Homeຂ່າວການພັດທະນາລັດຖະບານຈີນ ໃຫ້ເງິນກູ້ພິເສດແກ່ລາວ 6 ຮ້ອຍກວ່າຕື້ກີບ

ລັດຖະບານຈີນ ໃຫ້ເງິນກູ້ພິເສດແກ່ລາວ 6 ຮ້ອຍກວ່າຕື້ກີບ

Published on

3dbd355ff7fafaba061993bf8f921283

 

ລັດ­ຖະ­ບານ ສປ ຈີນ ໄດ້​ສະ­ໜອງເງິນ​ກູ້​ພິ­ເສດ​ຈຳ­ນວນ 617,5 ລ້ານ​ຢວນ ຫຼື ປະ­ມານ 600 ຕື້​ກວ່າ​ກີບ ໃຫ້​ແກ່​ລັດຖະ​ບານ

​ລາວ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ໂຄງການ​ພັດ­ທະ­ນາ​ກວມ​ລວມ​ນະ­ຄອນ­ຫຼວງ​ວຽງ​ຈັນ.

 

ໂດຍ​ໃນ​ວັນ​ທີ 21 ພະ­ຈິກ​ຜ່ານ​ມາ ທີ່​ຫ້ອງ​ວ່າ­ການ​ລັດ­ຖະ­ບານ​ກໍ​ໄດ້​ຈັດ​ພິ­ທີເຊັນ​ສັນ­ຍາ ວ່າ​ດ້ວຍ ສປ ຈີນ ສະ­ໜອງ ເງິນ​ກູ້​ພິ

­ເສດ​ຈຳ­ນວນ​ດັ່ງ­ກ່າວ​ໃຫ້​ແກ່ ສປປ ລາວ ຊຶ່ງ​ຮ່ວມ​ລົງ​ນາມ​ຄັ້ງ​ນີ້​ຕາງໜ້າ​ໃຫ້​ລັດ­ຖະ­ບານ​ລາວ​ໂດຍ ທ່ານ ສົມ​ສະ­ຫວາດ ເລັ່ງ

ສະ​ຫວັດ ຮອງ​ນາ­ຍົກລັດ­ຖະ­ມົນ­ຕີ, ປະ­ທານ​ຄະ­ນະ​ກຳ­ມາ​ທິການ​ຮ່ວມ​ມື​ລາວ-ຈີນ ແລະ ຕາງ­ໜ້າ​ໃຫ້ລັດ­ຖະ­ບານ​ຈີນ​ແມ່ນ

ທ່ານ ກວນ ຮວາ​ປິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສປ ຈີນ ປະ­ຈຳ​ລາວ ພ້ອມນີ້ ກໍ​ມີ​ທ່ານ​ລັດ­ຖະ­

ມົນ­ຕີ​ວ່າ­ການ, ລັດ​ຖະມົນ­ຕີ​ຊ່ວຍ​ວ່າ­ການ​ທີ່​ກ່ຽວ­ຂ້ອງ, ຜູ້​ຕາງໜ້າ​ອຳ­ນາດ​ການ​ປົກ­ຄອງ ນະ­ຄອນ­ຫຼວງວຽງ​ຈັນ ແລະ ພະ­

ນັກ­ງານ​ຂັ້ນ​ສູງ​ຈາກບັນ­ດາ​ຂະ­ແໜງ­ການ ແລະ ຈາກ​ສະ­ຖານທູດ​ຈີນ​ປະ­ຈຳ​ລາວ​ເຂົ້າ​ຮ່ວມ.

 

ໂຄງ­ການ​ດັ່ງ­ກ່າວ ເປັນ​ໜຶ່ງ​ໃນ​ໂຄງການ​ບູ​ລິ​ມະ​ສິດ​ທີ່​ຈຳ­ເປັນ​ຮີບ​ດ່ວນ​ຂອງລັດ­ຖະ­ບານ​ລາວ ເພື່ອ​ຍົກ​ລະ­ດັບ​ພື້ນ­ຖານໂຄງ​

ລ່າງ​ໃນ​ເຂດ​ຕົວ​ເມືອງ​ນະ­ຄອນ­ຫຼວງວຽງ​ຈັນ ທັງ​ການ​ປັບ­ປຸງ​ທັດ­ສະ­ນີ​ຍະພາບ, ເສັ້ນ­ທາງ, ການ​ປະ­ດັບ​ປະ­ດາ ແລະ ອື່ນໆ

ເພື່ອ​ປະ­ກອບ­ສ່ວນ​ສ້າງ​ສິ່ງ​ເອື້ອ​ອຳນວຍ​ໃຫ້​ແກ່​ແຜນ​ງານ​ໃຫຍ່ ແລະ ສຳຄັນ​ຂອງ​ຊາດ​ເຮົາ, ສ້າງ​ຜົນ­ງານ​ຂ່ຳ­ນັບຮັບ​ຕ້ອນ

ແລະ ພ້ອມ​ກັນ​ສະ­ເຫຼີມ​ສະຫຼອງ ເນື່ອງ​ໃນ​ໂອ­ກາດ​ວັນ​ສຳ­ຄັນ​ຕ່າງໆຂອງ​ຊາດ​ລາວ ໂດຍ​ສະ­ເພາະ​ການ​ສະເຫຼີມ​ສະ­ຫຼອງ​ວັນ​

ສ້າງ­ຕັ້ງ​ພັກ​ປະ­ຊາ­ຊົນປະ­ຕິ­ວັດ​ລາວ ຄົບ­ຮອບ 60 ປີ, ສະ­ຫຼອງ 40 ປີ​ແຫ່ງ​ການ​ສະ­ຖາ­ປະ­ນາ ສປປ ລາວ ທີ່​ຈະ​ມາ​ເຖິງ​ໃນ​ປີ

2015, ກອງ​ປະ­ຊຸມໃຫຍ່ຄັ້ງ​ທີ 10 ຂອງ​ພັກ​ປະ­ຊາ­ຊົນປະ­ຕິວັດ​ລາວ ແລະ ກອງ​ປະ­ຊຸມ​ສຸດ​ຍອດ​ອາຊຽນ​ໃນ​ປີ 2016 ທີ່ ສປປ

ລາວ ໄດ້​ຮັບກຽດ​ເປັນ​ເຈົ້າ­ພາບ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...