Homeສຸຂະພາບ ແລະ ສີ່ງແວດລ້ອມເກືອບຕາຍເພາະຜ້າອານະໄມຫຍັດ

ເກືອບຕາຍເພາະຜ້າອານະໄມຫຍັດ

Published on

113247_joannacartwrightcaters

ໂຈ​ແອນ​ນາ ຄາລ​ທະ​ໄລ ອາ​ຍຸ 27 ປີ​ເຂົ້າ​ຫ້ອງ​ສຸກ​ເສີນ​ຂອງ​ໂຮງໝໍ ​ແລະ ​ນອນ​ໂຄ​ມາ​ຢູ່​ດົນ​ເຖິງ 8 ມື້ ເມື່ອ​ນາງ​ຕື່ນ​ຂຶ້ນ​ມາ ນາງ​ເກືອບ​ຈະ​ຈື່​ຫຍັງ​ບໍ່​ໄດ້​ເລີຍ​ແມ່ນ​ແຕ່​ຄອບຄົວ​ຕົນ​ເອງ

ໂຈ​ແອນ​ນາ ​ເລີ່ມ​ປ່ວຍ​ດ້ວຍ​ອາການ​ຄ້າຍ​ໆ​ໄຂ້​ຫວັດ ນາງ​ນອນ​ໂຊມ​ໃນ​ໄລຍະທໍາອິດ ແລະ ​ຫລັງ​ຈາກ​ນັ້ນ​ນາງ​ກໍ​ເລີ່ມ​ມີ​ອາການ​ຫາຍ​ໃຈ​ຂັດ ມື​ບວມ ຜົມ​ຫລົ່ນ ຜິວ​ໜັງ​ເລີ່ມ​ລອກ ແລະ ​ເລີ່ມ​ຊັກ
ໝໍ​ບອກວ່າ ​ອະໄວຍະວະ​ພາຍ​ໃນ​ຂອງ​ນາງ​ເຮັດວຽກ​ຜິດ​ປົກກະຕິ​ຢ່າງ​ຮຸນແຮງ​ແລະ​ລະບົບ​ຫລາຍ​ຢ່າງ​ ໃນ​ຮ່າງກາຍ​ຂອງ​ນາງ​ເຮັດ​ຄື​ວ່າ ​ຈະ​ຢຸດ​ເຮັດວຽກ ຜົນ​ການ​ກວດ​ພົບ​ວ່າ​ນາງ​ຕິດ​ເຊື້ອ​ທີ່​ເຍື່ອ​ຫຸ້​ມສະໝອງ​

ໝໍ​ເອີ້ນ​ອາການ​ຂອງ​ນາງ​ວ່າ Toxic Shock Syndrome ເຊິ່ງ​ເປັນ​ອາການ​ຊັອກ​ຮຸນແຮງ​ທີ່​ເກີດ​ຈາກ​ພິດ​ຂອງ​ແບັກ​ທີ​ເ​ຣຍ staphylococcus ເຊິ່ງ​ໂດຍ​ປົກກະຕິ​ແບັກ​ທີ​ເຣຍ​ພວກ​ນີ້​ຈະ​ບໍ່​ເປັນ​ອັນຕະລາຍ​ຕໍ່​ຮ່າງກາຍ​ມະນຸດ ເວັ້ນ​​ແຕ່​ວ່າ ​ຮ່າງກາຍ​ຈະ​ມີ​ບາດແຜ ແລະ​ ເປັນ​ຊ່ອງ​ທາງ​ໃຫ້​ພວກ​ມັນ​ເຂົ້າ​ສູ່​ກະ​ແສ​ເລືອດໄດ້
ພິດ​ຂອງ​ແບັກ​ທີ​ເຣຍ​ເຫລົ່າ​ນີ້​ ມັນ​ຈະ​ເຮັດໃຫ້​ລະບົບ​ໃນ​ຮ່າງກາຍ​ລົ້ມເຫລວ ເຊິ່ງ​ລະບົບ​ໜຶ່ງ​ທີ່​ມັກ​ມີ​ຜົນ​ຈາກ​ພິດ​ຂອງ​ແບັກ​ທີ​ເຣຍ​ກໍ​ຄື ​ລະບົບ​ຫາຍ​ໃຈ
ວ່າ​ກັນ​ວ່າ​ມີ​ພຽງ 30 ເປີ​ເຊັນ ຂອງ​ຄົນ​ໄຂ້​ທີ່​ຖືກ​ພິດ​ຂອງ​ແບັກ​ທີ​ເຣຍ​ພວກ​ນີ້​ເຂົ້າ​ສູ່​ກະ​ແສ​ເລືອດ​ເທົ່າ​ນັ້ນ​ທີ່ນລອດ​ຊີ​ວິດ

ໝໍ​ພົບ​ວ່າ ​ຈຸດ​ທີ່​ແບັກ​ທີ​ເຣຍ ​ເຫລົ່າ​ນີ້​ເຂົ້າໄປ​ໃນ​ກະ​ແສ​ເລືອດ​ຂອງ​ ໂຈ​ແອນ​ນາ ​ນັ້ນ​ຄື ຜ້າ​ອະນາໄມ​ແບບ​ສອດ​ທີ່​ນາງ​ໃຊ້​ນັ້ນ​ເອງ ແລະ​ ນາງ​ໃສ່​ໄວ້​ດົນ​ເຖິງ 12 ຊົ່ວ​ໂມງ
ເພາະ​ຜ້າ​ນາ​ໄມ​ແບບ​ສອດ​ນີ້​ ເມື່ອ​ເຂົ້າໄປ​ຢູ່ໃນ​ຮ່າງກາຍ​ແລ້ວ​ຖິ້ມ​ໄວ້​ດົນ ອາດ​ກໍ່​ໃຫ້​ເກີດ​ການ​ສະ​ສົມ​ແບກ​ທີ​ເຣຍ​ຈຳນວນ​ຫລາຍ ແລະ ​ຖ້າ​ມີ​ບາດແຜ​ພຽງ​ໜ້ອຍໜຶ່ງ ພິດ​ຂອງ​ພວກ​ມັນ​ກໍ​ສາມາດ​ທຳລາຍ​ອະໄວຍະວະ​ພາຍ​ໃນ​ໄດ້ ທີ່​ເປັນ​ຢ້ານ​ທີ່ສຸດ​ກໍ​ຄື​ຖ້າ​ມັນ​ເຂົ້າໄປ​ໃນ​ສະ​ໝອງ

ເຖິງ​ຕອນ​ນີ້​ ໂຈ​ແອນ​ນາ ​ຈະ​ພົ້ນ​ຂີດ​ອັນຕະລາຍ​ແລ້ວ ແຕ່​ອາການ​ທາງ​ສະຫມອງ​ຍັງ​ບໍ່​ຄ່ອຍ​ດີ​ ຄວາມ​ຊົງ​ຈຳ​ບາງ​ສ່ວນ​ຂອງ​ນາງ​ຫາຍໄປ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...