Homeຂ່າວຕ່າງປະເທດຊາຍສັນຊາດອາເມຣິກາ ເສຍຊີວິດຈາກເຊື້ອ "ອະມີບາກິນສະໝອງ"

ຊາຍສັນຊາດອາເມຣິກາ ເສຍຊີວິດຈາກເຊື້ອ “ອະມີບາກິນສະໝອງ”

Published on

ສຳນັກງານສາທາລະນະສຸກຂອງລັດຟໍລິດາ ຂອງສະຫະລັດອາເມຣິກາ ເປີດເຜີຍວ່າ ພົບຊາຍຄົນໜຶ່ງ ເສຍຊີວິດຈາກເຊື້ອ “ອະມີບາກິນສະໝອງ” ໂດຍເປັນໄປໄດ້ວ່າຊາຍຄົນດັ່ງກ່າວຕິດເຊື້ອອະມີບາ ພາຍຫຼັງໃຊ້ນ້ຳປະປາລ້າງໂພງດັງ ໂດຍມີການຢືນຢັນການເສຍຊີວິດໃນວັນທີ 23 ກຸມພາ ທີ່ຜ່ານມາ ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມ.

ມີການຄາດວ່າ ຊາຍຄົນນີ້ ຕິດເຊື້ອອະມີບາ ຊະນິດນີເກີເຣຍ (Naegleria fowleri) ພາຍຫຼັງທີ່ລ້າງໂພງດັງ ດ້ວຍນ້ຳປະປາ ແຕ່ຕອນນີ້ຍັງຢູ່ໃນຂັ້ນຕອນການສືບສວນ.

ເຊື້ອອະມີບາ ຊະນິດນີເກີເຣຍ ເປັນສິ່ງທີ່ມີຊີວິດທີ່ພົບໃນດິນ ແລະ ນ້ຳຈືດທົ່ວໂລກ ເຊິ່ງມັນສາມາດເຂົ້າສູ່ຮ່າງກາຍຄົນເຮົາຜ່ານດັງ ແລະ ໄປຫາສະໝອງ ຈາກນັ້ນເຊື້ອຈະໄປທຳລາຍເນື້ອເຍື່ອສະໝອງຈົນເກີດການຕິດເຊື້ອຮຸນແຮງ ທີ່ເອີ້ນວ່າ ໂຣກເຍື່ອຫຸ້ມສະໝອງອັກເສບຈາກອະມີບາ (Primary amoebic meningoencephalitis) ຫຼື ອະມີບາກິນສະໝອງ.

ໂດຍທົ່ວໄປແລ້ວ ຄົນເຮົາບໍ່ສາມາດຕິດເຊື້ອອະມີບາຈາກການດື່ມນ້ຳປະປາໄດ້ ແລະ ການຕິດເຊື້ອສ່ວນໃຫຍ່ຈະມາຈາກການລອຍນ້ຳຕາມຫ້ວຍ ຫຼື ແມ່ນ້ຳໃນຊ່ວງລະດູຮ້ອນ ເນື່ອງຈາກອະມີບາ ມັກຄວາມຮ້ອນ ແລະ ເຕີບໂຕໄດ້ດີໃນບ່ອນອຸນຫະພູມສູງ.

ການຈະໃຊ້ນ້ຳລ້າງໂພງດັງ ຄວນໃຊ້ນ້ຳທີ່ກັ່ນຕອງມາແລ້ວ ຫຼື ນ້ຳທີ່ຜ່ານການຂ້າເຊື້ອແລ້ວ ຈຶ່ງລ້າງໂພງດັງໄດ້ ສ່ວນນ້ຳປະປາຄວນເອົາໄປຕົ້ມຢ່າງໜ້ອຍ 1 ນາທີ ແລະ ປ່ອຍໃຫ້ເຢັນກ່ອນ ຈຶ່ງສາມາດລ້າງໂພງດັງໄດ້.

ແຫຼ່ງຂ່າວ financialexpress

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...