Homeຂ່າວພາຍ​ໃນສປປ ລາວ ນຳເຂົ້ານ້ຳມັນຈາກຫວຽດນາມເພີ່ມຂຶ້ນ 439%

ສປປ ລາວ ນຳເຂົ້ານ້ຳມັນຈາກຫວຽດນາມເພີ່ມຂຶ້ນ 439%

Published on

ການນຳເຂົ້ານ້ຳມັນເຊື້ອໄຟຂອງຫວຽດນາມມາຫາ ສປປ ລາວ ເພີ່ມຂຶ້ນ 439% ດ້ວຍມູນຄ່າ 125,4 ລ້ານໂດລາສະຫະລັດໃນປີທີ່ຜ່ານມາ.

ການນຳເຂົ້າຈາກຫວຽດນາມ ມາຫາ ສປປ ລາວເພີ່ມຂຶ້ນ 10,4% ເປັນເງິນ 656,4 ລ້ານໂດລາ ຂະນະທີ່ສິນຄ້ານຳເຂົ້າອື່ນໆ ລວມມີເຫຼັກ ຫຼຸດລົງ 15% ເທົ່າ 60,1 ລ້ານໂດລາ ແລະ ປຸ໋ຍເພີ່ມຂຶ້ນ 31% ເທົ່າ 32,5 ລ້ານໂດລາ.

ສຳລັບການສົ່ງອອກສິນຄ້າຈາກ ສປປ ລາວ ໄປຫາ ຫວຽດນາມ ເພີ່ມຂຶ້ນ 34,6% ເປັນ 1 ຕື້ໂດລາ ໂດຍມີສິນຄ້າທີ່ສຳຄັນຄື ໄມ້ ແລະ ຜະລິດຕະພັນຈາກໄມ້, ປຸ໋ຍ ແລະ ຢາງພາລາ ເຊິ່ງສ່ວນໃຫຍ່ສິນຄ້າທີ່ນຳເຂົ້າ-ສົ່ງອອກລະຫວ່າງ 2 ປະເທດນີ້ ແມ່ນບໍ່ເສຍພາສີ ຈຶ່ງເຮັດໃຫ້ ສປປ ລາວ ເປັນທີ່ນິຍົມລົງທຶນທາງດ້ານກະສິກຳຄຸນະພາບສູງຂອງທຸລະກິດຕ່າງໆໃນຫວຽດນາມ.

ແຫຼ່ງຂ່າວ: AEC Connect

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...