spot_img
Homeຂ່າວອຸບັດຕິເຫດສະຖິຕິອຸບັດຕິເຫດ ທົ່ວປະເທດ ປະຈໍາເດືອນ ມີນາ 2023

ສະຖິຕິອຸບັດຕິເຫດ ທົ່ວປະເທດ ປະຈໍາເດືອນ ມີນາ 2023

Published on

ອີງຕາມ FM90 ລາຍງານບົດສະຫຼຸບ ສະຖິຕິອຸບັດຕິເຫດ ທົ່ວປະເທດ ປະຈໍາເດືອນ ມີນາ 2023 ຂອງກົມໃຫຍ່ຕໍາຫຼວດ ກົມຕໍາຫຼວດຈາລະຈອນ ໃຫ້ຮູ້ວ່າ: ໃນເດືອນດຽວ ມີອຸບັດຕິເຫດທາງລົດ ເກີດຂຶ້ນ ໃນທົ່ວປະເທດ ທັງໝົດ 617 ຄັ້ງ, ມີຜູ້ເສຍຊີວິດ ທົ່ວປະເທດ 95 ຄົນ ເພີ່ມຂຶ້ນ 6 ຄົນ ທຽບໃສ່ເດືອນ ກຸມພາ 2023.

ສາເຫດ ຂອງການເກີດອຸບປະຕິເຫດ ຫຼາຍທີ່ສຸດແມ່ນໃຊ້ການດື່ມສິ່ງມຶນເມົາ: 135 ກໍລະນີ, ປ່ຽນທິດທາງເດີນ 108 ກໍລະນີ, ບໍ່ປ່ອຍສິດ 104 ກໍລະນີ ແລະ ຄວາມໄວເກີນ 100 ກໍລະນີ, ຕາມລໍາດັບ ແລະ ອຸບັດຕິເຫດຫຼາຍກ່ວາໝູ່ ແມ່ນຢູ່ໃນໄລຍະ 17:00-24:00 ເກີດຂຶ້ນເຖິງ 446 ກໍລະນີ !!! ວັນເກີດອຸບປະຕິເຫດ ຫຼາຍກ່ອນໝູ່ ແມ່ນ ວັນເສົາ, ວັນສຸກ ແລະ ວັນອາທິດ ຕາມລໍາດັບ.

ອາຊີບ ຂອງຜູ້ຂັບຂີ່ ທີ່ເກີດອຸບັດຕິເຫດ ຫຼາຍກ່ວາໝູ່ ແມ່ນ 1) ຫວ່າງງານ, 2) ກໍາມະກອນ 3) ຄ້າຂາຍ ແລະ 4) ນັກສຶກສາ ຕາມລໍາດັບ ສ່ວນກຸ່ມອາຍຸ ທີ່ມັກເກີດອຸບັດຕິເຫດແມ່ນ 16-30 ປີ ມີເຖິງ 993 ກໍລະນີ !ແຂວງທີ່ເກີດ ອຸບັດຕິເຫດຫຼາຍກ່ວາໝູ່ ຫຼາຍກ່ວາໝູ່ ແມ່ນນະຄອນຫຼວງວຽງຈັນ, ຈໍາປາສັກ, ແລະ ສະຫວັນນະເຂດ ຕາມລໍາດັບ.

ຂໍ້ມູນ: Lao Youth Radio FM 90.0 Mhz

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...