spot_img
Homeຂ່າວຕ່າງປະເທດໂຄເອເຊຍແບ່ງຂາຍເກາະຮູບຫົວໃຈ 235 ຕື້ກີບ

ໂຄເອເຊຍແບ່ງຂາຍເກາະຮູບຫົວໃຈ 235 ຕື້ກີບ

Published on

ເກາະຮູບຫົວໃຈໃນທະເລເອເດຣຍຕິກ ທີ່ປະເທດໂຄເອເຊຍ ນັກທ່ອງທ່ຽວພາກັນເອີ້ນວ່າ “ເກາະແຫ່ງຄວາມຮັກ” ເປີດຈຳໜ່າຍໃຫ້ຜູ້ຄົນຈັບຈອງເປັນເຈົ້າຂອງເກາະແລ້ວ.

ເກາະ Galešnjak ຫຼື ເກາະຮູບຫົວໃຈ ຕັ້ງຢູ່ທະເລເອເດຣຍຕິກ ຖືເປັນເກາະທີ່ເປັນທີ່ຮູ້ຈັກຂອງບັນດານັກທ່ອງທ່ຽວຫຼາຍທີ່ສຸດຂອງໂຄເອເຊຍ ເຊິ່ງຕອນນີ້ ເຈົ້າຂອງເກາະແຫ່ງນີ້ ໄດ້ເປີດໂອກາດໃຫ້ຜູ້ທີ່ສົນໃຈເຂົ້າມາຊື້ເກາະຮູບຫົວໃຈ.

ທາ້ວ ຊິວເວສໂຕຣ ຄາດຸມ ຕົວແທນເຈົ້າຂອງເກາະ Galešnjak ເປີດເຜີຍວ່າ ມີການບັນທຶກພາບຂອງເກາະນີ້ຫຼາຍກວ່າລ້ານພາບຕໍ່ປີ ເພາະຄິດວ່າມັນກຳລັງໄດ້ຮັບຄວາມນິຍົມສູງ.

ເຖິງວ່າເກາະແຫ່ງນີ້ບໍ່ມີສະຖານທີ່ທ່ຽວ ໂຮງແຮມ ຫຼື ຮ້ານອາຫານ ແຕ່ກໍຍັງມີຄົນທີ່ມີຊື່ສຽງນຳເຮືອມາທ່ຽວຊົມເປັນຈຳນວນຫຼາຍໃນຊ່ວງລະດູຮ້ອນ.

ນອກນີ້ ກໍຍັງເຄີຍມີ ບີຢອນເຊ່ ນັກຮ້ອງຊື່ດັງຂອງອາເມຣິກາ ມາຈັດງານສະຫຼອງວັນເກີດຄົບຮອບ 39 ປີ ທີ່ເກາະແຫ່ງນີ້ ແລະ ລາວກໍຢູ່ທີ່ເກາະຫຼາຍມື້ໃນທຸກໆປີ ແລະ ກໍຍັງມີ ໄມເຄິລ ຈໍແດນ ນັກກິລາບາສເກັດບອລລະດັບໂລກ, ເຈັຟ ເບໂຊສ ປະທານບໍລິສັດແອມະຊອນ ກໍໄປເກາະນັ້ນເຊັ່ນກັນ.

ເກາະແຫ່ງນີ້ມີພື້ນທີ່ 142.000 ຕາລາງແມັດ ເຈົ້າຂອງເກາະຕັດໃຈແບ່ງຂາຍຜູ້ທີ່ສົນໃຈ 40.000 ຕາລາງແມັດ ໃນລາຄາ 13 ລ້ານເອີໂຣ ຫຼື ປະມານ 235 ຕື້ກີບ ໂດຍທີ່ຜ່ານມາມັກຈະມີຄົນມາຖາມຊື້ເກາະຢູ່ເລື່ອຍໆ.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...