Homeຂ່າວຕ່າງປະເທດກຸ່ມກໍ່ການຮ້າຍອິນໂດເນເຊຍທີ່ຈັບນັກບິນໄປໄດ້ກ່າວວ່າລາວຍັງປອດໄພ

ກຸ່ມກໍ່ການຮ້າຍອິນໂດເນເຊຍທີ່ຈັບນັກບິນໄປໄດ້ກ່າວວ່າລາວຍັງປອດໄພ

Published on

ກຸ່ມກໍ່ການຮ້າຍທີ່ແຂວງປາປົວ ພາກ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ​ ໄດ້ເຜີຍແຜ່ ຮູບພາບ ແລະ ວິດີໂອ ໃນວັນອັງຄານທີ່ຜ່ານມາ ພວກເຂົາກ່າວວ່າ ເປັນນັກບິນຈາກນິວຊີແລນທີ່ພວກເຂົາໄດ້ຈັບໄວ້ເປັນຕົວປະກັນ.

West Papuan separatists release video of New Zealand pilot they took hostage | Indonesia | The Guardian

Philip Mertens ນັກບິນຂອງສາຍການບິນ Susi Air ຂອງອິນໂດເນເຊຍ ຖືກກຸ່ມກໍ່ການຮ້າຍລັກພາຕົວຈາກ ໂດຍການໂຈມຕີເຮືອບິນຂອງລາວ ໃນເຮືອບິນລຳນີ້ມີຜູ້ໂດຍສານ 5 ຄົນ ກຸ່ມກໍ່ການຮ້າຍແບ່ງແຍກບິນແດນໄດ້ເວົ້າວ່າ ຈະສັງຫານພວກເຂົາ.

ທາງການອິນໂດເນເຊຍກ່າວວ່າ ມີແຜນການຍ້າຍຄົນງານອອກ ທີ່ກຳລັງກໍ່ສ້າງສູນສຸຂະພາບໃນເມືອງພາໂຣ ເລີຍເຮັດໃຫ້ກຸ່ມກໍ່ການຮ້າຍບໍ່ພໍໃຈ ແລ້ວຕອບໂຕ້ດ້ວຍການເຜົາເຮືອບິນ ແລະ ຍຶດເຮືອບິນໄວ້.

ເນື່ອງຈາກບໍລິເວນທີ່ກຸ່ມກໍ່ການຮ້າຍຢູ່ແມ່ນເຂດພູດອຍ ຈຶ່ງມີພຽງແຕ່ການບິນເທົ່ານັ້ນ ທີ່ຈະສາມາດເຂົ້າເຖິງບໍລິເວນນັ້ນໄດ້.

ທາງກໍ່ການຮ້າຍກ່າວວ່າ ຈະປ່ອຍຜູ້ໂດຍສານ 5 ຄົນ ເນື່ອງຈາກພວກເຂົາກໍເປັນຄົນປາປົວ.

Sambom ໜຶ່ງໃນກຸ່ມກໍ່ການຮ້າຍໄດ້ສົ່ງ ຮູບພາບ ແລະ ວິດີໂອ ໄປຫາສຳນັກຂ່າວ Associated Press ໃນວັນອັງຄານທີ່ຜ່ານມາ ເຊິ່ງມັນສະແດງໃຫ້ເຫັນເຖິງຜູ້ນຳພາກຸ່ມນີ້ໂດຍ Kogoya ທີ່ກຳລັງຈູດໄຟເຜົາເຮືອບິນ ແລະ ກ່າວວ່າ “ການຈັບນັກບິນເປັນຕົວປະກັນ ແມ່ນພຽງສ່ວນໜຶ່ງຂອງການຕໍ່ສູ້ເພື່ອປົດປ່ອຍປາປົວ ຈາກອິນໂດເນເຊຍ.”

ທາງລັດຖະບານອິນໂດເນເຊຍບໍ່ໄດ້ພະຍາຍາມໂອ້ລົມ ແລະ ໄກ່ເກ່ຍ ເພື່ອໃຫ້ປ່ອຍຕົວປະກັນອອກມາ.

In this undated photo released by West Papua Liberation Army, the armed wing of the Free Papua Movement, Papuan separatist rebels pose for a photo with a man they said is New Zealander pilot Phillip Mark Mehrtens who they took hostage last week, at an undisclosed location in Papua province, Indonesia. Mehrtens, a pilot for Indonesian aviation company Susi Air, was abducted by the independence fighters who stormed his single-engine plane shortly after it landed on a small runway in Paro in remote Nduga district. (West Papua Liberation Army via AP)

 

ແຫຼ່ງຂ່າວ AP

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...