Homeຂ່າວຕ່າງປະເທດຕາລີບັນຫ້າມນັກຮຽນຜູ້ຍິງເສັງເຂົ້າມະຫາວິທະຍາໄລ

ຕາລີບັນຫ້າມນັກຮຽນຜູ້ຍິງເສັງເຂົ້າມະຫາວິທະຍາໄລ

Published on

ກະຊວງສຶກສາທິການຂອງອັຟການິສະຖານ ພາຍໃຕ້ການນຳຂອງລັດຖະບານຕາລີບັນ ມີຄຳສັ່ງໃຫ້ມະຫາວິທະຍາໄລເອກະຊົນໃນປະເທດບໍ່ອະນຸຍາດໃຫ້ນັກຮຽນຜູ້ຍິງເສັງເຂົ້າມະຫາວິທະຍາໄລໃນເດືອນໜ້າ ພ້ອມເນັ້ນຍ້ຳເຖິງນະໂຍບາຍທີ່ຈຳກັດຜູ້ຍິງບໍ່ໃຫ້ເຂົ້າສຶກສາໃນລະດັບວິຊາຊີບ.

ການປະກາດຄັ້ງນີ້ມີຂຶ້ນໃນຫຼາຍອາທິດກ່ອນອັຟການິສະຖານ ຈະຖືກຫຼາຍປະເທດກ່າວປະນາມໃຫ້ຍົກເລີກມາດຕະການຈຳກັດເສລີພາບຂອງຜູ້ຍິງ ລວມທັ້ງການຢ້ຽມຢາມຂອງເຈົ້າໜ້າທີ່ອາວຸໂສຂອງສະຫະປະຊາຊາດຫຼາຍຄົນ.

ຂໍ້ຈຳກັດໃນການເຮັດວຽກ ແລະ ການສຶກສາຂອງຜູ້ຍິງ ເຮັດໃຫ້ເກີດສຽງປະນາມຈາກນາໆຊາດ ນັກການທູດຕາເວັນຕົກສົ່ງສັນຍານວ່າກຸ່ມຕາລີບັນຕ້ອງປ່ຽນນະໂຍບາຍທີ່ມີຕໍ່ຜູ້ຍິງ ເພື່ອໃຫ້ໄດ້ຮັບການຍອມຮັບຈາກນາໆຊາດຢ່າງເປັນທາງການ.

ອັຟການິສະຖານ ກຳລັງຕົກຢູ່ໃນວິກິດເສດຖະກິດ ສ່ວນໜຶ່ງເປັນຜົນມາຈາກມາດຕະການຂວ້ຳບາດທີ່ສົ່ງຜົນຕໍ່ພາກທະນາຄານ ແລະ ການຕັດເງິນສະໜັບສະໜູນເພື່ອການພັດທະນາ ໂດຍໜ່ວຍງານຊ່ວຍເຫຼືອເຕືອນວ່າ ມີປະຊາຊົນຫຼາຍສິບຄົນຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນ.

ຢ່າງໃດກໍຕາມ ລາຍງານຂອງທະນາຄານໂລກໃນອາທິດນີ້ຍັງລະບຸວ່າ ລັດຖະບານຕາລີບັນ ເຊິ່ງກ່າວວ່າພວກເຂົາມຸ່ງເນັ້ນໄປຫາການພຶ່ງພາຕົນເອງທາງເສດຖະກິດຫຼາຍຂຶ້ນ ສາມາດຈັບເກັບລາຍໄດ້ຫຼາຍຂຶ້ນໃນປີຜ່ານມາ ແລະ ມີການສົ່ງອອກເພີ່ມຂຶ້ນ.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...