Homeຂ່າວຕ່າງປະເທດຊົນເຜົ່າພື້ນເມືອງຊູດານ ປະທະເດືອດ! ເສຍຊີວິດຢ່າງໜ້ອຍ 133​ ຄົນ!

ຊົນເຜົ່າພື້ນເມືອງຊູດານ ປະທະເດືອດ! ເສຍຊີວິດຢ່າງໜ້ອຍ 133​ ຄົນ!

Published on

557000014165501

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 28 ພະຈິກນີ້ວ່າ ເກີດການປະທະກັນຢ່າງຮຸນແຮງລະຫວ່າງສະມາຊິກຊົນເຜົ່າ

ມິສເຊຣິຍາ ເຊື້ອສາຊີອູດ ກັບສະມາຊິກຊົນເຜົ່າດຽວກັນທີ່ມີເຊື້ອສາຍ ອາວລັດ ອຳຣານ ເຊິ່ງເປັນເຫດເຮັດໃຫ້ມີຜູ້ເສຍຊີ

ວິດໄປແລ້ວຢ່າງໜ້ອຍ 133 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ ເຊິ່ງບໍ່ສາມາດລະບຸຈຳນວນໄດ້ຊັດເຈນອີກເປັນຈຳນວນຫຼາຍ

ນັບຕັ້ງແຕ່ມີຂໍ້ຂັດແຍ່ງລະເບີດຂຶ້ນໃນວັນທີ 23 ພະຈິກ ທີ່ຜ່ານມາ.

 

ແຫລ່ງຂ່າວລະບຸວ່າ ຕົ້ນຕໍຂອງການປະທະກັນເອງຂອງສະມາຊິກຊົນເຜົ່າມິສເຊຣິຍາໃນເທື່ອນີ້ ແມ່ນເກີດມາຈາກການ

ຂັດແຍ່ງກັນເລື່ອງທີ່ດິນທຳກິນໃນເຂດອັນ-ກູວິກ ທີ່ຢູ່ບໍ່ໄກຈາກຊາຍແດນປະເທດຊູດານໃຕ້ ໂດຍຕ່າງຝ່າຍຕ່າງໃຊ້ອາ

ວຸດເຂົ້າປະຫັດປະຫານກັນ ເຊິ່ງປະກອບມີທັງປືນກົນຕ່າງໆ ໃນຂະນະທີ່ບໍ່ມີການສົ່ງທະຫານຂອງລັດຖະບານເຂົ້າມາຄວບ

ຄຸມສະຖານະການແຕ່ຢ່າງໃດ.

Soudan, Sudan, South Kordofan, Kordofan du Sud, Kordofan méridionale, Monts Noubas, Nuba mountains

557000014165503

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...