spot_img
Homeຂ່າວຄາດຕະກຳຄາດຕະກຳແຟນ ແລ້ວໂດດຕຶກຈົບຊີວິດຕົນເອງ ເພື່ອໜີຄວາມຜິດ

ຄາດຕະກຳແຟນ ແລ້ວໂດດຕຶກຈົບຊີວິດຕົນເອງ ເພື່ອໜີຄວາມຜິດ

Published on

ເມື່ອວັນທີ 29 ມີນາ 2023 ຜ່ານມາ, ເຈົ້ານ້າທີ່ທີ່ຕຳຫຼວດ ເມືອງນະຄອນປະຖົມ ໄດ້ຮັບແຈ້ງເຫດ ຊາຍໂດດຕຶກເສຍຊີວິດ ຢູ່ທີ່ໂຮງໝໍແຫ່ງໜຶ່ງໃນແຂວງນະຄອນປະຖົມ ຫຼັງຈາກນັ້ນຈຶ່ງໄດ້ໄປກສດສອບໃນທີ່ເກີດເຫດ ພົບສົບຜູ້ເສຍຊີວິດ ເປັນເພດຊາຍ ອາຍຸ 29 ປີ ເປັນຄົນແຂວງເພັດສະບູນ ເປັນພະນັກງານລ້ຽງສັດ ມີບາດແຜແຕກທີ່ຫົວ ຈາກການສອບສວນຜູ້ເຫັນເຫດການຊາບວ່າ: ຜູ້ຕາຍບໍ່ໄດ້ປ່ວຍທີ່ເຂົ້າມາຮັກສາໂຕ ຄາດວ່າໜ້າຈະແມ່ນໂດດຕຶກເພື່ອຂ້າໂຕຕາຍ.

ເຈົ້າໜ້າທີ່ຍັງລາຍງານເພີ່ມເຕີມອີກວ່າ: ຜູ້ຕາຍເຊົ່າບ້ານຢູ່ກັບແຟນ ເຂດສຳນັກງານລ້ຽງສັດ ບ້ານລຳພະຍາ ແຂວງນະຄອນປະຖົມ ຈຶ່ງໄດ້ທຳການກວດສອບບ້ານຫຼັງດັ່ງກ່າວ ພົບເປັນບ້ານ 2 ຊັ້ນ ປິດປະຕູ ແຕ່ເບິ່ງຜ່ານທາງປ່ອງຢ້ຽມເຫັນຮອຍເລືອດຊະຊາຍຢູ່ພຶ້ນ ເຈົ້າໜ້າທີ່ຈຶ່ງເຂົ້າໄປກວດສອບພາຍໃນບ້ານ ພົບຮອຍເລືອດໄຫຼເປັນທາງຍາວ ຈາກຂັນໄດຊັ້ນລຸ່ມຂຶ້ນໄປຫ້ອງຊັ້ນທີ່ 2 ພົບວ່າມີສົບຜູ້ເສຍຊີວິດ ມີບາດແຜຖືກປາດຄໍດ້ວຍຂອງມີຄົມ ແລະ ຖືກແທງ ບໍລິລິເວນທ້ອງ 1 ຮອຍ.

ຈາກການສອບຖາມເພື່ອນບ້ານຮູ້ວ່າ: ທັງສອງເຊົ່າບ້ານຕັ້ງແຕ່ຊ່ວງຕົ້ນປີ ຜູ້ຊາຍເປັນເຈົ້າໜ້າທີ່ລ້ຽງສັດ ສ່ວນແຟນເປັນແມ່ບ້ານ ຊ່ວງປະມານ 9 ໂມງໄດ້ຍິນສຽງຜູ້ຍິງ ແຕ່ບໍ່ມີໃຜເອະໃຈ ຈົນເຈົ້ານ້າີ່ຕຳຫຼວດມາບ້ານຫຼັງດັງກ່າວ ເບື້ອງຕົ້ນສັນນິຖານວ່າ, ອາດມີປັນຫາຜິດຖຽງກັນຮຸນແຮງ ແລ້ວຝ່າຍຊາຍລົງມືເຮັດໃຫ້ຜູ້ຍິງເສຍຊີວິດ ແລ້ວໂຕເອງຈຶ່ງຕັດສິນໃຈໄປໂດດຕິກເພື່ອຂ້າໂຕຕາຍໜີຄວາມຜິດ.

ທີ່ມາ: dailynews

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...