Homeສຸຂະພາບ ແລະ ສີ່ງແວດລ້ອມ6. ຄວາມສ່ຽງສຸຂະພາບທີ່ຕ້ອງຫລີກລ້ຽງ ເມື່ອໄປທ່ຽວພັກຄ້າງຄືນ

6. ຄວາມສ່ຽງສຸຂະພາບທີ່ຕ້ອງຫລີກລ້ຽງ ເມື່ອໄປທ່ຽວພັກຄ້າງຄືນ

Published on

young-traveler_22

ຢ່າ​ມົວ​ແຕ່​ປະ​ຫຍັດ​ຄ່າ​ບ່ອນພັກ​ເວລາ​ທ່ອງ​ທ່ຽວ ເພາະ​ຖ້າ​ເລືອກ​ບ່ອນພັກ​ບໍ່​ດີ   ກໍ​ອາດ​ພົບກັບ​ຄວາມ​ສ່ຽງ​ກັບ​ສຸຂະພາບ​ໄດ້​ໂດຍ​ບໍ່​ຮູ້​ໂຕ

ໃນໄລຍະ​ເທດສະການ​ທ່ອງ​ທ່ຽວ​ພັກ​ຜ່ອນ​ປາຍ​ປີ​ກຳ​ລັງ​ຈະ​ມາ​ຮອດເຊື່ອ​ວ່າ​ຫລາຍໆຄອບຄົວ​ກໍ​ຄົງ​ຈະ​ເລີ່ມ​ວາງ​ແຜນ​ກຽມ​ພ້ອມ​ສຳລັບ​ການ​ທ່ອງ​ທ່ຽວ​ກັນ​ແລ້ວ​ແມ່ນບໍ່ ແລະ ​ການ​ຈອງ​ບ່ອນພັກ​ກໍ​ເປັນ​ສິ່ງ​ທີ່​ຂາດ​ບໍ່​ໄດ້ ແຕ່​ຂຶ້ນ​ຊື່​ວ່າ ​ບ່ອນພັກ​ທີ່​ບໍ່ແມ່ນ​ເຮືອນ​ຂອງ​ເຮົາ​ ​ກໍ​ຄືຈະ​ບໍ່​ສະ​ອາດ​ເທົ່າ​ກັບ​ເຮືອນ​ເຮົາ​ເອງ​ຢູ່​ແລ້ວ ແຕ່​ວ່າ​ເຮົາ​ຈະ​ຕ້ອງ​ໄປ​ປະເຊີນ​ກັບ​ຫຍັງ​ນຳ​ໃນ​ຫ້ອງ​ພັກ​ທີ່​ເຮົາ​ເຂົ້າ​ພັກ​ນຳ ວິທີ​ປ້ອງ​ກັນ​ບໍ່​ໃຫ້​ຫ້ອງ​ພັກ​ທີ່​ເປື້ອນ​ມາ​ເປັນ​ໂຕ​ການ​ທຳລາຍ​ສຸຂະພາບ ​ແລະ ​ຄວາມ​ສຸກ​ໃນ​ການ​ທ່ອງ​ທ່ຽວ​ນໍາ

ເຊື້ອ​ພະຍາດ​ໄຂ້​ຫວັດ

ເຊື້ອ​ພະຍາດ​ໄຂ້​ຫວັດ​ເກືອບຈະ​​ເປັນ​ເຊື້ອ​ພະຍາດ​ພື້ນ​ຖານ​ທີ່​ເຮັດໃຫ້ຄົນ​ເຮົາ​ມັກ​ຈະ​ພົບ​ເຈີ​ເວລາ​ທີ່​ເດີນທາງ​ໄປ​ຕ່າງ​ຖິ່ນ ເຊິ່ງ​ບາງເທື່ອ​ເຊື້ອ​ພະຍາດ​ເຫລົ່າ​ນີ້​ກໍ​ເຊື່ອງ​​ໂຕ​ຢູ່ໃນ​ຫ້ອງ​ພັກ​ທີ່​ເຮົາ​ເຂົ້າ​ພັກ​ນີ້​ແຫລະ ເຖິງແມ່ນວ່າ​ເຈົ້າ​ຂອງ​ບ່ອນ​ພັກ​ຈະ​ເຮັດ​ຄວາມ​ສະ​ອາດ​ຫ້ອງ​ແລ້ວ ແຕ່​ຍັງມີ​ຈຸດ​ນ້ອຍ​ໆ ເຊັ່ນ ກອນ​ປະ​ຕູ ລີ​ໂມດ​ຄອນ​ໂທ ຫລື ​ແມ່ນແຕ່​ສະ​ວິດ​ໄຟ ຖືກ​ປ່ອຍ​ປະ​ລະ​ເລີຍ ບໍ່​ໄດ້​ເຮັດ​ຄວາມ​ສະ​ອາດ​ໄປ​ນໍາ ຈົນ​ກາຍ​ເປັນ​ແຫລ່ງ​ສະ​ສົມ​ເຊື້ອ​ພະຍາດ​ທີ່​ເຮັດໃຫ້​ເຮົາ​ປ່ວຍ​ໄດ້ ແຖມ​ເຊື້ອ​ພະຍາດ​ບາງ​ຊະນິດ​ກໍ​ຢູ່​ພາຍນອກ​ໄດ້​ດົນ​​ເຊັ່ນ ​ເຊື້ອ​ໄຂ້​ຫວັດ​ໃຫຍ່ ສາມາດ​ຢູ່​ລອດ​ພາຍນອກ​ໄດ້​ເຖິງ 48 ຊົ່ວ​ໂມງ ຫລື ​ຈະ​ເປັນ​ໂນ​ໂລ​ໄວ​ຣັສ  (norovirus) ຫລື ​ເຊື້ອ​ພະຍາດ​ໄຂ້​ຫວັດ​ໃຫຍ່​ລົງ​ກະເພາະ​ກໍ​ສາມາດ​ມີ​ຊີວິດ​ຢູ່​ພາຍນອກ​ໄດ້​ຫລາຍ​ມື້​ເລີຍ​!

ວິທີ​ປ້ອງ​ກັນ

ທຸກ​ເທື່ອ​ທີ່​ຕ້ອງ​ເດີນທາງ​ໄປ​ພັກ​ຢູ່ສະຖານ​ທີ່​ອື່ນໆ ທີ່​ບໍ່ແມ່ນ​ເຮືອນ ຄວນ​ຈະ​ເອົາເຈ້ຍອານາໄມ​​ປຽກ​ທີ່​ມີ​ສານ​ຂ້າ​ເຊື້ອ​ພະຍາດ​ໄປ​ນໍາ ໂດຍ​ເມື່ອ​ເຂົ້າ​ຫ້ອງ​ພັກ​ເທື່ອ​ທໍາອິດ​ກໍ່​ຄວນ​ຈະ​ໃຊ້​ເຈ້ຍອານາໄມ​ປຽກ​ເຫລົ່າ​ນີ້​ເຊັດ​ບໍລິເວນ​ກອນ​ປະ​ຕູ ລີ​ໂມດ​ຄອນ​ໂທ ແລະ ​ສະ​ວິດ​ໄຟ​ກ່ອນ​ຈະ​ໃຊ້ ​ແລະ ​ຄວນ​ໝັ່ນ​ລ້າງ​ມື​ເລື້ອຍໆ ເພື່ອ​ທີ່​ເຊື້ອ​ພະຍາດ​ຈະ​ໄດ້​ບໍ່​ເຂົ້າ​ສູ່​ຮ່າງກາຍ​ເຮັດໃຫ້​ເຮົາ​ປ່ວຍ​

ເຊື້ອ​ພະຍາດ​ໃນ​ເຮືອນຄົວ

ໃນ​ກໍລະນີ​ທີ່​​ໄປ​ພັກ​​ຢູ່ໂຮງ​ແຮມ ​ຫລື ​ເຮືອນພັກຮ້ອຍໆ ແນ່ນອນ​ເລີຍ​ວ່າ​ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ກໍ​ຄົງ​ບໍ່​ພົ້ນ​ຄວາມ​ສະ​ອາດ​ຂອງ​ເຮືອນ​ຄົວ ສະຖານ​ທີ່​ຈັດ​ກຽມ​ອາຫານ​ເຊົ້າ​ໃຫ້​ກັບ​​ຜູ້​ທີ່​ເຂົ້າ​ພັກ ເຊິ່ງ​ເຮົາ​ຈະ​ໝັ່ນໃຈ​ໄດ້​ແບບໃດ​ວ່າ​ ຫ້ອງ​ຄົວ​ຈະ​ສະ​ອາດ​ ແລະ ​ບໍ່​ນຳ​ພາ​ເຊື້ອ​ພະຍາດ​ມາ​ກັບ​ອາຫານ​ທີ່​ເຮົາ​ຕ້ອງ​ກິນ ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ການ​ຕິດ​ເຊື້ອ ​ໃນກະແສ​ເລືອດ ຫລື​ ພະຍາດ​ຖອກທ້ອງ​​ໄດ້ນໍາ​ອີກ​ດ້ວຍ​

 ວິທີ​ປ້ອງ​ກັນ

ເຖິງແມ່ນ​ວ່າເຮົາ​ຈະ​ບໍ່​ສາມາດ​ເຂົ້າໄປ​ເບິ່ງ​ເຖິງ​ໃນ​ຄົວ​ໄດ້ ແຕ່​ເຮົາ​ກໍ​ອາດຈະ​ສັງເກດ​ຈາກ​ສະຖານ​ທີ່​ອ້ອມຮອບ ແລະ ​ຫ້ອງ​ອາຫານ​ຂອງ​ໂຮງ​ແຮມ ​ແລະ ​ບ່ອນ​ພັກ​ນັ້ນໆ ແມ່ນແຕ່​ຈານ​ທີ່​ໃຊ້​ໃສ່​ອາຫານ​ເຮົາ​ກໍ​ໃຊ້​ເປັນ​ໂຕ​ຕັດ​ສິນ​ໄດ້​ວ່າ ​ບ່ອນ​ພັກ​ແຫ່ງ​ນັ້ນ​ມີ​ຫ້ອງ​ຄົວ​ທີ່​ສະ​ອາດ ​ຫລື ​ບໍ່ ຖ້າ​ຫາກ​ເບິ່ງ​ແລ້ວ​ຮູ້ສຶກ​ວ່າ​ບໍ່​ສະ​ອາດ​ກໍ​ຢ່າ​ກິນອາຫານ​ເຫລົ່າ​ນັ້ນ​ເຂົ້າໄປ​ເລີຍເຖິງ​ຈະ​ເປັນ​ຂອງ ​ຟຣີ​ ກໍ​ຢ່າ​ສ່ຽງ​ເລີຍ​ດີກວ່າ​

ຕູ້​ເຢັນ​ໃນ​ຫ້ອງ​ພັກ

ບໍ່​ວ່າ​ເຮົາ​ຈະ​ໄປ​ພັກ​ບ່ອນໃດ ສິ່ງ​ທີ່​ຈະ​ຕ້ອງ​ມີ​ທຸກ​ຫ້ອງ​ກໍ​ຄື​ຕູ້​ເຢັນ ເຊິ່ງ​ພາຍ​ໃນ​ມີ​ເຄື່ອງ​ດື່ມ ​ແລະ ​ຂອງ​ວ່າງ​ທີ່​ທາງ​ໂຮງ​ແຮມ​ໃສ່​ເອົາ​ໄວ້ ແຕ່​ເຄີຍ​ສົງ​ໄສ​ກັນ ​ຫລື ​ບໍ່​ວ່າ​​ຕູ້​ເຢັນ​ເຫລົ່າ​ນີ້​ເຄີຍ​ຖືກ​ເຮັດ​ຄວາມ​ສະ​ອາດ ​ຫລື ​ບໍ່ ແລະ ​ເຄີຍ​ສັງເກດ​ບັນດາ​ຂອງ​ກິນ​ຫລິ້ນ​ເຫລົ່າ​ນັ້ນ​ ຫລື​ ບໍ່ ​ວ່າ​ໝົດ​ອາ​ຍຸ​ແລ້ວ​ຫລື​ບໍ່ ຂໍ​ບອກ​ເລີຍ​​ວ່າ ​ຖ້າ​ໃຜ​ບໍ່​ເຄີຍ​ສົນ​ໃຈ​ເລື່ອງ​ເຫລົ່າ​ນີ້​ເລີຍ ຄວນ​ຈະໃຫ້​ຄວາມ​ສົນ​ໃຈ​ໃຫ້​ຫລາຍ​ຂຶ້ນ​ເພາະ​ວ່າ​ບາງ​ເທື່ອ​ຕູ້​ເຢັນ​ໃນ​ຫ້ອງ​ພັກ​ນີ້​ແຫລະ ເປັນ​ແຫລ່ງ​ເພາະ​ພັນ​ເຊື້ອ​ແບຣກ​ທີ​ເຣຍ​ທີ່​ອັນຕະລາຍ​ຫລາຍໆ

ວິທີ​ປ້ອງ​ກັນ

ເຮົາ​ບໍ່​ສາມາດ​ໄປ​ຈັບ​ຕາ​ເບິ່ງ​ໄດ້​ຕັ້ງ​ແຕ່​ທໍາອິດວ່າ ​​ຕູ້​ເຢັນ​ເຫລົ່າ​ນີ້​ຖືກ​ເຮັດ​ຄວາມ​ ສະ​ອາດ​ດີ​ແລ້ວ​ບໍ່ ແຕ່​ທີ່​ເຮົາ​ສາມາດ​ສັງເກດ​ໄດ້​ງ່າຍ​ທີ່ສຸດ​ຄື​ກິ່ນ​ ຖ້າ​ຫາກ​ເປີດ​ຕູ້​ເຢັນ​ອອກ​ມາ​ແລ້ວ ເຈົ້າ​ຮູ້ສຶກ​ວ່າ​ຕູ້​ເຢັນ​ມີ​ກິ່ນ​ບໍ່​ຄ່ອຍປາຖະໜາ​ເທົ່າໃດ​ ກໍ​ຄວນ​ຈະ​ກວດ​ເຊັກ​ບັນດາ​ເຄື່ອງ​ດື່ມ ​ແລະ ​ຂອງ​ວ່າງ​ວ່າ​ໝົດ​ອາ​ຍຸ​ຫລື​ບໍ່ ຖ້າ​ຫາກ​ບໍ່​ມີ​ກໍ​ຄວນ​ຈະ​ໃຫ້​ພະ​ນັກ​ງານ​ເຂົ້າ​ມາ​ກວດ​ເຊັກ​ ເພື່ອ​ທີ່​ຈະ​ໄດ້​ມີການ​ແກ້​ໄຂ​ກັນ​ຕໍ່​ໄປ

ສານ​ກໍ່​ພູ​ມແພ້

ເປັນ​ເລື່ອງ​ໃຫຍ່​ສຳລັບ​ຄົົນທີ່​ມີ​ອາການ​ແພ້​ບໍ່​ວ່າ​ຈະ​ເປັນ​ຄົົນທີ່​ແພ້​ສານ​ເຄ​ມີ​ ຫລື​ ນ້ຳ​ຫອມ ເພາະ​ເຮົາ​ເອງ​ກໍ່ບໍ່​ຮູ້​ວ່າ ສະຖານ​ທີ ​ທີ່​ເຮົາ​ໄປ​ພັກ​ນັ້ນ​ໃຊ້​ຜະລິດຕະພັນ​ເຮັດ​ຄວາມ​ສະ​ອາດ​ທີ່​ມີ​ສານ​ເຄ​ມີ​ທີ່​ເຮັດໃຫ້​ເຮົາ​ແພ້​ຫລື​ບໍ່ ນອກ​ຈາກ​ນີ້​ການເຮັດ​ຄວາມ​ສະ​ອາດ​ທີ່​ບໍ່​ຮຽບຮ້ອຍ​ຂອງພະ​ນັກ​ງານ​ເຮັດ​ຄວາມ​ສະ​ອາດ​ກໍ​ອາດຈະ​ເຮັດໃຫ້​ບັນດາ​ຝຸ່ນ​ ແລະ  ​ໄຮ​ຝຸ່ນ​ຕ່າງໆ ຕົກ​ຄ້າງ​ຫລົງ​ເຫລືອ​ຢູ່​ພາຍ​ໃນ​ຫ້ອງ​ໄດ້ ເຊິ່ງ​​ພວກ​ຝຸ່ນ​ນີ້​ກໍ​ເປັນ​ອັນຕະລາຍ​ກັບ​ຄົົນທີ່​ແພ້​ຝຸ່ນ​ເຮັດໃຫ້​ເກີດ​ພະຍາດ​ພູມ​ແພ້ ແລະ​ ອາດຈະ​ເຮັດໃຫ້​ຄົົນທີ່​ເປັນ​ພະຍາດ​ຫອບ​ຫືດ​ມີ​ອາການ​ກຳ​ເລີບ ບາງ​ຄົນ​ມີ​ອາການ​ຮຸນແຮງ​ເຖິງ​ຂັ້ນ​ເປັນ​ຜື່ນ ຫລື ​ຂີ້ກາກ​ໄດ້​ເລີຍ​

ວິທີ​ປ້ອງ​ກັນ

ຖ້າ​ຫາກ​​ຈອງ​ບ່ອນ​ພັກ​ລ່ວງ​ໜ້າ​ໂດຍ​ທີ່​ບໍ່​ໄດ້​ເຫັນ​ທີ່​ພັກ​ແທ້ໆ ກ່ອນ​ກໍ່ອາດຈະ​ຕ້ອງ​ສ່ຽງ​ກັບ​ອາການ​ແພ້​ຫລາຍ​ ແຕ່​ຖ້າ​ຫາກ​​ຍ່າງ​ເຂົ້າໄປ​ຈອງ​ບ່ອນ​ພັກ​ດ້ວຍ​ຕົນເອງ​ ລອງ​ສັງເກດ​ຄວາມ​ສະ​ອາດ​ຈາກ​ໝອນ ​ແລະ ​ໂຊ​ຟາ​ທີ່​ຮັບຮອງ ຫລື​ ​ກໍ່​ພວກ​ບັນດາ​ຜ້າ​ກັ້ງ ຜ້າ​ຄຸມ​ຕ່າງໆ ຖ້າຫາກ​ເຫັນ​ວ່າ​ສະ​ອາດ​ສຳ​ຜັດ​ແລ້ວ​ບໍ່​ຮູ້ສຶກ​ລະ​ຄາຍ​ເຄືອງ​ກໍ​ອາດຈະ​ເຮັດໃຫ້​ສະບາຍ​ໃຈ​ໄດ້​ຂັ້ນ​ໜຶ່ງ​ ນອກ​ຈາກ​ນີ້​ຄົົນທີ່​ມັກ​ມີ​ອາການ​ແພ້​ກໍ​ບໍ່​ຄວນ​ທີ່​ຈະ​ລືມ​ເອົາຢາ​ແກ້​ແພ້​ໄປນໍາ ເຜື່ອ​ຖ້າ​ເກີດ​ອາການ​ແພ້​ຈະ​ໄດ້​ບໍ່​ຕ້ອງ​ແລ່ນໄປ​ຫາ​ຊື້​ຢາ​ແກ້​ແພ້​ກັນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...