Homeນານາສາລະ5 ສິ່ງທີ່ພໍ່ແມ່ຕ້ອງເອົາໃຈໃສ່ ຖ້າລູກຫຼິ້ນ Tik Tok

5 ສິ່ງທີ່ພໍ່ແມ່ຕ້ອງເອົາໃຈໃສ່ ຖ້າລູກຫຼິ້ນ Tik Tok

Published on

ປັດຈຸບັນ Tik Tok ເປັນແອັບໜຶ່ງທີ່ໄດ້ຮັບຄວາມນິຍົມສູງສຸດ ໂດຍແອັບນີ້ກໍມີທັງເລື່ອງດີ ແລະ ບໍ່ດີປະປົນກັນໄປ ທີ່ບາງເທື່ອກໍເຮັດມາເພື່ອເພີ່ມຍອດຄົນເຂົ້າເບິ່ງເທົ່ານັ້ນ.

5 ໄພອັນຕະລາຍທີ່ແຝງມານຳ Tik Tok:

  1. ໄພຕໍ່ຄວາມເຂົ້າໃຈ

ກ່ອນອື່ນຕ້ອງເຂົ້າໃຈວ່າ Tik Tok ບໍ່ໄດ້ມີແຕ່ເລື່ອງແທ້ ບາງຄັ້ງກໍໃຊ້ເທັກນິກການຕັດຕໍ່ທີ່ເຮັດໃຫ້ວິດີໂອນັ້ນຄືຂອງແທ້ ທີ່ບໍ່ຕ່າງກັບການສະແດງມະຍາກົນ, ອັນນີ້ຄົນເປັນພໍ່ແມ່ອາດຈະເບິ່ງ ແລະ ແຍກອອກ ແຕ່ເດັກນ້ອຍບໍ່ສາມາດແຍກອອກໄດ້ວ່າອັນໃດເລື່ອງແທ້ ອັນໃດຕັດຕໍ່ ທີ່ກໍ່ໃຫ້ເກີດການເຂົ້າໃຈຜິດຂອງເດັກນ້ອຍໄດ້, ເຊິ່ງຄວາມເຂົ້າໃຈຜິດໆນີ້ ອາດເຮັດໃຫ້ເດັກນ້ອຍຢາກເຮັດຕາມ ແລະ ສົ່ງຜົນເສຍຕໍ່ຮ່າງກາຍ ແລະ ຈິດໃຈໄດ້.

2. ໄພຕໍ່ການຄຸກຄາມ

ໃນ Tik Tok ບໍ່ໄດ້ມີແຕ່ຄລິບວິດີໂອ ແຕ່ຍັງສາມາດສົ່ງຂໍ້ຄວາມຫາກັນໄດ້ ທີ່ສ່ຽງຕໍ່ການທີ່ເດັກນ້ອຍຈະຖືກຕົວະຈາກກຸ່ມຕົ້ມຕຸນທີ່ແຝງໂຕມານຳ Tik Tok  ບໍ່ວ່າຈະແມ່ນ ຂໍ້ຄວາມທີ່ລ່ວງລະເມີດທາງເພດ ຄຳຫຍາບຄາຍ ຫຼື ການຕົ້ມຕຸນເອົາເງິນທອງ ລວມເຖິງການ Challenge ໃຫ້ເຮັດສິ່ງຕ່າງໆ ທີ່ຈະເຮັດໃຫ້ເກີດອັນຕະລາຍ.

3. ໄພຕໍ່ສຸຂະພາບຈິດ

ບາງຄັ້ງເຮົາກໍຈະເຫັນວິດີໂອທີ່ເປັນທີ່ນິຍົມກັນຫຼາຍຂຶ້ນມາໜ້າ Tik Tok ຂອງເຮົາ ເຊິ່ງບາງຄັ້ງກໍເປັນວິດີໂອການກະທຳທີ່ຮຸນແຮງທາງຮ່າງກາຍ ແລະ ຈິດໃຈ ທີ່ມີຖ້ອຍຄຳຫຍາບຄາຍ ການລະບາຍຄວາມໃນໃຈ ການທຳຮ້າຍຕົນເອງ ການທຳຮ້າຍຜູ້ອື່ນ ການທຳຮ້າຍສັດ ຫຼື ການພະຍາຍາມຂ້າຕົວຕາຍ ທີ່ມັນຫຼຸດອອກມາຈາກການກວດສອບຂອງ Tik Tok ເຊິ່ງບັນດາວິດີໂອເຫຼົ່ານີ້ຈະສົ່ງຜົນກະທົບຕໍ່ສະພາບຈິດໃຈຂອງເດັກນ້ອຍຫຼາຍ.

4. ເປັນໄພຕໍ່ການບາດເຈັບ

ຕາມທີ່ເຄີຍໄດ້ກ່າວໄວ້ວ່າ Tik Tok ມີທັງວິດີໂອຫຼາກຫຼາຍຮູບແບບທີ່ອາດເຮັດໃຫ້ເດັກນ້ອຍທີ່ບໍ່ຮູ້ ແລະ ບໍ່ເຂົ້າໃຈຫຍັງ ແລ້ວເດັກນ້ອຍອາດຈະເຮັດຕາມທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ຮ່າງກາຍຕົນເອງ ຫຼື ອາດໄດ້ຮັບບາດເຈັບ.

ຕົວຢ່າງ: ມີວິດີໂອດີເດັກນ້ອຍຢູ່ແຄມທາງເພື່ອຂໍເພງ 3ຊ່າ ຈາກລົດບັນທຸກຕ່າງໆທີ່ຂັບລົດຜ່ານ ວິດີໂອນີ້ເຮັດໃຫ້ເດັກຫຼາຍໆຄົນທັງໃນປະເທດລາວ ແລະ ໄທ ຕ່າງພາກັນເຮັດຕາມເພື່ອສ້າງຄວາມມ່ວນຊື່ນນັ້ນເອງ ແຕ່ເຫດການທີ່ບໍ່ຄາດຄິດກໍເກີດຂຶ້ນ ໄດ້ເກີດອຸບັດຕິເຫດ ເດັກນ້ອຍແລ່ນໄປກາງທາງເພື່ອຂໍເພງ 3ຊ່າ ຖືກລົດບັນທຸກຕຳເສຍຊີວິດໃນປະເທດໄທ.

5. ເປັນໄພຕໍ່ສຸຂະພາບ

ການທີ່ເດັກນ້ອຍຫຼິ້ນ Tik Tok ຫຼາຍກໍຄືການທີ່ເດັກນ້ອຍໄດ້ໃຊ້ເວລາສ່ວນຫຼາຍໄປກັບໂທລະສັບ ສິ່ງທີ່ເປັນຜົນເສຍຕໍ່ມາກໍແມ່ນບັນຫາສຸຂະພາບເຊັ່ນ ບັນຫາທາງສາຍຕາ ຫຼື ຮ້າຍແຮງໄປກ່ອນນັ້ນກໍຄື ອາດຈະເປັນຄົນສະມາຖິສັ້ນ ຍ້ອນເດັກນ້ອຍຕ້ອງຈົດຈໍ່ກັບພາບທີ່ເຄື່ອນໄຫວຕະຫຼອດເວລາ.

ຂໍ້ມູນຈາກ starfishlab, sikarin

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...