Homeຂ່າວພາຍ​ໃນສຶກສາອົບຮົມປະຊາຊົນຜູ້ບຸກລຸກ ຕົ້ນໄມ້-ທຳລາຍປ່າ ເຂດປ່າສະຫງວນແຫ່ງຊາດ ພູພະນັງ

ສຶກສາອົບຮົມປະຊາຊົນຜູ້ບຸກລຸກ ຕົ້ນໄມ້-ທຳລາຍປ່າ ເຂດປ່າສະຫງວນແຫ່ງຊາດ ພູພະນັງ

Published on

ພິທີສຶກສາອົບຮົມປະຊາຊົນ ຜູ້ບຸກລຸກ ຕົ້ນໄມ້-ທຳລາຍປ່າ ເຂດປ່າສະຫງວນແຫ່ງຊາດ ພູພະນັງ ເຂດບ້ານໂພນສົມບູນຈັດຂື້ນໃນວັນທີ 29 ມີນາ 2023 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ພາຍໄຕ້ການເປັນປະທ່ານ ຂອງ ທ່ານ ສົມປະສົງ ສຸວົງຄຳຈັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໂພນໂຮງ, ທ່ານ ອົງອາດ ໄຊຍະແສນ ຫົວໜ້າກອງກວດກາປ່າໄມ້ແຂວງ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ຄອບຄົວເປົ້າໝາຍບ້ານໂພນສົມບູນເຂົ້າຮ່ວມ.

ທ່ານ ຫົງທອງ ວົງສຸກ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງຕ່າງໜ້າຄະນະຮັບຜິດຊອບໄດ້ໃຫ້ຮູ້ຈຸດປະສົງການສຶກສາອົບຮົມຕໍ່ຜູ້ລະເມີດ ເຂດປ່າສະຫງວນໄດ້ກ່າວວ່າ: ເພື່ອເປັນການເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້ ແລະ ຄວາມສຳຄັນຂອງປ່າໄມ້,ຊັບພະຍາກອນປ່າໄມ້ໃຫ້ພໍ່ແມ່ປະຊາຊົນໃຫ້ຮັບຮູ້ມີຄວາມເຂົ້າໃຈ ຕໍ່ລະບຽບ ກົດໝາຍ ໃນການປົກປັກຮັກສາປ່າໄມ້ແນ່ໃສ່ເຮັດໃຫ້ຜູ້ລະເມີດໃຫ້ມີຄວາມຕື່ນຕົວ ຢຸດຕິການບຸກລຸກ ຕົ້ນໄມ້-ທຳລາຍປ່າໄມ້ເຂດປ່າສະຫງວນໃຫ້ລົດໜ້ອຍລົງ.

ການສຶກສາອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 65 ຄົນ ເຂດບ້ານໂພນສົມບູນ ຜູ້ຮັບການສຶກສາອົບຮົມຈະໄດ້ຮັບຟັງການເຜີຍແຜ່ເປັນຕົ້ນກົດໝາຍວ່າດ້ວຍປ່າໄມ້, ຄວາມສຳຄັນຂອງປ່າໄມ້ແລະບາງມາດຕາກ່ຽວກັບກົດໝາຍແພ່ງແລະກົດໝາຍອາຍາກ່ຽວກັບປ່າໄມ້ ເພື່ອໃຫ້ຜູ້ໄດ້ຮັບການສຶກສາອົບຮົມໄດ້ຮັບຮູ້ມີຄວາມເຂົ້າໃຈ ແລະ ເປັນເຈົ້າການປະຕິບັດກົດໝາຍຢ່າງເຂັ້ມງວດ.

ທີ່ມາ ນັກຂ່າວເມືອງໂພນໂຮງ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...