Homeຂ່າວຕ່າງປະເທດມືປືນບຸກໂຈມຕີສັງຫານຄົນຈີນ 9 ຄົນ ທີ່ເໝືອງທອງຄຳໃນອາຟຣິກາກາງ

ມືປືນບຸກໂຈມຕີສັງຫານຄົນຈີນ 9 ຄົນ ທີ່ເໝືອງທອງຄຳໃນອາຟຣິກາກາງ

Published on

ໃນວັນທີ 19 ມີນາ 2023 ທີ່ສາທາລະນະລັດອາຟຣິກາກາງ ມືປືນບຸກໂຈມຕີເໝືອງທອງຄຳ ທີ່ດຳເນີນການໂດຍຄົນຈີນ ເຮັດໃຫ້ຄົນຈີນເສຍຊີວິດ 9 ຄົນ ແລະ ບາດເຈັບອີກ 2 ຄົນໃນວັນອາທິດທີ່ຜ່ານມານີ້.

ເຫດການໂຈມຕີດັ່ງກ່າວມືປືນໄດ້ ລັກພາໂຕຄົນຈີນ 3 ຄົນ ຈົນເຮັດໃຫ້ Faustin Archchange Touadera ປະທານາທິບໍດີ ໄດ້ວາງແຜນເດີນທາງໄປຈີນ ເພື່ອໄປສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນ.

ເຈົ້າເມືອງບຳບາຣີ ໄດ້ກ່າວວ່າ ການໂຈມຕີດັ່ງກ່າວໄດ້ເກີດຂຶ້ນທີ່ເໝືອງທອງຄຳຊິມໂບໂລ ໃນເວລາ 5 ໂມງເຊົ້າຂອງວັນອາທິດ ເມື່ອມືປືນໄດ້ເອົາຊະນະເຈົ້າໜ້າທີ່ຮັກສາຄວາມປອດໄພຂອງສະຖານທີ່ໄດ້ ແລະ ກໍເລີ່ມມີການຍິງກັນເກີດຂຶ້ນ.

ສົບຂອງຜູ້ເສຍຊີວິດໄດ້ຖືກນຳໄປໄວ້ທີ່ເມືອງຫຼວງບັງກີ ໂດຍເຈົ້າໜ້າທີ່ກ່າວວ່າ ພວກເຂົາກຳລັງຊອກຫາຜູ້ກໍ່ເຫດ.

ປະຊາຊົນເມືອງບຳບາຣີ ໄດ້ກ່າວວ່າ ລັດຖະບານກຳລັງປະສົບກັບບັນຫາ ໃນການສະແດງຄວາມສາມາດໃນການປົກປ້ອງຄົນອາຟຣິກາ ແລະ ຄົນຕ່າງປະເທດທີ່ອາໄສຢູ່ໃນອາຟຣິກາ.

ທັ້ງນີ້ ບໍ່ມີການສະແດງຄວາມຮັບຜິດຊອບໃນທັນທີ ແຕ່ມີການສົງໄສເຖິງກຸ່ມກະບົດທີ່ເຄື່ອນໄຫວຢູ່ໃນເຂດນັ້ນ ທີ່ມີການໂຈມຕີກອງກຳລັງຕິດອາວຸດຂອງປະເທດເປັນປະຈຳ ແລະ ກໍມີການກ່າວຫາວ່າ ເປັນທະຫານຮັບຈ້າງຈາກຣັດເຊຍ ທີ່ວາງແຜນໂຈມຕີ.

ຄົນຈີນຫຼາຍຄົນທີ່ມາເຮັດວຽກຢູ່ປະເທດນີ້ ຕ້ອງປະເຊີນບັນຫາດ້ານຄວາມປອດໄພ, ພາຍໃນປີ 2020 ມີຄົນຈີນເສຍຊີວີດ 2 ຄົນ ຍ້ອນການຕໍ່ຕ້ານເໝືອງທີ່ດຳເນີນການໂດຍຄົນຈີນ ແລະ ໃນປີ 2018 ຄົນຈີນ 3 ຄົນຖືກສັງຫານໂດຍສະມາຊິກໃນບ້ານທີ່ຄຽດແຄ້ນ ພາຍຫຼັງທີ່ຜູ້ນຳທ້ອງຖິ່ນເສຍຊີວິດຈາກອຸບັດຕິເຫດທາງເຮືອ ຂະນະທີ່ຮ່ວມເດີນທາງໄປກັບຄົນຈີນທີ່ເຮັດວຽກຢູ່ເໝືອງແຫ່ງໜຶ່ງ.

ສາທາລະນະລັດອາຟຣິກາກາງ ເປັນໜຶ່ງໃນປະເທດທີ່ທຸກຍາກທີ່ສຸດໃນໂລກ ເຖິງວ່າຈະມີແຮ່ທອງຄຳ ແລະ ເພັດຈຳນວນຫຼາຍກໍຕາມ ແລະ ມີກຸ່ມກະບົດຈຳນວນຫຼາຍທີ່ຂັດຂວາງການສຳຫຼວດເໝືອງແຮ່ຂອງບໍລິສັດຕ່າງປະເທດ ແຕ່ບໍ່ໄດ້ຮັບໂທດໃນຊ່ວງຫຼາຍປີທີ່ຜ່ານມາ.

ແຫຼ່ງຂ່າວ AP

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...