spot_img
Homeຂ່າວພາຍ​ໃນເມືອງຫາດຊາຍຟອງ ສືບຕໍ່ລົງຈັດຕັ້ງວຽກງານຈັດສັນການຂາຍເຄື່ອງຊະຊາຍແຄມທາງ ຢູ່ດົງຄໍາຊ້າງ

ເມືອງຫາດຊາຍຟອງ ສືບຕໍ່ລົງຈັດຕັ້ງວຽກງານຈັດສັນການຂາຍເຄື່ອງຊະຊາຍແຄມທາງ ຢູ່ດົງຄໍາຊ້າງ

Published on

ໃນວັນທີ 20 ມີນາ 2023 ທີຜ່ານມາ, ຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ຂອບເຂດພາຍໃນ ເມືອງຫາດຊາດຟອງ ນະຄອນຫຼວງວຽງຈັນ ໄດ້ສືບຕໍ່ລົງຈັດຕັ້ງປະຕິບັດວຽກງານເພື່ອແກ້ໄຂບັນຫາສະພາບຂອງຄວາມບໍ່ເປັນລະບຽບຢູ່ຕາມແຄມທາງຖະໜົນດົງຄໍາຊ້າງຕໍ່ໜ້າສະຖາບັນວິທະຍາໄລສ້າງຄູ ເຊິ່ງຄະນະດັ່ງກ່າວໄດ້ ສົມທົບກັບອໍານາດການປົກຄອງບ້ານ ແລະ ຄະນະນຳຂອງສະຖາບັນວິທະຍາໄລສ້າງຄູໃນການລົງແກ້ໄຂສິ່ງກີດຂວາງການສັນຈອນ ທີ່ຜ່ານມາໄດ້ພົບເຫັນວ່າ ບ່ອນດັ່ງກ່າວແມ່ນມີຊາວຄ້າຂາຍຈໍານວນໜື່ງໄດ້ນໍາເອົາສິນຄ້າປະເພດກະສິກໍາພືດຜັກໝາກໄມ້ ໄຂ່ໄກ່ ເຂົ້າໜົມ ແລະ ອື່ນໆ ມາວາງຂາຍຈຳໜ່າຍ ເລາະລຽບຢູ່ຕາມແຄມທາງຕໍ່ໜ້າຂອງສະຖານບັນວິທະຍາໄລສ້າງຄູດົງຄໍາຊ້າງແຫ່ງນີ້ຢ່າງແໜ້ນໜາ ໂດຍບໍ່ໄດ້ອະນຸຍາດໃຫ້ນຳໃຊ້ພື້ນທີ່ທາງຍ່າງ ເປັນບ່ອນວາງຂາຍເຄື່ອງທົ່ວໄປ ນອກຈາກຕະຫຼາດ.

อาจเป็นรูปภาพของ 5 คน และ ผู้คนกำลังยืน

ເຊີ່ງພົບເຫັນລວມມີ ທັງໝົດ 15 ຮ້ານ ໂດຍມີພາຫະນໍາໃຊ້ເປັນຕົ້ນດ້ານຫຼັງຂອງກະບະລົດຫຸ່ນໄດ ລໍ້ຍູ້ ແລະ ການນໍາ ເອົາຜ້າປູພື້ນເພື່ອເປັນບ່ອນຮອງວາງຂາຍເຄື່ອງກະຈາຍເລາະລຽບຢູ່ຕາມແຄມຕາມຂອບຂອງບ່າທາງເປັນບໍລິ ເວນຍາວຢຽດກວມເອົາເຂດສາທາລະນະ ເຊີ່ງການວາງຂາຍເຄື່ອງໃນແບບດັ່ງກ່າວນີ້ ສໍາລັບຊາວຄ້າຂາຍແລ້ວແມ່ນຄິດວ່າມັນເປັນຄວາມ ສະດວກສະບາຍງ່າຍຕໍ່ຜູ້ຂາຍສະດວກຕໍ່ຜູ້ມາຊື້ທີ່ສໍາຄັນແມ່ນໄດ້ຂາຍດີມີກໍາໄລເພາະບໍ່ໄດ້ເສຍຄ່າເກັບປີ້ໃດໆໃຫ້ ກັບຕະຫຼາດ ແລະ ສະຖານທີ່ຂາຍນັ້ນກໍ່ເປັນພື້ນທີ່ຂອງສ່ວນລວມ ຕໍ່ກັບສະພາບດັ່ກ່າວໃນລັກສະນະຂອງພາບ ລວມແລ້ວແມ່ນເປັນສີ່ງຜິດຕໍ່ລະບຽບກົດໝາຍ ໂດຍສະເພາະກົດໝາຍວ່າດ້ວຍທາງຫຼວງແຫ່ງຊາດ ກົດໝາຍວ່າ ດ້ວຍການຄ້າ ກົດໝາຍວ່າດ້ວຍຜັງເມືອງ ແລະ ກົດໝາຍວ່າດ້ວຍວັດທະນະທໍາ ແລະ ທ່ອງທ່ຽວ ເພາະເປັນການບົ່ງບອກເຖິງການສ້າງພາບລັກ ແລະ ພາບພົດທີ່ບໍ່ມີຄວາມບໍ່ເປັນລະບຽບຄວາມສະອາດ ແລະ ຄວາມບໍ່ຈົບງາມໃຫ້ກັບຖະໜົນຫົນທາງ ແລະ ເປັນການສ້າງຄວາມເສື່ອມເສຍໃຫ້ກັບຕົວເມືອງກໍ່ຄືນະຄອນຫຼວງວຽງຈັນໃນຖານະທີ່ເປັນເມືອງຫຼວງຂອງປະເທດ.

อาจเป็นรูปภาพของ 8 คน, ต้นไม้ และ กลางแจ้ง

ນອກຈາກນັ້ນກໍ່ ຍັງເປັນການສ້າງສິ່ງກີດຂວາງໃຫ້ກັບການສັນຈອນຂອງລົດລາພາຫະນະຢູເຂດດັ່ງກ່າວເຮັດໃຫ້ມີຄວາມແອອັດ ລົດຕິດ ແລະ ທີ່ສຳຄັນກໍ່ຈະນຳພາໃຫ້ເກີດມີອບັດຕິເຫດກໍ່ເປັນໄດ້ ດັ່ງນັ້ນຄະນະກຳມະການແມ່ນເຫັນໄດ້ຄວາມສຳຄັນຈື່ງໄດ້ລົງຈັດຕັ້ງປະຕິບັດຕັກເຕືອນຊີ້ນຳໃຫ້ຊາວຄ້າຂາຍຢຸດເຊົາການຂາຍເຄື່ອງຊະຊາຍຢູ່ເຂດດັ່ງກ່າວນີ້ໂດຍທັນທີ ແລະ ໃຫ້ຍົກຍ້າຍໄປຂາຍຢູ່ບ່ອນທີ່ເໝາະສົມທີ່ກຳນົດໃຫ້ຢ່າງຖືກຕ້ອງ ແລະ ພ້ອມນີ້ຍັງໄດ້ເຮັດບົດບັນທຶກກັບທີ່ເພື່ອຫ້າມບໍ່ໃຫ້ບຸກຄົນໃດນຳເອົາເຄື່ອງຂອງກັບມາຂາຍຢູ່ບ່ອນີ້ອີກຢ່າງເດັດຂາດ ຖ້າຫາກພົບເຫັນຍັງມີການຂາຍຢູ່ບ່ອນເກົ່ານີ້ອີກ ແມ່ນຈະຖືກປະຕິລັດລະບຽວິໄນປັບໄໝຕາມລະບຽບກົດໝາຍໂດຍບໍ່ມີການລະເວັ້ນຢ່າງເດັດຂາດ ທັງນີ້ກໍ່ເພື່ອເປັນການຈັດຕັ້ງປະຕິບັດໂດຍສອດຄ່ອງຕາມທິດຊີ້ນຳຂອງຄະນະນຳເມືອງຫາດຊາຍຟອງ ແລະ ທິດຊີ້ນຳຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໂດຍສະເພາະແມ່ນການສຸມໃສ່ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສີ່ງກີດຂວາງ ພາຍໃນຕົວເມືອງ ແລະ ຊາຍເມືອງ ໃຫ້ມີຄວາມເປັນລະບຽບ ແລະ ຄວາມສະອາດຈົບງາມຕາມເສັ້ນທາງສາຍຫຼັກພາຍໃນເມືອງຫາດຊາຍຟອງ.

ທີ່ມາ: ເມືອງຫາດຊາຍຟອງ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...