spot_img
Homeຂ່າວຕ່າງປະເທດສາຍການບິນປົດພະນັກງານເທິງເຮືອບິນອອກຍ້ອນປ່ອຍໃຫ້ຜູ້ໂດຍສານຖ່າຍເບົາໃສ່ເທິງຍົນ

ສາຍການບິນປົດພະນັກງານເທິງເຮືອບິນອອກຍ້ອນປ່ອຍໃຫ້ຜູ້ໂດຍສານຖ່າຍເບົາໃສ່ເທິງຍົນ

Published on

ສາຍການບິນ “Air India” ອອກແຈ້ງການປົດນັກບິນ 1 ຄົນ ແລະ ລູກເຮືອ 4 ຄົນອອກ ຍ້ອນບໍ່ເຄົາລົບກົດລະບຽບເທິງຖ້ຽວບິນ.

ວັນທີ 8 ມັງກອນ 2023 ສຳນັກຂ່າວ ອັລຈາຊີລາ ໄດ້ລາຍງານວ່າ: ສາຍການບິນ “Air India” ໄດ້ປະເຊີນກັບສຽງວິພາກວິຈານຈາກໜ່ວຍງານກຳກັບດູແລດ້ານສາຍການບິນຂອງອິນເດຍ ພາຍຫຼັງວັນທີ 26 ພະຈິກ 2022 ເກີດເຫດຜູ້ໂດຍສານຊາຍຄົນໜຶ່ງຖ່າຍເບົາໃສ່ຜູ້ໂດຍສານຜູ້ຍິງໃນຂະນະທີ່ເມົາເຫຼົ້າ.

ເຊິ່ງທ່ານ ແຄັມເບລ ວິລສັນ ຜູ້ບໍລິຫານສູງສຸດ ແລະ ກຳມະການຜູ້ຈັດການຂອງສາຍການບິນໄດ້ຖະແຫຼງການວ່າ ” Air India ຂໍຮັບຮອງວ່າຈະຈັດການເລື່ອງນີ້ໃຫ້ດີຂຶ້ນ ທັງພາກອາກາດ ແລະ ພາກພື້ນ ລວມເຖິງມີຄວາມຕັ້ງໃຈມຸ່ງໝັ້ນທີ່ຈະດຳເນີນການ”.

ນອກຈາກນີ້ ຍັງກ່າວຕື່ມອີກວ່າ Air India ຈະໃຊ້ຫຼາຍມາດຕະການ ເພື່ອປັບປຸງການຕອບສະໜອງຕໍ່ເຫດການແບບນີ້ ເຊິ່ງລວມເຖິງນະໂຍບາຍຂອງສາຍການບິນ ແລະ ຂະບວນການລາຍງານຕ່າງໆ ໂດຍ Air India ຈະໃຫ້ຄວາມຮ່ວມມືແກ່ຜູ້ໂດຍສານທີ່ໄດ້ຮັບຜົນກະທົບ ໜ່ວຍງານກຳກັບດູແລ ແລະ ໜ່ວຍງານບັງຄັບໃຊ້ກົດໝາຍ.

ທັ້ງນີ້ສານທີ່ອິນເດຍ ໄດ້ຕັດສິນຈຳຄຸກຜູ້ໂດຍສານຊາຍ ທີ່ໄດ້ຍ່ຽວໃສ່ຜູ້ໂດຍສານຜູ້ຍິງ ຈຳນວນ 14 ມື້ ຍ້ອນຄວາມເມົາຂອງຕົນເອງ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...