Homeຂ່າວທ້ອງຖິ່ນການສົ່ງເສີມວັດທະນະທຳທ້ອງຖິ່ນ​ຕິດພັນກັບການທ່ອງທ່ຽວ

ການສົ່ງເສີມວັດທະນະທຳທ້ອງຖິ່ນ​ຕິດພັນກັບການທ່ອງທ່ຽວ

Published on

ໃນວັນທີ​ 27 ມັງກອນ​ 2023​ ຜ່າມມາ, ໄລຍະເທດສະການ ບູນດອກງີ້ວບານ ທີ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງ​ບໍ່ແກ້ວ​ ສປປ​ ລາວ​ ໄດ້ຈັດກິດຈະກຳການແຂ່ງຂັນເຮືອໄຟ​ ກໍຄືການສົ່ງເສີມວັດທະນະທຳອັນດີງາມຂອງທ້ອງຖິ່ນຕິດພັນກັບການທ່ອງທ່ຽວ ໂດຍປະກອບມີ 8 ບ້ານເຂົ້າຮ່ວມຄື: ບ້ານພຽງງາມ,​ ບ້ານດອນມູນ, ບ້ານໃຫຍ່ຕົ້ນເຜີ້ງ1,​ ບ້ານໃຫຍ່ຕົ້ນເຜີ້ງ2,​ ບ້ານດອນສະຫວັນ,​ ບ້ານ​ສີບຸນເຮືອງ, ບ້ານຄວ້ານສາມຫລ່ຽມຄຳ ແລະ​ ບ້າຍມອມ​ ຜົນການປະກວດໂດຍອີງໃສ່ການຕົບແຕ່ງ, ​ເອ້ຢອງ,​ ຄວາມເປັນເອກະລັກປະຈຳທ້ອງຖິ່ນຕິດພັນກັບຮີດຄອງປະເພນີ,​ ຂະບວນການແຫ່,​ ການນຸ່ງຖືທີ່ເປັນເອກະລັກຂອງຊົນເຜົ່າ ແລະ​ ການລອຍເຮືອໄຟ.

ເຊິ່ງຜ່ານຄະນະກຳມະການຮັບຜິດຊອບໄດ້ປະກາດຜົນລາງວັນມີດັ່ງນີ້:
ທີ ​1 ບ້ານມອມ ພ້ອມເງິນລາງວັນ 15​ລ້ານກີບ.
ທີ​ 2 ບ້ານຄວ້ານສາມຫລ່ຽມຄຳ​ພ້ອມເງິນລາງວັນ​10​ລ້ານກີບ.
ທີ​ 3 ບ້ານໃຫຍ່ຕົ້ນເຜີ້ງ1​ ພ້ອມເງິນລາງວັນ​7,5 ລ້ານກີບ.

ນອກນັ້ນ, ໄດ້ມອບລາງວັນຊົມເຊີຍໃຫ້ ເຮືອເຂົ້າຮ່ວມ ບ້ານລະ 5 ລ້ານກີບ ໂດຍເປັນກຽດເຂົ້າຮ່ວມມີທ່ານເຈົ້າເມືອງຕົ້ນເຜີ້ງ,​ ຫົວໜ້າ​ພະແນກຖວທ ແຂວງບໍ່ແກ້ວ ແລະ​ ອໍານາດການປົກຄອງບ້ານ​ແລະ​ ປະຊາຊົນເຂົ້າຮ່ວມ​ ຢ່າງເບີກບານມ່ວນຊື່ນ,​ມີຄວາມສາມັກຄີ​ ແລະ​ ສະແດງອອກເຖິງການອະນຸລັກຮັກສາວັດທະນະທຳອັນດີງາມທ້ອງຖິ່ນຂອງຕົນ.​

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...