Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນໄດ້ສົ່ງມອບລົດເມ 52 ຄັນ ລວມເປັນມູນຄ່າ 500 ລ້ານເຢນ

ລັດຖະບານຍີ່ປຸ່ນໄດ້ສົ່ງມອບລົດເມ 52 ຄັນ ລວມເປັນມູນຄ່າ 500 ລ້ານເຢນ

Published on

ລັດຖະບານຍີ່ປຸ່ນໄດ້ສົ່ງມອບລົດເມ 52 ຄັນ, ອຸປະກອນສ້ອມແປງ, ອາໄຫຼ່ລົດ, ເຄື່ອງຈຳລອງການຂັບຂີ່ ແລະ ອື່ນໆຜ່ານການຊ່ວຍເຫຼືອລ້າເປັນມູນຄ່າປະມານ 3,7 ລ້ານໂດລາສະຫະລັດ ເພື່ອສົ່ງເສີມວຽກງານການສ້າງຄວາມເຂັ້ມແຂງດ້ານການຂົນສົ່ງສາທາລະນະ.

ພິມີມອບຮັບໄດ້ຖືກຈັດຂຶ້ນໃນວັນທີ 28 ກຸມພາ ໂດຍມີພະນະທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ແລະ ພະນະທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຮ່ວມເປັນປະທານ. ການຊ່ວຍເຫຼືອລ້າໃນຄັ້ງນີ້ ລວມເປັນມູນຄ່າ 500 ລ້ານເຢນ (ຫຼື ປະມານ 3,7 ລ້ານໂດລາສະຫະລັດ ຫຼື 62  ຕື້ກີບ) ເຊິ່ງປະກອບມີ ລົດເມ ແລະ ອຸປະກອນຮັບໃຊ້ທີ່ກ່ຽວຂ້ອງ.

ນະຄອນຫຼວງວຽງຈັນຂອງສປປ ລາວ ໄດ້ເອົາໃຈໃສ່ຄົ້ນຄວ້າເພື່ອຫາທາງແກ້ໄຂ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂົນສົ່ງສາທາລະນະ ຜ່ານການສະໜັບສະໜູນຈາກຄູ່ຮ່ວມພັດທະນາ. ການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນຈະສືບຕໍ່ປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກລະດັບຄຸນະພາບລົະບົບຂົນສົ່ງໃນນະຄອນຫຼວງວຽງຈັນຜ່ານການສ້າງລະບົບຂົນສົ່ງທີ່ມີລາຄາປະຢັດ, ປອດໄພ ແລະ ອຸ່ນໃຈ.

ລົດເມທີ່ຈະສະໜອງໃນຄັ້ງນີ້ ມີຂະໜາດນ້ອຍກວ່າລົດເມທີ່ລັດຖະບານຍີ່ປຸ່ນເຄີຍສະໜອງໃຫ້ 5 ແມັດ, ເຮັດໃຫ້ສາມາດລ້ຽວໃນວົງແຄບ, ທັງຍັງສາມາດແລ່ນຜ່ານຫົນທາງທີ່ແຄບ ແລະ ມີໂຄ້ງກະທັນຫັນໄດ້.

ນອກຈາກນີ້, ການນຳໃຊ້ລົດເມສາທາລະນະຊ່ວຍໃຫ້ຫຼຸດຈຳນວນການປ່ອຍອາຍພິດຈາກຜູ້ຂັບຂີ່ພາຫະນະ ສົ່ງຜົນໃຫ້ມີການຫຼຸດຜ່ອນມົນລະພິດ ແລະ ບັນຫາສຸຂະພາບ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...