spot_img
Homeຂ່າວຕ່າງປະເທດນັກຮ້ອງແຣັບເປີທີ່ມີສື່ສຽງໃນອາເມຣິກາ ອາດຖືກປະຕິເສດເຂົ້າປະເທດອົດສະຕຣາລີ ພາຍຫຼັງທີ່ມີຄວາມຄິດຕໍ່ຕ້ານຊາວຢິວ

ນັກຮ້ອງແຣັບເປີທີ່ມີສື່ສຽງໃນອາເມຣິກາ ອາດຖືກປະຕິເສດເຂົ້າປະເທດອົດສະຕຣາລີ ພາຍຫຼັງທີ່ມີຄວາມຄິດຕໍ່ຕ້ານຊາວຢິວ

Published on

“ຄານເຢ ເວສ” ນັກຮ້ອງແຣັບເປີທີ່ມີສື່ສຽງໃນອາເມຣິກາ ອາດຖືກປະຕິເສດເຂົ້າປະເທດອົດສະຕຣາລີ ພາຍຫຼັງທີ່ມີຄວາມຄິດຕໍ່ຕ້ານຊາວຢິວ.

ວັນທີ 25 ມັງກອນ 2023 ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ເຈສັນ ແຄລ (Jason Clare) ກະຊວງສຶກສາທິການຂອງອົດສະຕຣາລີລະບຸວ່າ ຄານເຢ ເວສ (Kanye West) ນັກຮ້ອງແຣັບເປີທີ່ມີສື່ສຽງຂອງອາເມຣິກາ ອາດຈະບໍ່ເໝາະສົມທີ່ຈະຍື່ນຂໍວີຊ່າເຂົ້າປະເທດອົດສະຕຣາລີ ເນື່ອງຈາກລາວໄດ້ມີປະຫວັດການສະແດງຄວາມຄິດເຫັນໃນທາງຕໍ່ຕ້ານຊາວຢິວ ໃນຂະນະທີ່ກຳລັງມີກະແສ ໃຫ້ທາງການອົດສະຕຣາລີປະຕິເສດ ເວສ ເຂົ້າປະເທດ.

ທາງດ້ານ ເຈສັນ ແຄລ ກະຊວງສຶກສາທິການອົດສະຕຣາລີ ໄດ້ປະນາມການທີ່ ເວສ ເຄີຍສະແດງຄວາມຄິດເຫັນໃນທາງຕໍ່ຕ້ານຊາວຢິວ ເຊິ່ງກ່ຽວຂ້ອງກັບ ອະດັອຟ ຮິດເລີ ຜູ້ນຳນາຊີເຢຍລະມັນ ແລະ ການຂ້າລ້າງເຜົ່າພັນຊາວຢິວ ເຊິ່ງ ເຈສັນ ແຄລ ກ່າວວ່າ ຄົນທີ່ເຄີຍສະແດງຄວາມຄິດເຫັນແບບດຽວກັນນີ້ ຖືກປະຕິເສດການອອກວີຊ່າຈາກທາງການອົດສະຕຣາລີມາຕະຫຼອດ.

ທັ້ງນີ້ ເວສ ກຽມເດີນທາງມາອົດສະຕຣາລີ ເພື່ອມາພົບກັບຄອບຄົວຂອງຄົນຮັກລາວ ທີ່ເຕີບໃຫຍ່ຢູ່ເມືອງເມວເບິນ ປະເທດອົດສະຕຣາລີ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...