spot_img
Homeຂ່າວຕ່າງປະເທດແມ່ຂາວເປັນຄົນທີ່ມີອາຍຸຫຼາຍທີ່ສຸດໃນໂລກໄດ້ເສຍຊີວິດແລ້ວ

ແມ່ຂາວເປັນຄົນທີ່ມີອາຍຸຫຼາຍທີ່ສຸດໃນໂລກໄດ້ເສຍຊີວິດແລ້ວ

Published on

“ແມ່ຂາວ ອັງເດຣ” ແມ່ຂາວຊາວຝຣັ່ງ ບຸກຄົນຜູ້ທີ່ມີອາຍຸຫຼາຍທີ່ສຸດໃນໂລກເສຍຊີວິດແລ້ວ ໂດຍມີອາຍຸລວມ 118 ປີ , ໃນຕອນທີ່ເພິ່ນຍັງມີຊີວິດຢູ່ ເພິ່ນອຸທິດຕົນໃນການປະຕິບັດໜ້າທີ່ທາງສາສະໜາ ເບິ່ງແຍງເດັກກຳພ້າ ແລະ ຜູ້ສູງອາຍຸ.

ໃນວັນທີ 18 ມັງກອນ 2023 ເວັດໄຊຂ່າວ ຊີເອັນເອັນ ລາຍງານວ່າ “ແມ່ຂາວ ອັງເດຣ” ແມ່ຂາວຊາວຝຣັ່ງ ອາຍຸ 118 ປີ ທີ່ເປັນບຸກຄົນທີ່ອາຍຸຫຼາຍທີ່ສຸດໃນໂລກ ຈາກການບັນທຶກສະຖິຕິຂອງ Guinness World Records ໄດ້ເສຍຊີວິດທີ່ເມືອງ Toulon ຢູ່ທາງພາກໃຕ້ຂອງຝຣັ່ງ.

ທ່ານ David Tavella ເຊິ່ງເປັນໂຄສົກຂອງແມ່ຂາວໄດ້ເປີດເຜີຍວ່າ: ແມ່ຂາວໄດ້ເຖິງແກ່ມໍລະນະກຳໃນເວລາ 02:00 ຂອງວັນອັງຄານທີ 17 ມັງກອນ ທີ່ເມືອງ Toulon , ໂດຍມີຄວາມເຊື່ອທີ່ວ່າ ເປັນຄວາມຕ້ອງການຂອງແມ່ຂາວເອງທີ່ຢາກຈະຈາກໄປ ເພື່ອທີ່ຈະໄດ້ໄປຢູ່ກັບອ້າຍຜູ້ເປັນທີ່ຮັກຂອງທ່ານ ເຊິ່ງສຳຫຼັບທ່ານແລ້ວການເສຍຊີວິດຄືການໄດ້ເປັນອິດສະຫຼະ.

ນອກຈາກນັ້ນ Guinness Book ໄດ້ລາຍງານຕື່ມອີກວ່າ: ແມ່ຂາວອັງເດຣ ມີຊື່ແທ້ວ່າ Lucille Randon ເກີດໃນວັນທີ 11 ກຸມພາ 1904 ໂດຍອຸທິດເວລາສ່ວນຫຼາຍຂອງຊິວິດໃຫ້ກັບສາສະໜາ ກ່ອນທີ່ຈະມາເປັນແມ່ຂາວນັ້ນເພິ່ນໄດ້ເປັນຄົນເບິ່ງແຍງເດັກນ້ອຍ ແລະ ຜູ້ສູງອາຍຸໃນໂຮງໝໍໄລຍະສົງຄາມໂລກຄັ້ງທີ 2.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...