spot_img
Homeຂ່າວພາຍ​ໃນສະຫວັນນະເຂດເລັ່ງສຸມທຶນຈຳນວນ 54 ຕື້ກວ່າກີບ ເພື່ອໃຫ້ເມືອງນອງ ກາຍເປັນເມືອງພົ້ນທຸກ

ສະຫວັນນະເຂດເລັ່ງສຸມທຶນຈຳນວນ 54 ຕື້ກວ່າກີບ ເພື່ອໃຫ້ເມືອງນອງ ກາຍເປັນເມືອງພົ້ນທຸກ

Published on

ໃນວັນທີ 7 – 8 ມີນາ 2023 ນີ້ ທາງຄະນະທິມງານ ການນຳຂັ້ນແຂວງ ເຊິ່ງນຳໂດຍ ທ່ານ ຄຳຜຸຍ ສີບຸນເຮືອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ ສົມທົບກັບການນຳເມືອງນອງມີ ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ ໃນນັ້ນມີພະແນກການທີ່ກ່ຽວຂ້ອງຮ່ວມຕິດຕາມຄື: ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ບໍລິສັດ ວີແອວພີ ພັດທະນາກໍ່ສ້າງຈຳກັດ ລົງເກັບກຳຂໍ້ມູນພ້ອມທັງລົງພື້ນທີ່ຕົວຈິງໃນການສຳຫຼວດພື້ນຖານໂຄງລ່າງ ເພື່ອສຸມໃສ່ເມືອງນອງໃຫ້ກາຍເປັນເມືອງພົ້ນທຸກ.

ໃນການລົງເກັບກຳຂໍ້ມູນຄັ້ງນີ້ ໄດ້ແບ່ງອອກເປັນ ສາມທີມຄື: ຈຸດສຸມ ແກ້ງລີ້ນມີ ບ້ານ ລະເບົານ້ຳ, ບ້ານລ໋ອຍນ້ຳ ທີ່ຖືກຜົນກະທົບ ຈາກການສ້າງເຂື່ອນໄຟຟ້າ ເຊລະນອງ 1 ແລະ ບ້ານ ບາງຢະຫຼາງ, ຈຸດສຸມຕັງອາມີ ບ້ານຕັງອາໄລນ້ຳ, ຕັງອາໄລເໜືອ, ບ້ານ ຕະຫຼຸງ, ບ້ານ ປາແນະ, ຈຸດສຸມ ປະເລາະ ອາສີງມີ ບ້ານ ໂອ້ຍຕານຕີບ, ເຂດອາລັອງມີ ຄຸ້ມບ້ານ ວົງ.

ພາຍຫຼັງລົງເກັບກຳຂໍ້ມູນ ແລະ ຮັບຮູ້ບັນຫາຢ່າງລະອຽດແລ້ວຈຶ່ງໄດ້ປຶກສາຫາລືຕໍ່ກັບບັນດາບ້ານທີ່ບໍ່ທັນພົ້ນທຸກ ເພື່ອສຸມໃສ່ການພັດທະນາ ດ້ານຕ່າງໆ, ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບກັນໂດຍແບ່ງແຜນວຽກ ແລະ ທຶນໃນການພັດທະນາອອກເປັນ 2 ໄລຍະຄື:

  1. ໄລຍະທີໜຶ່ງມີ 8 ໂຄງ ການທີ່ຈະຕ້ອງໄດ້ແກ້ໄຂສຸມໃສ່ຄື: ເຂດ ບ້ານຈັດສັນ ບ້ານ ລະເບົານ້ຳ ແລະ ບ້ານ ລ໋ອຍນ້ຳທີ່ຖືກຜົນກະທົບຈາກການສ້າງເຂື່ອນໄຟຟ້າເຊລະນອງ 1, ຈະໄດ້ສ້າງອ່າງເກັບນ້ຳດ້ວຍເບຕົງເສີມເຫຼັກຢູ່ຫ້ວຍ ຕຳປຣົງ ເຊິ່ງມີສາຍນ້ຳສາມສາຍມາບັນຄົບກັນເພື່ອກັກເກັບນ້ຳໄວ້ໃຊ້ໃນຊີວິດປະຈຳວັນ ຂອງປະຊາຊົນ ພ້ອມທັງທະລຸແລວທາງສອງພາກຂ້າງຂອງອ່າງເກັບນ້ຳ, ປ່ຽນໄດໂປມນ້ຳບາດານໃໝ່ຢູ່ທີ່ໂຮງຮຽນ ປະຖົມ ແລະ ປ່ຽນຖັງເກັບນ້ຳຈາກ 1.000ລິດ ມາເປັນ 2.000ລິດ ເພື່ອໃຫ້ນັກຮຽນ ແລະ ປະຊາຊົນໄດ້ນຳໃຊ້ຊົ່ວຄາວ, ໂຄງການຟື້ນຟູເສັ້ນທາງປູຢາງຕາຜ້າໃນເທດສະບານເມືອງນອງ ປັດຈຸບັນ ຈັດຕັ້ງປະຕິບັດແລ້ວ 540 ແມັດ, ສ້າງເບເລຂ້າມນ້ຳເຊສະມວນ, ໂຄງການກໍ່ສ້າງຕາຂ່າຍໄຟຟ້າ ດຶງໄຟ້ຟ້າຈາກບ້ານ ຕຸມລີຂາວ ເມືອງ ຕະໂອ້ຍ ແຂວງສາລະວັນ ໃນໄລຍະຫ່າງ 2 ກິໂລແມັດ ເຂົ້າຫາ ບ້ານ ປາແນະ ເມືອງນອງໃຫ້ໄດ້ຊົມໃຊ້ໄຟຟ້, ຕິດຕັ້ງໄຟ້ຟ້າພະລັງງານແສງຕາເວັນເຂົ້າຫາ ບ້ານ ຫູບ, ບ້ານ ບາງຢະຫຼາງ, ສ້າງຕາຂ່າຍໄຟຟ້າ ພາຍໃນເທດສະບານເມືອງນອງ, ໂຄງການ ອະນາໄມ ປັບເກດຂັ້ນຮູບທາງ, ຍົກລະດັບອັດແໜ້ນ,ປາດຊະຄອງສອງພາກຂ້າງເສັ້ນທາງ ໄປຫາບ້ານ ກະແຫຼງພູ ຊາຍແດນ ສສຫວຽດນາມ ໃນໄລຍະທາງ 7,5 ກິໂລ ແມັດ ແລະ ໂຄງການຍົກລະດັບອັດແໜ້ນ ແຕ່ບ້ານ ນາກອງ ໄປຫາ ບ້ານຫູບໄລຍະທາງ 6 ກິໂລແມັດ.
  2. ສ່ວນໄລຍະທີສອງແມ່ນ ຟື້ນຟູເສັ້ນທາງແຕ່ບ້ານ ແດນວິໄລ ໄປຫາ ບ້ານ ໂອ້ຍຕານຕີບ ເຂດເຊື່ອມຕໍ່ ເມືອງສະໝ້ວຍໃນໄລຍະທາງ 21,5 ກິໂລແມັດ, ໂຄງການຍົກລະດັບທາງດິນແດງ ແຕ່ຄຸ້ມ ບ້ານ ວົງ ທີ່ຂຶ້ນກັບ ບ້ານສະວຶ ໄປຫາບ້ານຕະຫຼີງ ລວງຍາວ 7,8 ກິໂລແມັດ ແລະ ສ້າງຕາຂ່າຍໄຟຟ້າພ້ອມທັງຕິດຕັ້ງ ໂມໂນ 30ກິໂລວັດໃຫ້ ຄຸ້ມບ້ານ ວົງ, ໂຄງການຟື້ນຟູເສັ້ນທາງແຕ່ບ້ານ ນາລົງເກົ່າໄປຫາ ບ້ານ ແດນວິໄລ ຊາຍແດນ ສສຫວຽດນາມ ເຊິ່ງການສຸມໃສ່ເມືອງນອງກາຍເປັນເມືອງພົ້ນທຸກຄັ້ງນີ້ລວມມູນຄ່າໃນໄລຍະໜຶ່ງ ແລະ ໄລຍະສອງທັງໝົດ 54ຕື້ກວ່າກີບ ຈາກນັ້ນກໍ່ໄດ້ນຳເຄື່ອງນຸ່ງຫົ່ມມອບໃຫ້ນ້ອງນັກຮຽນບ້ານຈັດສັນນຳອີກ.

ແຫຼ່ງຂ່າວ Media Laos

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...