Homeຂ່າວຕ່າງປະເທດອັບເດດຍອດຜູ້ເສຍຊີວິດ ເຫດແຜ່ນດິນໄຫວໃນຕວັກກີ

ອັບເດດຍອດຜູ້ເສຍຊີວິດ ເຫດແຜ່ນດິນໄຫວໃນຕວັກກີ

Published on

ເກີດແຜ່ນດິນໄຫວທີ່ມີຄວາມແຮງ 7.8 ຣິກເຕີ ທີ່ປະເທດຕວັກກີ, ສ້າງແຮງສັ່ນສະເທືອນໄປໄກ ຈຶ່ງເປັນເຫດໃຫ້້ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 253 ຄົນ, ບາດເຈັບ 1000 ຄົນ ສ່ວນ ຊີເຣຍ ເສຍຊີວິດ 237 ຄົນ ​ແລະ ບາດເຈັບອີກ 600 ຄົນ, ອາຄານ​ຫຼາຍ​ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍຢ່າງຫຼວງຫຼາຍ.

ໃນວັນ​ທີ 6 ກຸມພາ 2023, ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 7,8 ລິກ​ເຕີ ຢູ່​ໃກ້​ເມືອງ Gaziantep ໃນພາກຕາເວັນອອກສຽງໃຕ້ຂອງຕວັກກີ ຊຶ່ງ​ຢູ່​ໃກ້​ກັບ​ຊາຍ​ແດນ​ຊີ​ເຣຍ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ອາຄານ, ເຮືອນ ແລະ ຄົນ​ໄດ້​ເສຍ​ຊີວິດຢ່າງນ້ອຍເກືອບ 500 ກວ່າຄົນ ແລະ ບາດເຈັບອີກກວ່າ 1600 ຄົນໃນສອງພືນທີ່.

ທັງນີ້, ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດ ຄາດຄະເນວ່າ ຈຳນວນຜູ້ເສຍຊີວິດແມ່ນຢ່າງໜ້ອຍ 1,000 ຄົນ ຈາກເຫດແຜ່ນດິນໄຫວໃນຕວັກກີ-ຊີເຣຍ ເຊິ່ງສະແດງໃຫ້ເຫັນວ່າ ຈຳນວນຜູ້ເສຍຊີວິດອາດຈະສູງເຖິງ 10,000 ຄົນ, ປະເມີນໂດຍຕຸລະກີ ຈໍານວນຜູ້ເສຍຊີວິດຂັ້ນຕ່ຳແມ່ນ 4000 ຄົນສູງສຸດ 10000 ຄົນ.

ທີ່ມາ:BBC

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...