Homeຄວາມງາມດື່ມນົມ ຊ່ວຍປ້ອງກັນພະຍາດຕຸ້ຍ

ດື່ມນົມ ຊ່ວຍປ້ອງກັນພະຍາດຕຸ້ຍ

Published on

130377

ນົມ ເຄື່ອງ​ດື່ມ​ທີ່​ດີ​ຕໍ່​ສຸຂະພາບ ​ແລະ ​ນິຍົມ​ດື່ມ​ກັນ​ທຸກ​ເພດ​ທຸກ​ໄວ ບໍ່​ວ່າ​ຈະ​ໄວ​ເດັກນ້ອຍ ​ຫລື ​ໜຸ່ມ​ສາວ ກໍ​ໄດ້​ປະໂຫຍດ​ຈາກ​ການ​ດື່ມ​ນົມ​ກັນ​ທັງ​ນັ້ນ ແລ້ວ​ຮູ້​ກັນ​ຫລື​ບໍ່ວ່າ ​ເຄື່ອງ​ດື່ມ​ຊະນິດ​ນີ້ ບໍ່​ໄດ້​ເຮັດ​ຫນ້າທີ່​ຂອງ​ມັນ​ໃນ​ການ​ເສີມ​ ແຄ​ຊຽມ ​ແລະ ​ເພີ່ມ​ວິ​ຕາ​ມິນ​ຕ່າງໆ ໃຫ້​ຮ່າງກາຍ​ພຽງ​ຢ່າງ​ດຽວ ແຕ່​ຍັງ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ໜຸ່ມໆ ສາວໆ ເປັນ​ພະຍາດ​ຕຸ້ຍນໍາອີກ​ ສົງ​ໄສ​ກັນ​ແລ້ວ​ບໍ​ ​ວ່າ​ມັນ​ຊ່ວຍຫ​ລຸດ​ຄວາມ​ຕຸ້ຍ​ໄດ້​ແບບໃດ ກໍ​ໃນ​ເມື່ອ​ເຄີຍ​ໄດ້ຍິນ​ກັນ​ວ່າ​ດື່ມ​ນົມ​ຫລາຍ​ໆ ຈະ​ເຮັດໃຫ້​ຕຸ້ຍ ເຊົາສົງ​ໄສ​ກັນ​ໄດ້​ແລ້ວ​ ເພາະ​ເຮົາ​ໄຂ​ຄວາມ​ກະ​ຈ່າງແຈ້ງ​ ​ມາ​ສະເໜີ​ກັນ ລອງ​ອ່ານ​ເບິ່ງ​ແລ້ວ​ຈະ​ຮູ້​ວ່າ​ການ​ດື່ມ​ນົມ​ ດີກວ່າ​ທີ່​ຄິດ​

ການສຶກສາ​ລ່າ​ສຸດ​ຂອງ​ນັກ​ວິທະຍາ​ສາດ​ຊາ​ວອາ​ເມ​ລິ​ກາ​ເປີດ​ເຜີຍ​ວ່າ ການ​ດື່ມ​ນົມ​ນອກ​ຈາກ​ຈະ​ຊ່ວຍ​ເສີມ​ສ້າງ​ກະດູກ​ແລ້ວ​ຍັງ​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ພະຍາດ​ຕຸ້ຍ​ໄດ້​ ໂດຍ​ການສຶກສາ​ນີ້​ໄດ້ມີການ​ວິ​ໄຈ​ຈາກ​ການ​ຕອບ​ແບບ​ສອບ​ຖາມ​ຂອງ​ຄົນ​ກວ່າ 7, 173 ຄົນ ກ່ຽວກັບ​ພຶດຕິກຳ​ການ​ໃຊ້​ຊີວິດ ​ແລະ ​ສຸຂະພາບ​ໂດຍ​ລວມ ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ຄົົນທີ່​ດື່ມ​ນົມ​ຢ່າງ​ນ້ອຍ​ອາທິດ​ລະ 2 ຈອກ ຈະ​ມີ​ຄວາມ​ສ່ຽງ​ເປັນ​ພະຍາດ​ຕຸ້ຍຕ່ຳ​ກວ່າ​ຜູ້​ດື່ມ​ນົມ​ຫລື​ ກິນເນື້ອ​ໄກ່​ໃນ​ປະລິມານ​ໜ້ອຍ ​ຫລື ​ບໍ່​ກິນ​ເລີຍ

ແຖມ​ທີມ​ນັກ​ວິ​ໄຈ​ຍັງ​ພົບ​ອີກວ່າ ​ຜະລິດຕະພັນ​ຈາກ​ນົມ ຫລື ​ທີ່​ມີ​ນົມ​ເປັນ​ສ່ວນ​ປະກອບ ກໍ່​ສາມາດ​ປ້ອງ​ກັນ​ພະຍາດ​ຕຸ້ຍ​ໄດ້​ເຊັ່ນ​ກັນ ແລະ ​ຄວນ​ຈະ​ມີ​ນົມ​ເປັນ​ໜຶ່ງ​ໃນ​ອາຫານ​ທີ່​ກິນທຸກ​ມື້​ໃນ​ປະລິມານ​ທີ່​ພໍ​ດີ ທີ່​ໜ້າ​ສົນ​ໃຈ​ໄປ​ຍິ່ງ​ກວ່າ​ນັ້ນ​ຄື ໃນ​ການ​ວິ​ໄຈ​ຍັງ​ສະແດງ​ໃຫ້​ເຫັນ​ອີກວ່າ ​ຜູ້​ທີ່​ດື່ມ​ນົມ​ເປັນ​ປະຈຳ​ທຸກ​ມື້​ສາມາດ​ຫລຸດ​ຄວາມ​ສ່ຽງ​ພະຍາດ​ຕຸ້ຍໄດ້​ເຖິງ 37% ແຕ່​ຢ່າງໃດ​ກໍ​ຕາມ​ຜົນ​ການສຶກສາ​ນີ້​ພົບ​ແຕ່​ກັບ​ໃນ​ຜູ້​ທີ່​ດື່ມ​ນົມ​ໄຂ​ມັນ​ຕ່ຳ​ກວ່າ 3.4% ເທົ່າ​ນັ້ນ

ທັງ​ນີ້​ສາ​ເຫດ​ທີ່​ເຮັດໃຫ້​ນົມ​ສາມາດ​ຊ່ວຍ​ປ້ອງ​ກັນ​ພະຍາດ​ຕຸ້ຍໄດ້ ກໍໍ່ມາ​ຈາກ​ສານ​ອາຫານ​ສຳຄັນ​ທີ່​ຢູ່ໃນ​ນົມ​ກໍ່ຄື ​ແຄ​ຊຽມ ພະ​ເອກ​ຂອງ​ເຮົາ​ນັ້ນ​ເອງ ໂດຍ​ ​ແຄ​ຊຽມ ​ນັ້ນ​ມີ​ສ່ວນ​ໃນ​ການ​ຊ່ວຍ​ໃຫ້​ລະບົບ​ຕ່າງໆ ໃນ​ຮ່າງກາຍ​ເຮັດວຽກ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ລວມ​ທັງ​ຊ່ວຍ​ຄວບ​ຄຸມ​ລະ​ດັບ​ຮໍໂມນ ​ໃນ​ຮ່າງກາຍ​ໃຫ້​ຢູ່ໃນ​ລະ​ດັບ​ປົກກະຕິ ແລະ ​ການ​ທີ່​ຮ່າງກາຍ​ຂອງ​ເຮົາ​ມີ​ລະ​ດັບ​ຮໍໂມນ​ທີ່​ປົກກະຕິ​ກໍ​ເປັນ​ເຫດຜົນ​ສຳຄັນ​ທີ່​ເຮັດໃຫ້​ເຮົາ​ສາມາດ​ຄວບ​ຄຸມ​ນ້ຳ​ໜັກ​ໃຫ້​ຢູ່ໃນ​ລະ​ດັບ​ທີ່​ດີ​ຕໍ່​ສຸຂະພາບ​ໄດ້

ນອກ​ຈາກ​ນີ້​ນັກ​ວິ​ໄຈ​ກໍ​ຍັງ​ໄດ້​ແນະ​ນຳ​ໃຫ້​ກິນ​ອາຫານ​ເສີມ​ແຄ​ຊຽມ​ນຳ ແຕ່​ກໍ​ບໍ່​ຄວນ​ກິນ​ແທນ​ອາຫານ​ທີ່​ມີ​ແຄ​ຊຽມ​ສູງ ເພາະ​ຈະ​ເຮັດໃຫ້​ບໍ່​ໄດ້ຮັບ​ສານ​ອາຫານ​ທີ່​ດີ​ຕໍ່​ຮ່າງກາຍ​ເຊັ່ນ ​ໂປ​ຕີນ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...