spot_img
Homeຂ່າວຕ່າງປະເທດໂຮງງານເຄມີໃນຈີນລະເບີດຢ່າງຮຸນແຮງ ເສຍຊີວິດ 5 ຄົນ ສູນຫາຍຈຳນວນຫຼາຍ

ໂຮງງານເຄມີໃນຈີນລະເບີດຢ່າງຮຸນແຮງ ເສຍຊີວິດ 5 ຄົນ ສູນຫາຍຈຳນວນຫຼາຍ

Published on

ເກີດເຫດລະເບີດທີ່ໂຮງງານເຄມີໃນຈີນຢ່າງຮຸນແຮງ ເຮັດໃຫ້ມີຄົນເສຍຊີວິດ 5 ຄົນ ບາດເຈັບ 34 ຄົນ ແລະ ມີຄົນສູນຫາຍອີກ 8 ຄົນ.

ອ້າງອີງຈາກສຳນັກຂ່າວ China Daily ລາຍງານວ່າ ໃນຕອນສວຍຂອງ ວັນທີ 15 ມັງກອນ ໄດ້ເກີດເຫດລະເບີດຂຶ້ນທີ່ມົນທົນຫຼຽວໜິງ ປະເທດຈີນ.

ຈາກເຫດລະເບີດທີ່ຮຸນແຮງນັ້ນ ຈຶ່ງໄດ້ສົ່ງເຈົ້າໜ້າທີ່ດັບເພີງ 370 ຄົນ ເຂົ້າໄປປະຕິບັດໜ້າທີ່ຢູ່ໂຮງງານແຫ່ງນີ້ ແລະ ສາມາດຄວບຄຸມສະຖານະການໄວ້ໄດ້.

ປັດຈຸບັນ ຍັງບໍ່ມີລາຍງານທີ່ຊັດເຈນຂອງເຫດລະເບີດ ແລະ ສະຫຼຸບຄວາມເສຍຫາຍທີ່ເກີດຂຶ້ນ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...