spot_img
Homeຂ່າວຕ່າງປະເທດໄທເລີ່ມເກັບຄ່າທຳນຽມຄົນທີ່ເຂົ້າປະເທດໄທ ເລີ່ມເດືອນມີຖຸນານີ້

ໄທເລີ່ມເກັບຄ່າທຳນຽມຄົນທີ່ເຂົ້າປະເທດໄທ ເລີ່ມເດືອນມີຖຸນານີ້

Published on

ໄທປະກາດ ຈະເລີ່ມເກັບຄ່າທຳນຽມສຳລັບຜູ້ທີ່ຈະເດີນທາງເຂົ້າປະເທດ ຈຳນວນ 150-300 ບາດ ໂດຍຈະເລີ່ມໃນເດືອນມິຖຸນາ ປີນີ້.

ໃນວັນທີ 14 ກຸມພາ 2023 ຮອງໂຄສົກປະຈຳສຳນັກງານນາຍົກລັດຖະມົນຕີແຫ່ງປະເທດໄທ ກ່າວໃນກອງປະຊຸມວ່າ: ໄດ້ຕົກລົງຮ່າງປະກາດຄະນະກຳມະການນະໂຍບາຍການທ່ອງທ່ຽວແຫ່ງຊາດ ເລື່ອງ ການຈັດເກັບຄ່າທຳນຽມການທ່ອງທ່ຽວພາຍໃນປະເທດຂອງນັກທ່ອງທ່ຽວຕ່າງຊາດ.

ເຊິ່ງກຳນົດຫຼັກເກນ ວິທີການ ແລະ ເງື່ອນໄຂໃນການຈັດເກັບຄ່າທຳນຽມການທ່ອງທ່ຽວພາຍໃນປະເທດຈາກນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າໄປໃນປະເທດໄທ ໂດຍກຳນົກຄ່າທຳນຽມ 300 ບາດ ຕໍ່ຄົນຕໍ່ຄັ້ງ ສຳລັບຜູ້ທີ່ເດີນທາງທາງອາກາດ ແລະ 150 ບາດ ຕໍ່ຄົນຕໍ່ຄັ້ງ ສຳລັບຜູ້ທີ່ເດີນທາງເຂົ້າຜ່ານຊ່ອງທາງບົກ ແລະ ນ້ຳ.

ຈະຍົກເວັ້ນສຳລັບຜູ້ທີ່ຖືໜັງສືເດີນທາງ ເພື່ອການທູດ ກົງສຸນ ຫຼື ປະຕິລັດທາງລາຊະການ (Diplomatic or Official Passport)  ຜູ້ທີ່ໄດ້ຮັບອະນຸຍາດໃຫ້ປະກອບອາຊີບໃນປະເທດໄທ ຫຼື ໜັງສືອະນຸຍາດໃຫ້ຄົນຕ່າງດ້າວເຮັດວຽກໃນໄທ ເປັນການສະເພາະທີ່ກະຊວງແຮງງານກຳນົດ, ຜູ້ໂດຍສານເດັກນ້ອຍ ບໍ່ເກີນ 2 ປີ ແລະ ບຸກຄົນອື່ນໆທີ່ຄະນະກຳມະການນະໂຍບາຍການທ່ອງທ່ຽວແຫ່ງຊາດຂອງປະເທດໄທ ໄດ້ກຳນົດໄວ້.

ແຫຼ່ງຂ່າວ thaigov

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...