Homeຂ່າວຕ່າງປະເທດອັບເດດເຫດແຜ່ນດິນໄຫວໃນປະເທດຕວັກກີ-ຊີເຣຍ ເສຍຊິີວິດຫຼາຍກວ່າ 7.800 ຄົນ

ອັບເດດເຫດແຜ່ນດິນໄຫວໃນປະເທດຕວັກກີ-ຊີເຣຍ ເສຍຊິີວິດຫຼາຍກວ່າ 7.800 ຄົນ

Published on

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຫຼ້າ​ສຸດ​ຈາກ​ແຜ່ນ​ດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ ເສຍຊີວິດເພີ່ມຂຶ້ນເປັນ 7.800 ຄົນ .

ໃນປະເທດຕວັກກີເສຍຊີວິດແລ້ວ 5.894 ຄົນ ໃນຂະນະທີ່ຊີເຣຍເສຍຊີວິດ 1.932 ຄົນ ລວມເປັນ 7.826 ຄົນເສຍຊີວິດ ແລະ ຍັງຄາດວ່າຈຳນວນ​ຜູ້​ເສຍ​ຊີວິດ​ຈະ​ເພີ່ມ​ຂຶ້ນ​ເລື່ອຍໆ ​ໂດຍ​ເຈົ້າ​ໜ້າ​ທີ່​ອົງການ​ອະນາ​ໄມ​ໂລກ​ຄາດ​ຄະ​ເນ​ວ່າ ອາດ​ຈະ​ເສຍ​ຊີວິດ​ເຖິງ 20.000 ຄົນ​.

ທັ້ງນີ້ ລັດຖະບານຈີນກໍຍັງສົ່ງ ໜ່ວຍກູ້ໄພ 82 ຄົນ ຮອດຕວັກກີ ໃນຕອນເຊົ້າຂອງວັນພຸດ ແລ້ວໄດ້ນຳເອົາອຸປະກອນການແພດ ອຸປະກອນກູ້ໄພຕ່າງໆ ແລະ ທີມໝາຄົ້ນຫາ ເພື່ອຊ່ວຍເຫຼືອໃນເຫດການແຜ່ນດິນໄຫວ.

ແມັກຊິໂກ ໄດ້ນຳທີມກູ້ໄພ ແລະ ໝາ ເພື່ອຊ່ວຍເຫຼືອ.

ອາເມຣິກາ ກໍໄດ້ສົ່ງໜ່ວຍກູ້ໄພມາຮອດຕວັກກີໃນຕອນເຊົ້າວັນພຸດເຊັ່ນດຽວກັນ ແລະ ກຳລັງເດີນທາງໄປເມືອງ Adiyaman ເພື່ອຊ່ວຍເຫຼືອປະຊາຊົນທີ່ປະສົບໄພ ໂດຍມີທີມງານທີ່ມາຈາກເຮືອບິນຂົນສົ່ງ 2 ລຳ, ທີມງານ 130 ຄົນ, ໝາ 12 ໂຕ ແລະ ອຸປະກອນຊ່ວຍເຫຼືອຕ່າງໆ.

ເຫດແຜ່ນດິນໄຫວຂະໜາດ 7,8 ຣິກເຕີ ເຮັດໃຫ້ຄົນເສຍຊີວິດເກືອບ 8.000 ຄົນ ໃນສອງປະເທດ.

ແຫຼ່ງຂ່າວ theguardian

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...