Homeຂ່າວພາຍ​ໃນຄິມ ຈອງອຶນ ໂທລະເລກຊົມເຊີຍເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ

ຄິມ ຈອງອຶນ ໂທລະເລກຊົມເຊີຍເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ

Published on

ໃນວັນທີ 22 ມີນາ ທີ່ນະຄອນຫຼວງພຽງຢາງ ທ່ານ ກິມ ເຈິງ ອຸນ (ຫຼືໃນນາມທີ່ເຮົາຮູ້ຈັກແມ່ນ ຄິມ ຈອງອຶນ)  ເລຂາທິການໃຫ່ຍພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໄດ້ໂທລະເລກຊົມເຊີຍເຖິງ ສປປ ລາວວ່າ:

ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຄວາມຢື້ຢາມຖາມຂ່າວຖານສະຫາຍ ມາຍັງ ສະຫາຍເລຂາທິການໃຫ່ຍ ແລະ ສະມາຊິກພັກທຸກຖ້ວນ ໜ້າຂອງ ພັກປະຊາຊົນ ປະຕິວັດລາວ.

ຕະຫຼອດໄລຍະ 68 ປີ ຜ່ານມາ ແຫ່ງການສ້າງຕັ້ງ, ພັກປະຊາຊົນ ປະຕິວັດລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການຈາກພາຍໃນ ແລະ ພາຍນອກ ຢ່າງເດັດດ່ຽວໜຽວແໜ້ນ ແລະ ຈັດຕັ້ງນຳພາການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ຢ່າງມີໄຊ.

ໃນປັດຈຸບັນນີ້, ພາຍໃຕ້ການຊີ້ນໍານໍາພາອັນຖືກຕ້ອງຂອງ ພັກປະຊາຊົນ ປະຕິວັດລາວ ຊຶ່ງມີ ສະຫາຍເລຂາທິການໃຫ່ຍເປັນຜູ້ນໍາ, ປະຊາຊົນລາວ ມີຄວາມກ້າວໜ້າອັນໃໝ່ໃນການຕໍ່ສູ້ ເພື່ອຈັດຕັ້ງຜັນຂະຫຍາຍບັນດາມະຕິຂອງກອງປະຊຸມໃຫ່ຍ ຄັ້ງທີ 11 ຂອງພັກ.

ຂ້າພະເຈົ້າ ຂໍອວຍພອນໄຊ ມາຍັງ ສະຫາຍເລຂາທິການໃຫຍ່ ຈົ່ງມີຜົນສຳເລັດອັນໃຫຍ່ຫຼວງກ່ວາເກົ່າ ໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບຂອງສະຫາຍ ເພື່ອເສີມຂະຫຍາຍ ພັກປະຊາຊົນ ປະຕິວັດລາວ ໃຫ້ມີຄວາມເຂັ້ມແຂງ, ຄວາມສະຫວັດດີພາບຂອງປະຊາຊົນລາວ ແລະ ສະແດງຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະການຮ່ວມມືອັນເປັນມູນເຊື້ອ ໃນຖານສະຫາຍຂອງ ສອງພັກ, ສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ໃນອະນາຄົດ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...