Homeຂ່າວພາຍ​ໃນພິທີວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄູ່

ພິທີວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄູ່

Published on

ພິທີວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2023 ທີ່ເຂດພັດທະນາເສດຖະກິດໃໝ່ ບ້ານທ່າຄໍ້ ເມືອງໂຂງ ແຂວງຈຳປາສັກ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ, ບັນດາທ່ານລັຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງ, ປະທານ ຄະນະຊີ້ນຳໂຄງການ, ບໍລິສັດຮັບເໝົາກໍ່ສ້າງ,ຫົວໜ້າພະແນກການ,ກົມກອງ, ຄະນະຄຸ້ມຄອງເຂດພັດທະນາເສດຖະກິດໃໝ່ ສີທັນດອນ,ອົງການປົກຄອງແຂວງ,ເມືອງ, ບ້ານ, ຫົວໜ່ວຍທຸລະກິດລັດ ແລະ ເອກະຊົນເຂົ້າຮ່ວມ.

ໃນພິທີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວມີຄຳເຫັນວ່າ: ແຂວງຈຳປາສັກໄດ້ຮັບອະນຸຍາດຈາກລັດຖະບານ ໄດ້ມີການສາ້ງຕັ້ງເຂດເສດຖະກິດພິເສດແລ້ວ 4 ເຂດ ເຊິ່ງເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນໜຶ່ງໃນສີ່ເຂດເສດຖະກິດພິເສດ ທີ່ໄດ້ຮັບອະນຸຍາດລົງທຶນຈາກລັດຖະບານແຫ່ງ ສປປ ລາວ ແລະ ໄດ້ຮັບການສ້າງຕັ້ງ ໃນຄັ້ງວັນທີ 23 ສິງຫາ 2018, ເຊັນສັນຍາພັດທະນາໂຄງການ ໃນຄັ້ງວັນທີ 30 ສິງຫາ 2018, ມີມູນຄ່າການລົງທຶນ: 1.330 ລ້ານໂດລາສະຫະລັດ, ມີອາຍຸສຳປະທານ 50 ປີ.

ທ່ານຍັງໄດ້ເວົ້າຕື່ມອີກວ່າ ໂຄງການພັດທະນາເຂດພັດທະນາເສດຖະກິດໃໝ່ສີທັນດອນ ຈະສ້າງການປຽນແປ່ງໃໝ່ທາງດ້ານເສດຖະກິດ, ວັດທະນະທໍາ, ສັງຄົມອັນຍິ່ງໃຫຍ່ທາງປະຫວັດສາດ, ເປັນໃບໜ້າໃບຕາໃຫ້ແກ່ ພັກ ແລະ ລັດຖະບານຢ່າງເອກອ້າງທະນົງໃຈ ແລະ ການກໍ່ສ້າງຕຶກແຄນຄູ່ໃນຄັ້ງນີ້ ນອກຈາກເປັນໂຄງການທີ່ຍິ່ງໃຫຍ່ແລ້ວ ຍັງເປັນໂຄງການທີ່ສະແດງໃຫ້ເຫັນເຖິງຄວາມເປັນເອກະລັກສະເພາະຂອງຊາດລາວ.

Cr.ສູນຂ່າວຊາວພາກໃຕ້.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...