spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຊາຊິມິ ປາດິບ ດີແທ້ ຫລື ອັນຕະລາຍ?

ຊາຊິມິ ປາດິບ ດີແທ້ ຫລື ອັນຕະລາຍ?

Published on

Daruma-73090

ຊາ​ຊິ​ມິ ຄື ​ໜຶ່ງ​ໃນ​ອາຫານ​ຍີ່​ປຸ່ນ ທີ​ຄົນ​ຈຳນວນ​ຫລາຍ​ຕ່າງ​ກໍ​ຫລົງ​ໃຫລ​ໃນ​ຄວາມ​ສົດ ແຊບ ໂດຍ​ສຳຫລັບ​ຄົນ​ຍີ່​ປຸ່ນ ປາ​ດິບ ຖື​ວ່າ ​ເປັນ​ຢາ​ອາ​ຍຸ​ວັດ​ທະນະ​ຂອງ​ຊາວ​ຍີ່​ປຸ່ນ ເປັນ​ອາຫານ​ປະຈຳ​ຊາດ ແລະ​ ຊາວ​ຍີ່​ປຸ່ນ ຍັງ​ຖື​ວ່າ​ເປັນ​ອາຫານ​ພິເສດ​ ດັ່ງ​ນັ້ນ​ວັດທະນະທຳ​ການ​ກິນ ປາ​ດິບ ຈຶ່ງ​ຕ້ອງ​ມີ​ຄວາມ​ພິ​ຖີ​ພິ​ຖັນ ໃນ​ທຸກ​ຂັ້ນ​ຕອນ​ຂອງ​ລາຍ​ລະອຽດ ເລີ່ມ​ຕັ້ງ​ແຕ່​ການ​ລ້ຽງ​ປາ ການ​ຈັບ ການ​ແປ​ຮູບ ການ​ປຸງ ລວມ​ເຖິງ​ລົດ​ຊາດ ແລະ ​ການ​ຕົກ​ແຕ່ງ​ໜ້າ​ຕາ​ອາ​ຫານ

ສຳຫລັບ​ຄົົນທີ່​ຮັກ​ອາຫານ​ຍີ່​ປຸ່ນ ໂດຍ​ສະເພາະ​ເມ​ນູ​ທີ່​ແຊບຊ້ອຍ​ກໍ່ຄື ​ຊາ​ຊິ​ມິ ​ຫລື  ປາ​ດິບ ຄົງ​ຮູ້​ດີ​ວ່າ ​ເປັນຫຍັງ​ເຖິງ​ຢືນຢັນ​ໃນ​ສະເໜ່ແບບ​ດິບໆ ຈາກ​ທຳມະຊາດ ເຊິ່ງ​ໃນ​ອີກ​ມຸມ​ຂອງ​ຄົົນທີ່​ບໍ່​ມັກ​ເລີຍ ກໍ​ບໍ່​ອາດ​ເຂົ້າ​ໃຈ​ໄດ້​ເລີຍ​ວ່າ ການກິນ​ປາ​ທີ່​ບໍ່​ຜ່ານ​ການ​ປຸງ​ແຕ່ງ ບໍ່​ຜ່ານ​ຄວາມ​ຮ້ອນ​ມັນ​ຈະ​ແຊບ​ໄດ້​ແບບໃດ ແລະ ​ຈະ​ມີ​ປະໂຫຍດ​ຫຍັງ​ໄດ້ ແນ່ນອນ​ວ່າ ​ອາຫານ​ທຸກ​ເມ​ນູ​ມີ​ສອງ​ດ້ານ ສຳລັບ ປາ​ດິບ ມີ​ດ້ານ​ດີ ​ຄື ​ຄວາ​ມແຊບຊ້ອຍ ​ແລະ ​ຄຸນ​ປະໂຫຍດ​ຕໍ່​ສຸຂະພາບ ແລະ​ ດ້ານ​ຮ້າຍ​ທີ່​ແຝງ​ມາ ກໍ​ມີ​ເຊັ່ນ​ກັນ

ສານ​ອາຫານ​ທີ່​ໄດ້​ຈາກ ປາ​ດິບ

  1. ໄຂ​ມັນ: ດ້ວຍ​ຄວາມ​ທີ່​ອາຫານ​ດິບ​ຈະ​ເນັ້ນ​ຜັກ​ກັບ​ຫມາກໄມ້ ປະລິມານ​ໄຂ​ມັນ​ທີ່​ຮັບ​ຈຶ່ງ​ຢູ່​ລະຫວ່າງ​ 20-35 ສ່ວນຮ້ອຍ ຂອງ​ປະລິມານ​ແຄ​ລໍ​ລີທັງ​ໝົດ​ ທີ່​ຄວນ​ໄດ້ຮັບ​ຈາກ​ໄຂ​ມັນ​ໃນ​ແຕ່​ລະ​ມື້ ຂໍ້​ດີ​ຄື​ໄຂ​ມັນ​ເຫລົ່າ​ນີ້​ຈະ​ເປັນ​ພວກ​ໄຂ​ມັນ​ບໍ່​ອີ່ມ​ໂຕ​ທີ່​ດີ​ນໍາອີກ
  2. ໂປ​ຕີນ: ແມ່ນ​ຈະ​ບໍ່​ໄດ້​ກິນ​ຊີ້ນ​ສັດ​ຫລວງຫລາຍ ແຕ່​ໂປ​ຕີນ​ກໍ​ຍັງ​ຢູ່ໃນ​ລະ​ດັບ​ພໍ​ດີໆ ດ້ວຍ​ຜັກ​ໃບ​ຂຽວ ເມັດ​ພືດ ແລະ ​ຖົ່ວ
  3. ຄາລ​ໂບ​ໄຮ​ເດດ: ບໍ່​ຫລາຍ ​ແລະ ​ບໍ່​ໜ້ອຍ​ເກີນ​ໄປ
  4. ເກືອ: ຕ້ອງ​ແຍກ​ລະຫວ່າງ​ການ​ກິນ​ອາຫານ​ແບບ Raw Food ກັບ​ອາຫານ ​ຍີ່​ປຸ່ນ ໂດຍ​ຢ່າງ​ທໍາອິດ​ນັ້ນ​ຈະ​ພົບ​ວ່າ ກາ​ນກິນ​ເກືອ​ໜ້ອຍ​ລົງ​ຫລາຍ ​ແລະ ​ຢູ່ໃນ​ປະລິມານ​ທີ່​ແນະ​ນຳ​ຄື ໂຊ​ດຽມ​ບໍ່​ເກີນ​ມື້​ລະ 2, 300 ມິລິ​ກຣາມ (ຍົກ​ເວັ້ນ​ຜູ້​ສູງ​ອາ​ຍຸ​   ຜູ້​ປ່ວຍ​ຄວາມ​ດັນ​ເລືອດ​ສູງ ເບົາ​ຫວານ ຫລື ​ພະຍາດ​ຫມາກໄຂ່ຫລັງ​ຊຳເຮື້ອ ເຊິ່ງ​ຈຳ​ກັດ​ໄວ້​ບໍ່​ເກີນ 1, 500 ມິ​ລິ​ກຣາມ) ໃນ​ທາງ​ກົງ​ກັນ​ຂ້າມ​ການ​ໃຊ້​ ໂຊ​ຍຸ ​ອາດ​ເຮັດໃຫ້​ລະ​ດັບ​ໂຊ​ດຽມ​ ​ສູງ​ຂຶ້ນ​ໄດ້​ງ່າຍໆ

ປາ​ດິບ ມີ​ຜົນ​ກັບ​ພະຍາດ​ເບົາ​ຫວານ

ສິ່ງ​ທີ່​ເຮົາ​ຄວນ​ຮູ້​ຄື ການ​ມີ​ນ້ຳ​ໜັກ​ໂຕເພີ່ມ​ຫລາຍ​ຂຶ້ນ​ຈາກ​ການ​ໄດ້ຮັບ​ແຄ​ລໍ​ລີ (ບໍ່​ວ່າ​ ແຄ​ລໍ​ລີນັ້ນ​ຈະ​ມາ​ຈາກ​ໃສ​ກໍ​ຕາມ) ຈະ​ເຮັດໃຫ້​ລະ​ດັບ​ພາ​ວະ​ການ​ຕ້ານ​ ອິນ​ຊູ​ອິນ ​ເພີ່ມ​ຂຶ້ນ ດັ່ງ​ນັ້ນ ໃນ​ທາງ​ກັບ​ກັນ ການ​ຫລຸດ​ນ້ຳ​ໜັກ​ ແລະ ​ຮັກສາໃຫ້​ຢູ່ໃນ​ລະ​ດັບ​ນັ້ນ​ເອົາ​ໄວ້ ກໍ​ຈະ​ຊ່ວຍຫ​ລຸດ​ຄວາມ​ສ່ຽງ​ເປັນ​ເບົາ​ຫວານ​ໄດ້

ຂໍ້​ດີຂ​ອງ ປາ​ດິ

  1. ດີ​ຕໍ່​ຫົວໃຈ

ໂດຍ​ທົ່ວ​ໄປ​ແລ້ວ ​ຊູ​ຊິ ​ຈະໃຫ້​ໂປ​ຕີນ​ຄຸນນະພາບ​ດີ ແຕ່​ ແຄ​ລໍ​ລີ​ຕ່ຳ ມັນ​ມີ​ໄຂ​ມັນ​ອີ່ມ​ໂຕ​ແລະ​ ຄໍ​ເລດ​ເຕີ​ລໍ ​ຢູ່​ໜ້ອຍ​ຫລາຍ​ຈຶ່ງ​ດີ​ຕໍ່​ຫົວ​ໃຈ​ ໂດຍ​ສະເພາະ​ຢ່າງ​ຍິ່ງ ​ແຊວ​ມອນ ເຊິ່ງ​ມີ​ໂອ​ເມ​ກ້າ3 ຢູ່​ສູງ ເຊັ່ນ​ດຽວ​ກັບ​ປາ​ທູ​ນ້າ ສ່ວນ​ໂຕ ​ສາ​ລ່າຍ ​ຍິ່ງ​ເຕັມ​ໄປ​ດ້ວຍ​ແຮ່ທາດ​ຫລວງຫລາຍ ເຊັ່ນ ໄອ​ໂອ​ດີນ ເຊິ່ງ​ຈຳ​ເປັນ​ຕໍ່​ລະບົບ​ຮໍ​ໂມນ​ທີ່​ປົກກະຕິ ນອກ​ຈາກ​ນີ້​ ການ​ກິນ ປາ​ດິບ ຫລື ​ຈຳ​ພວກ​ຊູ​ຊິ ​ຍັງ​ໄດ້ ​ແມກ​ນີ​ຊຽມ ທາດ​ເຫລັກ ແລະ​ ໄຟ​ໂຕນິວ​ຊຽນ ​ທີ່​ເປັນ​ສານ​ຕ້າ​ນອາ​ນຸ​ມູນ​ອິດ​ສະລະ

  1. ຊ່ວຍ​ເລື່ອງ​ຂັບ​ຖ່າຍ

ນອກ​ຈາກ​ຊູ​ຊິ​ແລ້ວ ນ້ຳ​ສົ້ມ​ສາຍ​ຊູ​ທີ່​ໃຊ້​ໃນ​ການເຮັດ​ຊູ​ຊິ​ກໍ​ມີ​ຄຸນສົມບັດ​ຕ້ານ​ແບັກ​ທີ​ເລຍ​ເຊັ່ນ​ກັນ ນີ້ເປັນ​ເຫດຜົນ​ວ່າ ​ເປັນຫຍັງ​ນ້ຳ​ສົ້ມ​ສາຍ​ຊູ​ຈຶ່ງ​ຖືກ​ໃຊ້​ໃນ​ກາ​ນ​ນໍາອາຫານ​ມາ​ຕັ້ງ​ແຕ່​ບູຮານ ມັນ​ຊ່ວຍ​ເລື່ອງ​ການ​ຂັບ​ຖ່າຍ ຫລຸດ​ຄວາມ​ສ່ຽງ​ເປັນ​ຄວາມ​ດັນ​ເລືອດ​ສູງ

ຂໍ້​ເສຍຂ​ອງ ປາ​ດິ

  1. ແຄ​ລໍ​ລີ​​ແຝງມານໍາ

ເພາະ​ເຄື່ອງ​ປຸງ​ສ່ວນ​ໃຫຍ່​ຂອງ ​ຊູ​ຊິ ​ຈະ​ຖືກ​ມ້ວນ ຫລື​ ປັ້ນ​ເປັນ​ກ້ອນ​ນ້ອຍໆ ບາງ​ເທື່ອ​​ກໍ​ອາດຈະ​ລືມ​ໄປ​ວ່າ ມັນ​ມີ​ແຄ​ລໍ​ລີ​ຫລາຍ​ຂະໜາດ​ໃດ ​ເຊັ່ນ ຊູ​ຊິ​ທູນ້າ​ອາດ​ມີ​ໜ້ອຍ​ກວ່າ 200 ແຄ​ລໍ​ລີ​ ແທ້ ແຕ່​ຖ້າ​ລວມ​ມາ​ໂຍເນດ ເທມ​ປຸ​ລະ ຫລື ​ຊອດ​ອື່ນໆ ​ກໍ​ຈະ​ໄດ້​ແຄ​ລໍ​ລີ​ເພີ່ມ​ຂຶ້ນ​ອີກ​ຫລາຍ​ (ຊອດ​ຖົ່ວ​ເຫລືອງ ມີ​ແຄ​ລໍ​ລີຕ່ຳ​ແທ້ ແຕ່​ມີ​ໂຊ​ດຽມ​ສູງ)

  1. ລະ​ດັບ​ປອດ

ແຫລ່ງ​ນ້ຳ​ເປີດ ​ເຊັ່ນ ແມ່ນ້ຳ ທະເລສາບ ແລະ ​ທະ​ເລ ຈະ​ເຮັດໃຫ້​ປາ​ປົນ​ເປື້ອນ​ປອດ ສານ​ພິດ​ຕໍ່​ລະບົບ​ປະສາດ​ທີ່​ເປັນ​ທີ່​ຮູ້​ຈັກ​ດີ ບັນດາ​ປາ​ນັກ​ລ່າ​ໂຕ​ໃຫຍ່​ຈະ​ມີ​ລະ​ດັບ​ປອດ​ສູງ​ສຸດ ລວມ​ເຖິງ​ປາ​ທູ​ນ້າ​ທີ່​ພົບ​ໃນ ​ຊູ​ຊິ ດັ່ງ​ນັ້ນ ເດັກ​ນ້ອຍ ແມ່ຍິງມີ​ມົດລູກ ຫລື ​ຄົົນທີ່​ວາງ​ແຜນ​ຈະ​ເອົາລູກ​ຄວນ​ຢູ່​ຫ່າງ​ຈາກ ປາ​ດິບ ເຫລົ່ານີ້

ກິນ ປາ​ດິບ ໃຫ້​ໄດ້​ປະໂຫຍດ ແລະ ​ປອດ​ໄພ

ປາ​ດິບ ແທ້ໆແລ້ວ ກໍ​ມີ​ທັງ​ຄຸນປະໂຫຍດ ​ແລະ ​ໂທດ ຖ້າຫາກ​ມັກ​ກິນ​ປາ​ດິບ​ຫລາຍ​ໆ ກໍ​ຄວນ​ລະ​ວັງ​ໃນ​ສິ່ງ​ຕໍ່ໄປນີ້

  1. ຊະນິດ​ຂອງ​ປາ

ໂດຍ​ທົ່ວ​ໄປ ປາ​ດິບ ນັ້ນ​ມັກ​ໃຊ້​ປາ​ທັງ​ສາຍ​ພັນ​ນ້ຳ​ຈືດ ແລະ ​ສາຍ​ພັນ​ນ້ຳ​ເຄັມ ສ່ວນ​ຫລາຍ ປາ​ດິບ ທີ່​ມາ​ຈາກ​ທະ​ເລ ຈະ​ມີ​ລົດ​ຊາດ​ດີກວ່າ​ ແລະ ​ມີ​ຄຸນຄ່າ​ທາງ​ໂພສະນາ​ການ ສູງ​ກວ່າ ປາ​ດິບ ຈາກ​ນ້ຳ​ຈືດ ອີກ​ຢ່າງ​ສາຍ​ພັນ​ນ້ຳ​ຈືດ ອັນຕະລາຍ​ ແລະ ​ສ່ຽງ​ຕໍ່​ເຊື້ອ​ພະຍາດ​ ແລະ ​ພະຍາດ​ຕິດ​ມາ​ເປັນ​ຂອງ​ແຖມ​ຫລາຍກວ່າ​ສາຍ​ພັນ​ນ້ຳ​ເຄັມ​ ຫລື ​ປາ​ທີ່​ມາ​ຈາກ​ທະເລ

ໂດຍ​ປາ​ນ້ຳ​ຈືດ​ອາດ​ມີ​ຂອງ​ແຖມ​ເປັນ​ພະຍາດ​ແມ່ທ້ອງ ພະຍາດ​ໃບ​ໄມ້​ໃນ​ຕັບ ສ່ວນ​ນ້ຳ​ເຄັມ​ກໍ​ຫາ​ໄດ້​ປອດໄພ​ຈາກ​ພະຍາດ​ຮ້ອຍ​ເປີ​ເຊັນ ເຊິ່ງ​ອາດ​ມີ​ຄວາມ​ສ່ຽງ​ຈາກ​ພະຍາດ​ອາ ​ນິ​ຊາ​ຄິດ ດັ່ງ​ນັ້ນ​ແລ້ວ​ຢ່າ​ເຊື່ອ​ໝັ້ນ​ໃນ​ຄວາມ​ປອດ​ໄພ​ຈົນ​ເກີນ​ໄປ ກິນ​ໃນ​ປະລິມານ​ທີ່​ພໍດີ

  1. ອຸນຫະພູມ​ໃນ​ການ​ເກັບ​ປາ

ເພື່ອ​ທີ່​ຈະ​ໝັ່ນໃຈ​ໄດ້​ວ່າ ແມ່ທ້ອງ​ໃນ​ຊີ້ນ​ປາ​ໄດ້​ຖືກ​ທຳລາຍ ຄວນ​ເກັບ​ປາ​ທີ່​ອຸນຫະພູມ 20 ອົງ​ສາ​ (-4 ອົງ​ສາ​ຟາ​ເລນ​ໄຮ) ຢ່າງ​ນ້ອຍ 24 ຊົ່ວ​ໂມງ (ຫລື​ ອາດ​ເກັບ​ທີ່​ອຸນຫະພູມ​ຕ່ຳ​ກວ່າ​ນີ້ ຖ້າ​ຕູ້​ເຢັນ​ສາມາດ​ປັບ​ໃຫ້​ຕ່ຳ​ລົງ​ໄດ້​ອີກ) ແລະ​ ຄວນ​ປຸງ​ອາຫານ​ທີ່​ອຸນຫະພູມ -12 ອົງ​ສາ​

  1. ເລືອ​ບ່ອນ​ທີ່​ສະ​ອາດ ​ແລະ ​ເຊື່ອ​ຖື​ໄດ້

ຢ່າງ​ທີ່​ບອກ​ໄປ​ວ່າ ​ບໍ່ແມ່ນ​ວ່າ ປາ​ດິບ ທີ່​ມາ​ຈາກ​ທະ​ເລ​ຈະ​ບໍ່​ມີ​ພະຍາດ ຄວາມ​ຈິງ​ແລ້ວ ປາ​ທຸກ​ຊະນິດ ມີ​ໂອ​ກາດ​ທີ່​ຈະ​ມີ​ເຊື້ອ​ພະຍາດ​ປົນມາ​ໄດ້​ທັງ​ໝົດ ເພາະ​ສະ​ນັ້ນ ຄວນ​ ເລືອ​ກກິນ ຈາກ​ຮ້ານ​ທີ່​ສະ​ອາດ ​ແລະ ​ເຊື່ອ​ຖື​ໄດ້

  1. ກິນ​ທັນ​ທີພາຍຫລັງເຮັດ

ຄວນ​ກິນ ຊູ​ຊິ ຊາ​ຊິ​ມິ ພາຍ​ໃນ​ເວລາ​ບໍ່​ກາຍ 2 ຊົ່ວ​ໂມງ​ຫລັງ​ຈາກ​ເຮັດ​ສຳເລັດ ເພາະ​ຖ້າ​ຖິ້ມ​ໄວ້​ດົນ ຈະ​ເຮັດໃຫ້​ເສຍ​ລົດ​ຊາດ ແລະ ​ຄຸນຄ່າ​ທາງ​ອາຫານ​ເນື່ອງ​ຈາກ​ນ້ຳ​ມັນ​ໃນ​ປາ ຈະ​ລະ​ເຫີຍ​ອອກ​ໄປ ແລະ ​ຄວນ​ຫລີກ​ລ້ຽງ ຊູ​ຊິ ຊາ​ຊິ​ມິ ທີ່​ເຮັດ​ສຳ​ເລັດ​ໄວ້​ໃນ​ຕູ້​ແຊ່ ເພາະ​ບໍ່​ສາມາດ​ລະ​ບຸ​ເວລາ​ໄດ້​ແນ່ນອນ ວ່າ​ເລີ່ມ​ເຮັດ​ຕັ້ງ​ແຕ່​ຕອນໃດ

  1. ວິທີ​ສັງເກດ​ຮ້ານ​ເຮັດ ປາ​ດິບ

ຖ້າ​ຕ້ອງ​ຊື້​ ຊູ​ຊິ ຊາ​ຊິ​ມິ ທີ່​ຮ້ານ​ຄວນ​ສັງເກດ ວ່າ​ ຄົນ​ຂາຍ​ມີ​ຂັ້ນ​ຕອນ​ການເຮັດ ປາ​ດິບ ທີ່​ສະ​ອາດ​ຫລື​ບໍ່ (ໃສ່​ຖົງ​ມື​ທຸກ​ເທື່ອ​ທີ່​ຈັບ​ປາ​ຫລື​ເປົ່າ ເພື່ອ​ປ້ອງ​ກັນ​ການ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ)

  1. ຂໍ້​ຄວັນ​ລະ​ວັງ

ກຸ່ມ​ຄົົນທີ່​ມີ​ຄວາມ​ສ່ຽງ​ໃນ​ການ​ຕິດ​ເຊື້ອ ຈາກ​ການ​ກິນ ປາ​ດິບ ໄດ້​ແກ່ ຄົນ​ເຖົ້າ , ເດັກ​ ນ້ອຍ, ຄົນ​ຖືພາ ແລະ ບຸກ​ຄົນ ທີ່​ມີ​ລະບົບ ພູ​ມ​ຄຸ້ມ​ກັນ​ໃນ​ຮ່າງກາຍຕ່ຳ

ບົດຄວາມຫຼ້າສຸດ

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...