ກຸ່ມກໍ່ການຮ້າຍອິນໂດເນເຊຍ ຈັບນັກບິນນິວຊີແລນເປັນຕົວປະກັນ

0
566

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 7 ກຸມພາ 2023 ວ່າ ນັກບິນຊາວນິວຊີແລນ ຊື່ວ່າ Philip Mertens ໄດ້ຂັບເຮືອນ້ອຍລຳນຶ່ງ ລົງຈອດທີ່ເຂດ ເອັນດູກາ ເຊິ່ງເປັນເຂດພູດອຍຂອງແຂວງປາປົວ ພາກ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ​ ກ່ອນທີ່ເຂົາເຈົ້າຈະຖືກໂຈມຕີ ເຮືອບິນຖືດຈູດໄຟເຜົາ ແລະ ນັກບິນໄດ້ຖືກຈັບເປັນຕົວປະກັນ.

ກອງທັບປົດປ່ອຍຊາດປາປົວຕາເວັນຕົກ (WPNLA), ຖືກລັດຖະບານຈັດປະເພດໂດຍເປັນກຸ່ມກໍ່ການຮ້າຍ ກຸ່ມດັ່ງກ່າວໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ, ໂດຍໂຄສົກ Sebbie Zambum ກ່າວວ່າ: ນັກ​ບິນ​ຈະ​ຖືກ​ປະຫານ​ຊີວິດ ຖ້າ​ອິນ​ໂດ​ເນ​ເຊຍ​ຍັງ​​ບໍ່​ສາມາດ​ເຈລະຈາ​ເອກະລາດ​ຂອງປາປົວຕາເວັນຕົກ.

ເຈົ້າໜ້າທີ່​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ພວກເຂົາເຈົ້າກໍາລັງສືບສວນເຫດການໃນຄັ້ງນີ້ ແຕ່ການເດີນທາງແມ່ນມີຄວາມຫຍຸ້ງຍາ. ເນື່ອງຈາກວ່າສະຖານທີ່ເກີດອຸປະຕິເຫດສາມາດເຂົ້າໄປໄດ້ພຽງແຕ່ທາງອາກາດ. ໃນ​ຂະ​ນະ​ທີ່​ຊະ​ຕາ​ກໍາ​ຂອງ​ຜູ້​ໂດຍ​ສານ 5 ຄົນ​ຍັງ​ບໍ່​ໄດ້​ຮັບ​ການ​ຢັ້ງ​ຢືນ, ແຕ່ເຊື່ອກັນວ່າທັງຫມົດໄດ້ຖືກປ່ອຍອອກມາແລ້ວ.

ທີ່ມາ: BBC