Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຕີລາຄາສູງ ຕໍ່ການພັດທະນາເຂດເສດຖະກິດໃໝ່ສີທັນດອນ

ນາຍົກລັດຖະມົນຕີ ຕີລາຄາສູງ ຕໍ່ການພັດທະນາເຂດເສດຖະກິດໃໝ່ສີທັນດອນ

Published on

ໃນວັນທີ 22 ກຸມພາ 2023 ທີ່ເຂດພັດທະນາເສດຖະກິດໃໝ່ ບ້ານທ່າຄໍ້ ເມືອງໂຂງ ແຂວງຈຳປາສັກ ໃນໂອກາດຮ່ວມເປັນປະທານໃນ ພິທີວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄຸ່ ເຂດພັດທະນາເສດຖະກິດໃໝ່ສີທັນດອນ  ຜ່ານມາ , ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການພັດທະນາໂຄງການເບື້ອງຕົ້ນ ໃນເຂດເສດຖະກິດໃໝ່ສີທັນດອນ ວ່າ: ໂຄງ ການພັດທະນາເສດຖະກິດໃໝ່ສີທັນດອນ ນີ້ແມ່ນໜຶ່ງໃນບັນດາຄວາມພະຍາຍາມ ແລະ ຄວາມມຸ່ງມາດປາຖະໜາ ຂອງລັດຖະບານ ກໍຄື ທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໃນການພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນເຂດຕົວເມືອງໃໝ່ທີ່ທັນສະໄໝຮອບດ້ານ, ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະ ເທດ, ມີຄວາມສະຫງົບ-ປອດໄພ, ເປັນເຂດສີຂຽວ, ມີພື້ນຖານເສດຖະກິດທີ່ ເຂັ້ມແຂງ, ສັງຄົມສີວິໄລ, ຍຸຕິທຳ, ເສີມສ້າງອະລິຍະທໍາ ແລະ ວັດທະນະທຳຂອງຊາດ, ຮັບປະກັນການພັດທະນາແບບຍືນຍົງ ແລະ ຕິດພັນກັບການປົກປັກຮັກສາຊີວະນາໆພັນ, ລວມທັງ ການສ້າງພື້ນຖານໂຄງລ່າງ ແລະ ສິ່ງສາທາລະນຸປະໂພກ.

ໂຄງການແຫ່ງນີ້, ຍັງເປັນໂຄງການໜຶ່ງ ທີ່ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍຄື ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030. ພ້ອມດຽວກັນນັ້ນ, ຍັງເປັນ ການຊຸກຍູ້, ສົ່ງເສີມການລົງທຶນໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນຢູ່ພາຍໃນແຂວງຈຳປາສັກ ໃຫ້ນັບມື້ນັບຫລາຍຂຶ້ນ ແລະ ເຮັດໃຫ້ເສດຖະກິດພາຍໃນແຂວງ ໄດ້ຮັບການພັດທະ ນາຢ່າງຕໍ່ເນື່ອງ ແລະ ເປັນໄປຕາມໂຄງປະກອບເສດຖະກິດ ທີ່ຫັນປ່ຽນຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຕາງໜ້າໃຫ້ລັດຖະບານ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາຂະແໜງການສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເປັນຕົ້ນ ແຂວງຈໍາປາສັກ ແລະ ປະ ຊາຊົນເມືອງໂຂງ ລວມທັງຜູ້ພັດທະນາໂຄງການ ແລະ ຜູ້ລົງທຶນ ທີ່ໄດ້ຮ່ວມມືກັນຢ່າງເປັນປຶກແຜ່ນ ເພື່ອອຳນວຍຄວາມສະດວກໃນການດຳເນີນລິເລີ່ມໂຄງການ ດັ່ງກ່າວນີ້. ພ້ອມທັງສະແດງຄວາມຊົມ ເຊີຍມາຍັງທຸກພາກສ່ວນທີ່ ຮັບຜິດຊອບໂຄງການ ທີ່ໄດ້ເສຍສະຫລະ, ສຸມສະຕິປັນຍາ ແລະ ເຫື່ອແຮງ ໃນການກະກຽມ ແລະ ລິເລີ່ມໂຄງການນີ້ ຕັ້ງແຕ່ປີ 2018 ມາຮອດປະຈຸບັນ ຈົນໄດ້ຮັບຜົນສຳເລັດຈຳນວນ ໜຶ່ງທີ່ໜ້າຊື່ນຊົມຍິນດີ ເປັນກ້າວໆມາ ແລະ ຫວັງເປັນຢ່າງຍິ່ງວ່າ, ບັນດາທ່ານຈະສືບຕໍ່ປະຕິ ບັດວຽກງານຂອງຕົນ ຕາມພາລະບົດບາດ ເພື່ອສືບຕໍ່ປະຕິບັດໂຄງການນີ້ ໃຫ້ສຳເລັດຕາມແຜນການ ທີ່ໄດ້ກຳນົດໄວ້.

ຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...