spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ ປກສ ເມືອງຊໍາໃຕ້ ສະກັດຈັບໃນຄະນະໄປສົ່ງ ພ້ອມຢາບ້າ ແລະ ຝິ່ນ

ເຈົ້າໜ້າທີ ປກສ ເມືອງຊໍາໃຕ້ ສະກັດຈັບໃນຄະນະໄປສົ່ງ ພ້ອມຢາບ້າ ແລະ ຝິ່ນ

Published on

ເຈົ້າໜ້າທີ ປກສ ແຂວງຫົວພັນ ໄດ້ຈັບຕົວ ນາງ ສົ່ງ ສົງ ອາຍຸ 36 ປີ ຢູ່ບ້ານນາຮຽງ ເມືອງຊໍາໃຕ້ ແຂວງຫົວພັນ ພ້ອມຂອງຂອງກາງປະເພດຢາບ້າ 11 ເມັດ ທີ່ຊຸກເຊື່ອງໄວ້ນໍາຖົງເສື້ອ ແລະ ຢາຝິ່ນຈໍານວນ 1 ຫໍ່ ໜັກ 700 ກຼາມທີ່ຊຸກເຊື່ອງໄວ້ຢູໃນຖົງຟາຍຂອງຜູ້ກ່ຽວ.

อาจเป็นรูปภาพของ 1 คน

ເຈົ້າໜ້າທີ່ໄດ້ຮັບລາຍງານວ່າ ມີຜູ້ຍິງຄົນໜຶ່ງກໍາລັງໄປສົ່ງຢາເສບຕິດ ຈາກບ້ານນາຮຽງ ມຸ່ງໜ້າໄປເທດສະບານ ເມືອງຊໍາໃຕ້ ແຂວງຫົວພັນ ພໍຮອດເວລາ 12 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ອອກໄປກວດ ກໍໄດ້ພົບເຫັນເປົ້າໝາຍຊື່ ນາງ ສົ່ງ ສົງ ຊ້ອນທ້າຍລົດຈັກມານໍາລູກຊາຍ ພໍມາຮອດຈຸດດັ່ງກ່າວ, ເຈົ້າໜ້າທີຈຶ່ງໄດ້ເຂົ້າໄປກວດຄົ້ນຕົວຂອງຜູ້ກ່ຽວ.

อาจเป็นรูปภาพของ 1 คน, อาหาร และ สถานที่ในร่ม

ຜ່ານການກວດຄົ້ນຂອງເຈົ້າໜ້າທີໄດ້ພົບເຫັນຂອງກາງປະເພດຢາບ້າຈໍານວນ 11 ເມັດ ທີ່ຊຸກເຊື່ອງໄວ້ນໍາຖົງເສື້ອຂອງຜູ້ກ່ຽວ ແລະ ພົບເຫັນຢາຝິ່ນຈໍານວນ 1 ຫໍ່ ໜັກ 700 ກລາມ ທີ່ຊຸກເຊື່ອໄວ້ຢູໃນຖົງຟາຍ, ພ້ອມໂທລະສັບ 1 ໜ່ວຍ ແລະ ອຸປະກອນການເສບຈໍານວນໜື່ງ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...