Homeຂ່າວພາຍ​ໃນຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຈະສຳເລັດພາຍໃນປີໜ້າ

ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຈະສຳເລັດພາຍໃນປີໜ້າ

Published on

ວັນທີ 28 ມັງກອນ 2023 ທ່ານ ນາງ ທິພານັນ ສິລິຊະນະ ຮອງໂຄສົກປະຈຳສຳນັກງານນາຍົກປະເທດໄທ ເປີດເຜີຍວ່າ ທ່ານ ພົອ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງ ປະເທດໄທ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດໄທ ໄດ້ເລັ່ງພັດທະນາໂຄງສ້າງພື້ນຖານດ້ານການຄົມມະນາຄົມຂົນສົ່ງຂອງປະເທດໄທທັງ 4 ມິຕິຄື ບົກ ຮາງ ນ້ຳ ອາກາດ ເພື່ອໃຫ້ປະຊາຊົນເດີນທາງສະດວກ ວ່ອງໄວ ແລະ ປອດໄພ.

สะพานมิตรภาพไทย-ลาวแห่งที่ 5 เสร็จปีหน้า เชื่อม 3 ปท. แค่ 150 กม.

ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງທີ 5 ບຶງການ-ບໍລິຄຳໄຊ ທີ່ໄດ້ຮັບອະນຸມັດຈາກຄະນະລັດຖະມົນຕີໃນວັນທີ 2 ມິຖຸນາ 2019 ເຊິ່ງລວມມູນຄ້າການລົງທຶນເປັນ 3.930 ລ້ານບາດ ເປັນງົບປະມານຂອງໄທ 2.630 ລ້ານບາດ ສ່ວນ ສປປ ລາວໃຊ້ເງິນກູ້ຈາກສຳນັກງານຮ່ວມມືພັດທະນາເສດຖະກິດກັບອົງການມະຫາຊົນ ວົງເງິນ 1.300 ລ້ານບາດ ລວມເຖິງເງິນລົງທຶນກໍ່ສ້າງໄລຍະທາງລວມ 16,18 ກິໂລແມັດ ແຍກເປັນທາງກໍ່ສ້າງຝັ່ງໄທ 12 ກິໂລແມັດ ແລະ ຝັ່ງລາວ 2,8 ກິໂລແມັດ.

ປັດຈຸບັນ ໂຄງການດັ່ງກ່າວມີຄວາມຄືບໜ້າໃນການກໍ່ສ້າງໄວກວ່າກຳນົດເກີນ 60% ແລ້ວ ຫຼັງຈາກ ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແລະ ພົອ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງ ປະເທດໄທ ຮ່ວມເປັນປະທານໃນພິທີວາງສີລາເລີກໂຄງການໃນວັນທີ 28 ຕຸລາ 2022 ໂດຍຄາດວ່າຈະເຊື່ອມຕໍ່ເຂດຂົວໄດ້ປະມານກາງປີ 2023 ແລະ ເປີດໃຫ້ບໍລິການປີ 2024.

ການຂົນສົ່ງພັດທະນາເສດຖະກິດການຄ້າສູ້ຝັ່ງຕາເວັນອອກ ທີ່ທະເລຈີນໃຕ້ ຕາມກອບການພັດທະນາຄວາມຮ່ວມມືທາງເສດຖະກິດໃນພູມິພາກລຸ່ມນ້ຳຂອງ  (Greater Mekong Subregion : GMS) ທີ່ເປັນຄວາມຮ່ວມມືຂອງ 6 ປະເທດຄື ໄທ ມຽນມາ ລາວ ກຳປູເຈຍ ຫວຽດນາມ ແລະ ຈີນ ແລະ ຊ່ວຍສະໜັບສະໜູນການສົ່ງອອກສິນຄ້າລະຫວ່າງ 2 ປະເທດໄດ້ຢ່າງໄວວາ ແລະ ສະດວກຍິ່ງຂຶ້ນ.

ແຫຼ່ງຂ່າວ tnnthailand

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...