Homeຂ່າວຕ່າງປະເທດໄທສົ່ງມອບສິ່ງຂອງຊ່ວຍເຫຼືອຜູ້ປະສົບໄພໃນຕວັກກີ

ໄທສົ່ງມອບສິ່ງຂອງຊ່ວຍເຫຼືອຜູ້ປະສົບໄພໃນຕວັກກີ

Published on

ທາງການໄທ ໄດ້ສົ່ງມອບສິ່ງຂອງຊ່ວຍເຫຼືອໃຫ້ແກ່ ເອກອັກຄະລັດຖະທູດຕວັກກີປະຈຳໄທ ທີ່ສະໜາມບິນທະຫານ.

ໂດຍສະບຽງອາຫານຕ່າງໆ ຖືກຂົນຂຶ້ນເຮືອບິນແອບັສ 340 ຂອງກອງທັບອາກາດ ແລະ ບິນໄປຫາ ນະຄອນຫຼວງອັງກາລາ ຂອງ ຕວັກກີ ໃນວັນພຸດ ທີ 15 ກຸມພາ ທີ່ຜ່ານມາ ເພື່ອຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດແຜ່ນດິນໄຫວຄັ້ງໃຫຍ່ໃນຕວັກກີ.

ການຈັດສິ່ງຂອງຊ່ວຍເຫຼືອ ທີ່ໄດ້ຮັບບໍລິຈາກປະກອບມີ ເຕັ້ນ(ມຸ້ງ), ຜ້ານວມ, ຜ້ານອນກັນໜາວ, ຈັກປັ່ນໄຟຟ້າຂະໜາດນ້ອຍ, ອາຫານແຫ້ງ, ນົມ ແລະ ນ້ຳດື່ມ ພ້ອມດ້ວຍເງິນບໍລິຈາກ ຈຳນວນ 5 ລ້ານບາດ ໃຫ້ແກ່ຕວັກກີ ແລະ 1 ລ້ານ ໃຫ້ຊີເຣຍ.

ນອກນັ້ນ ກໍຍັງນຳເອົາຄົນໄທທີ່ປະສົບໄພທີ່ຕວັກກີ ນຳກັບປະເທດໄທ ພ້ອມກັບຜູ້ເສຍຊີວິດກັບຄືນໃຫ້ຄອບຄົວທີ່ຢູ່ໄທ.

ແຫຼ່ງຂ່າວ The Nation Thailand

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...