Homeຂ່າວພາຍ​ໃນຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ປີ 2023 ຈໍານວນ 2.500 ຕື້ກີບ ແລະ 50 ລ້ານໂດລາສະຫະລັດ

ຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ປີ 2023 ຈໍານວນ 2.500 ຕື້ກີບ ແລະ 50 ລ້ານໂດລາສະຫະລັດ

Published on

ໃນວັນທີ 16 ມີນາ 2023 ນີ້, ທີ່ຕະຫຼາດຫຼັກຊັບລາວ, ກະຊວງການເງິນ, ໄດ້ຈັດຖະແຫຼ່ງຂ່າວການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ເປັນພັນທະບັດດຸ່ນດ່ຽງງົບປະມານ ຜ່ານຕະຫຼາດຫຼັກຊັບລາວ ເປັນຊຸດທີ 4 ລວມມີ ສະກຸນເງິນກີບ 2.500 ຕື້ກີບ ແລະ ສະກຸນເງິນໂດລາສະຫະລັດ  50 ລ້ານໂດລາສະຫະລັດ.

ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ໄດ້ຖະແຫຼ່ງຂ່າວວ່າ: ການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ຜ່ານຕະຫຼາດຫຼັກຊັບລາວຄັ້ງນີ້ ເປັນຊຸດທີ 4 ທີ່ກະຊວງການເງິນໄດ້ອອກພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ, ມີສະກຸນເງິນກີບ 2.500 ຕື້ກີບ ແລະ ສະກຸນເງິນໂດລາສະຫະລັດ  50 ລ້ານໂດລາ.

ຊຶ່ງໃນໄລຍະຜ່ານມາໄດ້ ຈໍາໜ່າຍພັນທະບັດລັດຖະບານທີ່ອອກຈໍາໜ່າຍໂດຍກະຊວງການເງິນ ຜ່ານຕະຫຼາດຫຼັກຊັບລາວນັບແຕ່ປີ 2018 ຫາ ປີ 2022 ແມ່ນໄດ້ອອກມາແລ້ວ 3 ຊຸດ, ຊຶ່ງເປັນສະກຸນເງິນກີບແມ່ນ 5.900 ຕື້ກີບ ແລະ ສະກຸນເງິນໂດລາສະຫະລັດແມ່ນ 100 ລ້ານໂດລາ, ຊຶ່ງເຫັນວ່າທຸກໆພາກສ່ວນໄດ້ມີການຮ່ວມມືເອົາໃຈໃສ່ໃນການຈໍາໜ່າຍຈົນປະສົບຜົນສຳເລັດ.

ໃນໄລຍະຜ່ານມາກະຊວງການເງິນ ໄດ້ປະຕິບັດພັນທະໃນການຈ່າຍຕົ້ນທຶນ ແລະ ດອກເບ້ຍໃຫ້ຜູ້ລົງທຶນຢ່າງເຄັ່ງຄັດໂດຍຄົບຕາມຈຳນວນ ແລະ ຖືກຕ້ອງຕາມເວລາທີ່ກຳນົດໄວ້ເຮັດໃຫ້ຜູ້ລົງທຶນເຊື່ອໝັ້ນ ແລະ ເລືອກລົງທຶນໃນພັນທະບັດລັດຖະບານ.

ຜົນສໍາເລັດທີ່ກ່າວກະຊວງການເງິນ, ຈຶ່ງເຫັນດີອະນຸມັດໃຫ້ມີກາຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ຜ່ານຕະຫຼາດຫຼັກຊັບລາວ ໂດຍເລີ່ມຈໍາໜ່າຍແຕ່ເດືອນກຸມພາ 2023 ເປັນຕົ້ນມາ ແລະ ຈະດໍາເນີນໄປຈົນກວ່າຈະສໍາເລັດ, ສະເພາະການອອກຈໍາໜ່າຍຄັ້ງນີ້ກະຊວງການເງິນໄດ້ເພີ່ມພັນທະບັດ ແລະ ມີການປັບອັດຕາດອກເບ້ຍເພີ່ມຂຶ້ນສໍາລັບພັນທະບັດສະກຸນເງິນກີບ ໂດຍອີງໃສ່ສະພາບເສດຖະກິດໃນປັດຈຸບັນ, ເພື່ອໃຫ້ຜູ້ລົງທຶນກັນມາລົງທຶນໃນພັນ ທະບັດລັດຖະບານເພີ່ມຂຶ້ນ, ໂດຍອັດຕາດອກເບ້ຍໃໝ່ສົກ 2023  ພັນທະບັດທີ່ມີອາຍຸ 1 ປີອັດຕາດອກເບ້ຍ 5,80%, ອາຍຸ 2 ປີ 6,90%, ອາຍຸ 3 ປີ 7,60%, ອາຍຸ 5 ປີ 7,75%, ອາຍຸ 7 ປີ 7,90% ແລະ ອາຍຸ 10 ປີ 8,15%.

ສ່ວນພັນທະບັດລັດຖະບານສະກຸນເງິນໂດລາອາຍຸ 1 ປີມີອັດຕາດອກເບ້ຍ 5%, ອາຍຸ 2 ປີ 5,50%, ອາຍຸ 3 ປີ 6%, ອາຍຸ 5 ປີ 7%, ອາຍຸ 7,50% ແລະ ອາຍຸ 10 ປີ 8%. ທັງໝົດນີ້, ກະຊວງການເງິນຕາງໜ້າໃຫ້ລັດຖະບານລາວມີແຜນຈະນໍາເງິນໄປໃຊ້ເຂົ້າໃນການບໍລິຫານທົ່ວໄປຂອງລັດຖະບານ ດັດສົມງົບປະມານ ແລະ ລົງທຶນຕາມໂຄງການຕ່າງໆຂອງລັດຖະບານ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...