spot_img
Homeຂ່າວຕ່າງປະເທດພົບແມວຫາຍາກໃນພູເຂົາເອເວີເຣັສ

ພົບແມວຫາຍາກໃນພູເຂົາເອເວີເຣັສ

Published on

ການຄົ້ນພົບໃໝ່ໃນທາງວິທະຍາສາດ ນັບເປັນການຄົ້ນພົບຄັ້ງທຳອິດຂອງແມວພັລລາ (Pallas) ຢູ່ເທິງພູເຂົາເອເວີເຣັສ ພູທີ່ສູງທີ່ສຸດໃນໂລກ.

ນັກວິໄຈໄດ້ລາຍງານການຄົ້ນພົບແມວພັລລາ (Pallas) ທີ່ຢູ່ພູເຂົາເອເວີເຣັສໃນອຸທະຍານແຫ່ງຊາດ Sagarmatha ໃນເນປານ ເຊິ່ງການຄົ້ນພົບນີ້ເປັນຜົນມາຈາກ National Geographic ແລະ Rolex Perpetual Planet Everest Expedition ໃນປີ 2019 ທີ່ສຳຫຼວດທາງວິທະຍາສາດເທື່ອດຽວທີ່ສົມບູນທີ່ສຸດໃນປະຫວັດສາດ.

ໃນລະຫວ່າງວັນທີ 7 ເມສາ ຫາ ວັນທີ 2 ພຶດສະພາ 2019 ທ່ານ ດຣ ເທຣຊີ ເຊມ່ອນ ຈາກໂຄງການສຸຂະພາບສັດຂອງສະມາຄົມອະນຸລັກສັດປ່າ ທີ່ຕັ້ງຢູ່ໃນສວນສັດ Bronx ໄດ້ຮ່ວມກັນນໍາພາທີມງານພາກສະໜາມຊີວະວິທະຍາ Perpetual Planet Everest Expedition ຂອງນັກວິທະຍາສາດ ທີ່ເກັບກໍາຕົວຢ່າງສິ່ງແວດລ້ອມ ຈາກ 2 ສະຖານທີ່ ຫ່າງຈາກລະດັບຄວາມສູງເໜືອລະດັບນ້ຳທະເລຢູ່ທີ່ 5.110 ແລະ 5.190 m ຕາມອຸທະຍານແຫ່ງຊາດ Sagarmatha ເທິງພູເຂົາເອເວີເຣັສ.

ທ່ານ ດຣ. ເຊມ່ອນ ກ່າວວ່າ “ມັນເປັນສິ່ງມະຫັດສະຈັນຫຼາຍໃນການເດີນທາງເກືອບ 4 ອາທິດ ແລ້ວຄົ້ນພົບຫຼັກຖານຂອງແມວທີ່ຫາຍາກ ແລະ ໂດດເດັ່ນຢູ່ໃນອັນດັບຕົ້ນໆຂອງໂລກ ບໍ່ພຽງແຕ່ເປັນລາງວັນສໍາລັບທີມງານຂອງພວກເຮົາ ແຕ່ສໍາລັບຊຸມຊົນວິທະຍາສາດຂະໜາດໃຫຍ່, ການຄົ້ນພົບແມວຂອງພັລລາ ໃນເອເວີເຣັສ ເຮັດໃຫ້ຮູ້ເຖິງຄວາມອຸດົມສົມບູນຂອງລະບົບນິເວດ ທີ່ຢູ່ໃນເຂດພູດອຍຫ່າງໄກສອກຫຼີກ ແລະ ຂະຫຍາຍຂອບເຂດທີ່ຮູ້ຈັກຂອງຊະນິດນີ້ໄປສູ່ພາກຕາເວັນອອກຂອງເນປານ.”

ນີ້ແມ່ນການຄົ້ນພົບບໍ່ພຽງແຕ່ໃນດ້ານວິທະຍາສາດເທົ່ານັ້ນ ແຕ່ຍັງເປັນການອະນຸລັກ ຍ້ອນວ່າປະຊາກອນຂອງແມວພັລລາ ໄດ້ຖືກປົກປ້ອງຢ່າງຖືກຕ້ອງຕາມກົດໝາຍພາຍໃຕ້ CITES ສົນທິສັນຍາວ່າດ້ວຍການຄ້າລະຫວ່າງປະເທດໃນຊະນິດທີ່ໃກ້ຈະສູນພັນຂອງສັດປ່າ ແລະ ພືດປ່າ.

ແຫຼ່ງຂ່າວ newsroom

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...