spot_img
Homeຂ່າວການພັດທະນາພິທີສົ່ງຜູ້ເຂົ້າຮ່ວມໂຄງການຝຶກອົບຮົມຍົກລະດັບຄວາມເປັນຜູ້ນຳ ສຳລັບພະນັກງານນຳພາ-ຄຸ້ມຄອງ ຂອງພັກປະຊາຊົນປະຕິວັດລາວ

ພິທີສົ່ງຜູ້ເຂົ້າຮ່ວມໂຄງການຝຶກອົບຮົມຍົກລະດັບຄວາມເປັນຜູ້ນຳ ສຳລັບພະນັກງານນຳພາ-ຄຸ້ມຄອງ ຂອງພັກປະຊາຊົນປະຕິວັດລາວ

Published on

ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາທ່ານ ຮອງລັດຖະມົນຕີ ແລະ ຮອງເຈົ້າແຂວງ, ຄະນະບໍລິຫານສູນກາງພັກ  ໄດ້ເຂົ້າຮ່ວມການຝຶກອົບຮົມ ຂອງອົງການ JICA ຢູ່ທີ່ປະເທດຍີ່ປຸ່ນ.

ການຝຶກອົບຮົມດັ່ງກ່າວ ແມ່ນການຝຶກອົບຮົມໃຫ້ແກ່ລະດັບຮອງລັດຖະມົນຕີ ແລະ ຮອງເຈົ້າແຂວງ ເຊິ່ງຄາດການວ່າ ຈະກາຍເປັນຜູ້ນຳຂັ້ນສູງໃນອະນາຄົດຈຳນວນ 15 ທ່ານ ໄປຝຶກຢູ່ທີ່ ປະເທດຍີ່ປຸ່ນ ເປັນເວລາ 1 ອາທິດ, ແຕ່ເນື່ອງຈາກວ່າ ໃນໄລຍະຜ່ານມາ ມີການລະບາດຂອງໂຄວິດ-19 ຈຶ່ງໄດ້ມີການຢຸດຕິໂຄງການ ໄປຊົ່ວຄາວ ແລະ ໄດ້ສືບຕໍ່ປະຕິບັດໂຄງການ ໃນໄລຍະ 4 ປີນັບແຕ່ປີ 2019. 

ຄະນະການນຳທີ່ ເຄີຍໄດ້ເດີນທາງ ໄປຝຶກອົບຮົມ ໃນປີ 2017 ແລະ 2019 ກໍໄດ້ຮັບຕຳແໜ່ງເປັນ ຄະນະບໍລິຫານສູນກາງພັກ ແລະ ກຳລັງສະແດງຄວາມສາມາດ ຈາກບົດຮຽນໃນການຝຶກອົບຮົມ ເຂົ້າໃນການປະຕິບັດໜ້າທີ່ ຢູ່ໃນສູນກາງ ແລະ ທ້ອງຖິ່ນ.  

ການທີ່ຈະຫຼຸດພົ້ນ ອອກຈາກຄວາມຫຍຸ້ງຍາກ ດ້ານເສດຖະກິດ ທີ່ເກີດຈາກຜົນກະທົບ ຂອງໂຄວິດ-19 ແລະ ສະຖານະການໂລກ, ພ້ອມທັງ ພັດທະນາເສດຖະກິດ ຂອງປະເທດລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ ແມ່ນຕ້ອງອາໄສ ການຊີ້ນຳໆພາອັນເຂັ້ມແຂງຂອງ ການນຳພັກລັດທຸກທ່ານ ໃນການພັດທະນາປະເທດຊາດ ແລະ ການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ.

ດ້ວຍວິໄສທັດດັ່ງກ່າວ ການນຳທຸກທ່ານ ທີ່ເຂົ້າຮັບການຝຶກອົບຮົມ ຢ່າງຕັ້ງໜ້າ ຈະໄດ້ຮັບບົດຮຽນສຳຄັນ ທີ່ຈະນຳໃຊ້ໃນ ການພັດທະນາປະເທດຊາດ ໃນຕໍ່ໜ້າ.

ການຝຶກອົບຮົມໃນຄັ້ງນີ້ ຈະມີການສຶກສາກ່ຽວກັບ ການເມືອງການປົກຄອງ, ການປົກຄອງທ້ອງຖິ່ນ, ການປະຕິຮູບການປົກຄອງ, ນະໂຍບາຍອຸດສາຫະກຳ, ນະໂຍບາຍໂຄງລ່າງພື້ນຖານ ຢູ່ໃນມະຫາວິທະຍາໄລຄົ້ນຄວ້ານະໂຍບາຍການເມືອງ ຫຼື GRIPS, ນອກນັ້ນ, ຍັງມີການທັດສະນະສຶກສາ ແລະ ພິທີຕ້ອນຮັບ ຈາກອົງການ JICA.​ ຂ້າພະເຈົ້າຄາດຫວັງວ່າ ຜ່ານແຜນການຝຶກອົບຮົມເຫຼົ່ານີ້ ຈະຊ່ວຍໃຫ້ບັນດາທ່ານ ຮັບຮູ້ກ່ຽວກັບ ປະຫວັດສາດການພັດທະນາ ເສດຖະກິດ-ສັງຄົມ, ການປ່ຽນແປງຂອງລັດ ແລະ ອົງການປົກຄອງຂອງປະເທດຍີ່ປຸ່ນ ແລະ ຊ່ວຍສົ່ງເສີມໃຫ້ ເຂົ້າໃຈຢ່າງທ້ອງແທ້ ກ່ຽວກັບຂັ້ນຕອນໃນການ ແກ້ໄຂບັນຫາຕ່າງໆ.

ພ້ອມກັນນັ້ນ, ຈະໄດ້ມີການແບ່ງປັນຄວາມຮູ້ ປະສົບການ ກ່ຽວກັບການພັດທະນາ ເສດຖະກິດ-ສັງຄົມ ແລະ ການປົກຄອງຂອງປະເທດຍີ່ປຸ່ນ ເຊິ່ງເປັນປະເທດໜຶ່ງຈາກທະວີບອາຊີເຊັ່ນດຽວກັນ ທີ່ສ້າງສາປະເທດຊາດ ແລະ ມີການເຕີບໃຫຍ່ຂະຫຍາຍຕົວດ້ານເສດຖະກິດ ຫຼັງຈາກທີ່ຫຼົ້ມສະຫຼາຍ ເນື່ອງຈາກການປະລາໄຊ ໃນສົງຄາມໂລກຄັ້ງທີ 2.

ນອກຈາກໄດ້ ສຶກສາກ່ຽວກັບເນື້ອໃນ ຂອງການຝຶກອົບຮົມແລ້ວ ກໍຍັງຈະໄດ້ຮຽນຮູ້ ກ່ຽວກັບສັງຄົມ ແລະ ວັດທະນະທຳອັນດີງາມ ຂອງປະເທດຍີ່ປຸ່ນອີກດ້ວຍ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...