຂົ້າ-ອອກເມືອງ, ທັງຕິດຕາມກວດກາເອກະສານເດີນທາງຂອງຜູ້ໂດຍສານ, ພາຫະນະເຂົ້າ-ອອກ ແລະ ຜູ້ໂດຍສານມາກັບລົດ, ເພື່ອສະກັດກັ້ນການລັກລອບເຂົ້າ-ອອກບໍ່ຖືກຕ້ອງ ແລະນຳສິ່ງທີ່ຜິດກົດໝາຍເຂົ້າ-ອອກ ແລະ ເປັນການອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມ ບຸນປີໃໝ່ລາວ ປະຈໍາປີ 2023 ໃຫ້ມີຄວາມສະດວກວ່ອງໄວ, ຮັບປະກັນໄດ້ຄວາມສະຫງົບ-ປອດໄພດີ.

ພັທ ກິດ່ອນ ກິວົງໄຊ ໃຫ້ຮູ້ອີກວ່າ: ໂດຍພື້ນຖານແລ້ວ ຄະນະດ່ານກໍໄດ້ເອົາໃຈໃສ່ ເຮັດວຽກງານປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນດ່ານຕະຫຼອດມາ ໂດຍມີການປ້ອງກັນເວນຍາມຢູ່ພາຍໃນດ່ານ; ເຊິ່ງໃນປີໄລຍະບຸນປີໃໝ່ລາວນີ້ ຄະນະດ່ານກໍໄດ້ປະຕິບັດຕາມແຜນປ້ອງກັນຂອງຂັ້ນເທິ່ງ ໂດຍໄດ້ສ້າງແຜນປ້ອງກັນສະເພາະຂອງດ່ານ, ທັງກຳນົດຈຸດປ້ອງກັນ ແລະຈັດວາງກຳລັງເຈົ້າໜ້າທີ່ ຕມ, ເຈົ້າໜ້າທີ່ປ້ອງກັນດ່ານ ແລະຈາລະຈອນປະຈຳດ່ານ ເຂົ້າໃສ່ແຕ່ລະຈຸດ.

ນອກຈາກນີ້ ຍັງມີກຳລັງວິຊາສະເພາະພາກສ່ວນທີ່ກ່ຽວຂ້ອງຢູ່ພາຍໃນດ່ານ ເຮັດໜ້າທີ່ປ້ອງກັນເວນຍາມຊ່ວຍເຈົ້າໜ້າທີ່ອີກຈໍານວນໜຶ່ງ, ເຊິ່ງເວລາເປີດ-ປິດດ່ານ ປົກກະຕິແມ່ນ ເວລາ 06:00 ໂມງ-22:00 ໂມງ, ກໍລະນີມີເຫດສຸກເສີນຈໍາເປັນເຂົ້າ-ອອກດ່ານ ນອກໂມງເວລາທີ່ກໍານົດໄວ້ ຕ້ອງໄດ້ພົວພັນຫາເຈົ້າໜ້າທີ່ປະຈໍາດ່ານ ຈະໄດ້ສົມທົບກັບດ່ານກົງກັນຂ້າມ ເພື່ອອໍານວຍຄວາມສະດວກໃນການເຂົ້າ-ອອກ, ຖ້າຫາກພົບເຫັນບຸກຄົນອອກເມືອງ ທີ່ເປັນຄົນລາວບໍ່ມີເອກະສານຄົບຖ້ວນ ແມ່ນຈະແນະນໍາໃຫ້ປະກອບເອກສານກ່ອນ, ຫາກເປັນຊາວຕ່າງປະເທດທີ່ຈະເຂົ້າມາ ແມ່ນຈະສົ່ງຄືນກັບ.

ຂໍຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນບັນດາເຜົ່າ ແລະຊາວຕ່າງປະເທດ ທີ່ມີຈຸດປະສົງຈະເຂົ້າ-ອອກດ່ານ, ເຂົ້າມາທ່ຽວຊົມບຸນປີໃໝ່ລາວ ປະຈໍາປີ 2023 ຈົ່ງໃຫ້ການຮ່ວມມືກັບເຈົ້າໜ້າທີ່ ທຸກພາກສ່ວນໃນການປະຕິບັດໜ້າທີ່ ແລະບຸກຄົນໃດມີຈຸດປະສົງເຂົ້າ-ອອກດ່ານ ຕ້ອງກວດກາເອກະສານຂອງຕົນໃຫ້ລະອຽດຄົບຖ້ວນ ເພື່ອຄວາມສະດວກວ່ອງໄວໃນການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ຕມ ດ່ານ ແລະຕົນເອງ; ພ້ອມທັງມີສະຕິໃນການໄປ-ມາ, ປົກປັກຮັກສາຊັບສິນ, ເບິ່ງແຍງລູກຫຼານຂອງຕົນ ເພື່ອເຮັດໃຫ້ບຸນປີໃໝ່ລາວປີນີ້ ມີຄວາມເບີກບານມ່ວນຊື່ນ ແລະມີຄວາມສະຫງົບ-ປອດໄພ.

ທີ່ມາ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...