spot_img
Homeຂ່າວຕ່າງປະເທດພົບແຫຼ່ງແຮ່ທາດຫາຍາກໃຫຍ່ທີ່ສຸດໃນເອີຣົບ

ພົບແຫຼ່ງແຮ່ທາດຫາຍາກໃຫຍ່ທີ່ສຸດໃນເອີຣົບ

Published on

ໃນປີ 2021 ຄະນະກຳມາທິການເອີຣົບລະບຸວ່າ 98% ຂອງແຮ່ທາດທີ່ຫາຍາກທີ່ໃຊ້ໃນສະຫະພາບເອີຣົບມີການນຳເຂົ້າຈາກຈີນ ເຮັດໃຫ້ເກີດສຽງຮຽກຮ້ອງໃຫ້ຫຼາຍປະເທດສະມາຊິກເລັ່ງພັດທະນາຄວາມສາມາດໃນການສະກັດແຮ່ທາດຂອງຕົນເອງ ໂດຍແຮ່ທາດຫາຍາກຫຼາຍຊະນິດກໍຄື ນີໂອດິມຽມ ເພຣຊີໂອດິມຽມ ແລະ ດິສໂພຣຊຽມ ທີ່ມີຄວາມສຳຄັນຕໍ່າກນຜະລິດແມ່ເຫຼັກ ເຊິ່ງຈະໃຊ້ໃນອຸດສາຫະກຳແຫ່ງອະນາຄົດ ເຊັ່ນ ກັງຫັນລົມ ລົດໄຟຟ້າ ໂທລະສັບ ໜ້າຈໍຄອມພິວເຕີ ເລນກ້ອງສ່ອງທາງໄກ ແລະ ອື່ນໆ.

ຫຼ້າສຸດ LKAB ກຸ່ມຂຸດຄົ້ນບໍ່ແຮ່ຂອງສະວີເດນ ໄດ້ຄົ້ນພົບແຫຼ່ງສະສົມທາດຫາຍາກເຫຼົ່ານີ້ຫຼາຍກວ່າພັນລ້ານກິໂລກຼາມ ເຊິ່ງນັບວ່າໃຫຍ່ທີ່ສຸດໃນເອີຣົບ ແຕ່ຖ້າທຽບກັບໂລກແລ້ວ ແຫຼ່ງທີ່ພົບນີ້ຍັງມີຂະໜາດນ້ອຍ ພຽງແຕ່ 1% ຂອງທັງໝົດທີ່ມີຢູ່ 120.000 ລ້ານກິໂລກຼາມທີ່ປະເມີນໄວ້ທົ່ວໂລກ ໂດຍການສຳຫຼວດທາງວິທະຍາສາດຂອງອາເມຣິກາ ກຸ່ມຂຸດຄົ້ນບໍ່ແຮ່ກໍຍັງກຳລັງດຳເນີນການສຳຫຼວດ ເພື່ອເບິ່ງວ່າແຫຼ່ງນີ້ຈະໃຫຍ່ສຳໃດ ແລະ ຈະຂຸດຄົ້ນຕໍ່ໄປແບບໃດ.

ສະວີເດັນເປັນໜຶ່ງໃນປະເທດທີ່ມີບໍ່ແຮ່ທີ່ໃຫຍ່ທີ່ສຸດໃນບັນດາປະເທດໃນເອີຣົບ ຫຼາຍກວ່າ 90% ຂອງການຜະລິດແຮ່ເຫຼັກ ຂອງສະຫະພາບເອີຣົບມາຈາກປະເທດໃນບໍລິເວນສະແກນເນເວຍ.

ແຫຼ່ງຂ່າວຈາກ businessgreen

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...