spot_img
Homeຂ່າວພາຍ​ໃນຊີ້ແຈງກໍລະນີ ລົດບັນທຸກໄມ້ຂະໜາດໃຫຍ່ແລ່ນຜ່ານ ຂົວຫ້ວຍກັນຈານ ເມືອງສະໜາມໄຊ ຫັກ

ຊີ້ແຈງກໍລະນີ ລົດບັນທຸກໄມ້ຂະໜາດໃຫຍ່ແລ່ນຜ່ານ ຂົວຫ້ວຍກັນຈານ ເມືອງສະໜາມໄຊ ຫັກ

Published on

ທ່ານ ບົວໄຂ ຊາວພູທອນ ຫົວໜ້າໂຄງການ ກໍ່ສ້າງເສັ້ນທາງ 18 A ໄລຍະ 1 ພະແນກ ຍທຂ ແຂວງ ອັດຕະປື ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງໃນຄັ້ງວັນທີ 22 ມີນາ 2023 ນີ້ວ່າ: ໂດຍອີງໃສ່ບົດບັນທຶກລະຫວ່າງພະແນກ ໂຍທາທິການແລະ ຂົນສົ່ງແຂວງ ຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ບັນທຶກລົງໃນວັນທີ 10 ມີນາ 2023​ ເລື່ອງການຄົ້ນຄວ້າປຶກສາຫາລືກ່ຽວກັບການຂົນສົ່ງໄມ້ທ່ອນອອກຈາກສະໜາມ 2 ເຂົ້າໂຮງງານ ໂດຍແມ່ນໄມ້ທ່ອນທີ່ຮັບການອະນຸຍາດຂຸດຄົ້ນຈາກເຂດແລ້ວນໍ້າທີ່ຮັບຜົນກະທົບຈາກເຂືອນເຊປຽນ-ເຊນໍ້ານ້ອຍແຕກໃນຄັ້ງວັນທີ 23 ເດືອນ ກໍລະກົດ ປີ 2018 ຜ່ານມາ, ເຊິ່ງມີບໍລິມາດຂົນສົ່ງໄມ້ທ່ອນທັງໝົດ 94 ພັນແມັດກ້ອນ, ໃນນັ້ນ, ມີໄມ້ເຂດເມືອງສະະໜາມໄຊ 79 ພັນເມັດກ້ອນ ແລະ ເຫັນດີຂົນສົ່ງຜ່ານເສັ້ນທາງດິນແດງທາງຫລວງທ້ອງຖິ່ນ 9004 ແລະ ທາງຫລວງ 18 A.

ໃນເວລາຂົນສົ່ງຫາກກໍລະນີມີຂົວຫັກ, ເສັ້ນທາງເປ້ເພເສຍຫາຍ ບໍ່ສາມາດສັນຈອນໄດ້ແມ່ນມອບໃຫ້ບໍລິສັດຂົນສົ່ງເປັນຜູ້ຮັບຜິດຊອບສ້ອມແປງທັງໝົດ ແລະ ມອບໃຫ້ຂະແໜງການກະສິກໍາ ແລະ ປ່າໄມ້ ຂຶ້ນໄມ້ທ່ອນແຕ່ລະຄັນບໍ່ໃຫ້ເກີນ 25 ແມັດກ້ອນຕໍ່ຄັນ, ສໍາລັບລົດປະເພດ 22 ລໍ້, ໃນເວລາອອກຂົນສົ່ງໃຫ້ຫຸ້ມຫໍດ້ວຍຜ້າບັດ, ສ່ວນລົດປະເພດ ຫົວລາກ 10,12, ແລະ 14 ລໍ້ ແມ່ນບໍ່ອະນຸຍາດຂົນສົ່ງຢ່າງເດັດຂາດ, ສ່ວນຂົວເຫຼັກແຕ່ລະຈຸດຮັບນໍ້າໜັກໄດ້ພຽງ 30 ໂຕນ.

ມອບໃຫ້ຂະແໜງຂົນສົ່ງ ຮ່ວມກັບຫ້ອງການ ຍທຂ ເມືອງ ສະໜາມໄຊ ລົງກວດກາໃນການຂົນສົ່ງໄມ້ທ່ອນ ໃຫ້ຖືກຕ້ອງຕາມການອະນຸຍາດ ແລະ ການຂົນສົ່ງໄມ້ທ່ອນແມ່ນໃຫ້ຢຸດເຊົາໃນວັນທີ 30 ພຶດສະພາ ປີ 2023.
ສາເຫດທີ່ພາໃຫ້ຂົວຫັກ ແມ່ນຍ້ອນການຂົນສົ່ງໄມ້ເກີນບໍລິມາດຕາມທີ່ໄດ້ກໍານົດໄວ້ໃນບົດບັນທຶກສະບັບນີ້, ສ່ວນຂົວຫ້ວຍກັນຈານດັ່ງກ່າວແມ່ນເປັນຂົວເຫຼັກທີ່ໄດ້ຮັບການສະໜູນຊ່ວຍເຫລືອກໍ່ສ້າງຈາກໂຄງການທາງລົດໄຟລາວ-ຈີນ, ໃນປີ 2018 ມີລວງຍາວ 30 ແມັດ ແລະ ລວງກວ້າງ 6 ແມັດ ມາຮອດວັນທີ 20 ມີນາ 2023 ແມ່ນໄດ້ຫັກ ແລະ ໄດ້ຮັບຄວາມເສຍຫລາຍສົມຄວນ.

ປັດຈຸບັນທາງບໍລິສັດກໍໄດ້ມີຄວາມຮັບຜິດຊອບ ແລະ ມີຄວາມພ້ອມໃນການກໍ່ສ້າງສ້ອມແປງຄືນເປັນຕົ້ນ: ປັດຈຸບັນໄດ້ຮີບຮ້ອນເລັ່ງມືກໍ່ສ້າງຖົມທາງເວັ້ນ ເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ ແລະ ການສັນຈອນໄປມາຂອງປະຊາຊົນໄດ້ສໍາເລັດ ແລະ ພ້ອມທີ່ຈະປັງປຸງກໍ່ສ້າງຄືນໃໝ່ຂົວເຫຼັກທີ່ຫັກນັ້ນໃຫ້ທັນຮັບໃຊ້ປະຊາຊົນກ່ອນຊ້ວງລະດູຝົນປີ 2023 ນີ້.

ສະນັ້ນ, ຂໍຮຽກຮ້ອງ ແລະ ຝາກເຖິງພໍ່ແມ່ປະຊາຊົນ ແລະ ສັງຄົມທຸກທົ່ວໜ້າທັງພາຍໃນ ແລະ ຕ່າງປະເທດ ຈົ່ງມີຄວາມເຂົ້າໃຈ ແລະ ມີສະຕິໃນການຕິດຕາມ, ຮັບຟັງຂໍ້ມູນຂ່າວສານທີ່ມີຈິງ ໂດຍສະເພາະແມ່ນສື່ສັງຄົມອອນລາຍ ທີ່ບໍ່ເປັນທາງການຂໍໃຫ້ການບໍລິໂພກຢ່າງມີສະຕິ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ.

ທີ່ມາ: ຂ່າວສານອອນລາຍ ອັດຕະປື

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...