spot_img
Homeຂ່າວຕ່າງປະເທດເຫດໄລ່ແທງນັກທ່ອງທ່ຽວທີ່ສະຖານີລົດໄຟໃນຝຣັ່ງ ເຈັບ 6 ຄົນ

ເຫດໄລ່ແທງນັກທ່ອງທ່ຽວທີ່ສະຖານີລົດໄຟໃນຝຣັ່ງ ເຈັບ 6 ຄົນ

Published on

ເຫດຊາຍໃຊ້ອາວຸດໄລ່ແທງຄົນໃນສະຖານີລົດໄຟໃນປາຣີດ ປະເທດຝຣັ່ງ ເປັນເຫດໃຫ້ມີຄົນໄດ້ຮັບບາດເຈັບ 6 ຄົນ ແລະ ໃນນັ້ນມີ 1 ຄົນທີ່ອາການສາຫັດ.

ໃນວັນພຸດ ທີ 11 ມັງກອນ 2023 ທີ່ຜ່ານມາ ທາງການຝຣັ່ງໄດ້ລາຍງານວ່າ ມີຜູ້ຊາຍກໍ່ເຫດໄລ່ແທງນັກທ່ອງທ່ຽວດ້ວຍອາວຸດທີ່ເຮັດເອງ ທີ່ທາງເຂົ້າ ແລະ ພາຍໃນສະຖານີລົດໄຟ Gare du Nord ໃນປາຣີດ ປະເທດຝັ່ງ ເຊິ່ງໃນຕອນທຳອິດຕຳຫຼວດລາຍງານວ່າ ຊາຍຄົນນີ້ໃຊ້ມີດ ຫຼື ດາບ ກໍ່ເຫດ ເຮັດໃຫ້ມີຄົນບາດເຈັບ 6 ຄົນ ແລະ 1 ຄົນໃນນັ້ນບາດເຈັບສາຫັດ.

ມີຕຳຫຼວດທີ່ກຳລັງເດີນທາງກັບບ້ານ ໂດຍໃຊ້ສະຖານີລົດໄຟ ໄດ້ພົບເຫດຜູ້ກໍ່ເຫດຈຶ່ງໄດ້ຍິງໃສ່ຜູ້ກໍ່ເຫດຈຳນວນ 3 ລູກ ເພື່ອບໍ່ໃຫ້ໄປທຳຮ້າຍຜູ້ອື່ນອີກ ແລະ ນຳຕົວຜູ້ກໍ່ເຫດໄປສົ່ງໂຮງໝໍດ້ວຍອາການສາຫັດ ເບື້ອງຕົ້ນຕຳຫຼວດບໍ່ພົບເອກະສານຫຼັກຖານຢືນຢັນຕົວຕົນຂອງຜູ້ກໍ່ເຫດ ແລະ ຍັງບໍ່ຮູ້ສາເຫດແຮງຈູງໃຈທີ່ກໍ່ເຫດ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...