spot_img
Homeຂ່າວຕ່າງປະເທດຍີ່ປຸ່ນແຈກເງິນ 1 ລ້ານເຢນຕໍ່ລູກໜຶ່ງຄົນໃຫ້ແກ່ຄອບຄົວທີ່ຍອມຍ້າຍອອກຈາກໂຕກຽວ

ຍີ່ປຸ່ນແຈກເງິນ 1 ລ້ານເຢນຕໍ່ລູກໜຶ່ງຄົນໃຫ້ແກ່ຄອບຄົວທີ່ຍອມຍ້າຍອອກຈາກໂຕກຽວ

Published on

ຍີ່ປຸ່ນກຽມຂໍ້ສະເໜີໃຫ້ຄອບຄົວທີ່ຈະຍ້າຍອອກນອກເມືອງໂຕກຽວ ໂດຍຈະໃຫ້ເງິນ 1 ລ້ານເຢນຕໍ່ລູກ 1 ຄົນ.

ອີງຕາມ The Japan Times ໄດ້ລາຍງານວ່າ: ລັດຖະບານຍີ່ປຸ່ນກຳລັງມີໂຄງການທີ່ຈະສະເໜີເງິນຊ່ວຍເຫຼືອແກ່ຄອບຄົວທີ່ຍອມຍ້າຍອອກຈາກບ້ານທີ່ຢູ່ໃນນະຄອນຫຼວງໂຕກຽວ ໄປຢູ່ນອກເມືອງ ເປັນຈຳນວນເງິນ 1 ລ້ານເຢນ (ປະມານ 131 ລ້ານກີບ) ຕໍ່ລູກ 1 ຄົນ ຈາກແຕ່ກ່ອນທີ່ເຄີຍສະເໜີໄວ້ 300.000 ເຢນ (ປະມານ 39 ລ້ານກີບ) ຕໍ່ລູກ 1 ຄົນ ເຊິ່ງນີ້ເປັນມາດຕະການເພື່ອຫຼຸດຄວາມແອອັດພາຍໃນໂຕກຽວ ແລະ ຄາດວ່າຈະເລີ່ມດຳເນີນການໃນເດືອນ ເມສາ ປີ 2023.

ປະຊາຊົນທີ່ມີສິດຍື່ນຄຳຮ້ອງຂໍຍ້າຍທີ່ຢູ່ ແລະ ຂໍຮັບເງິນຊົດເຊີຍໄດ້ແກ່ຜູ້ທີ່ອາໄສທັງ 23 ເຂດຂອງໂຕກຽວ ແລະ ຜູ້ທີເດີນທາງມາເຮັດວຽກໃນໂຕກຽວ ຈາກບ້ານທີ່ຢູ່ໃນເຂດຂອງແຂວງໄຊຕາມະ ຊິບະ ແລະ ຄານາງາວະ.

ເຂດທີ່ສາມາດຍ້າຍອອກໄປຢູ່ໄດ້ແມ່ນ ເຂດນອກນະຄອນຫຼວງໂຕກຽວ ແລະ ຊານເມືອງ ໂດຍເມືອງທີ່ຕ້ອງມີລັດຖະບານທ້ອງຖິ່ນ ຫຼື ຍ້າຍໄປຢູ່ເຂດພູເຂົາ ແລະ ບໍລິເວນອ້ອມຮອບໂຕກຽວ ເຊິ່ງຈະຕ້ອງຢູ່ເມືອງນັ້ນຢ່າງໜ້ອຍ 5 ປີ ໂດຍມີວຽກເຮັດງານທຳພ້ອມ ຖ້າຫາກວ່າຍ້າຍອອກກ່ອນກຳນົດຈະຕ້ອງສົ່ງເງິນ 1 ລ້ານຄືນ.

ສຳລັບການຈ່າຍເງິນຊ່ວຍເຫຼືອ ຈະມອບໃຫ້ຄອບຄົວທີ່ມີລູກອາຍຸຕ່ຳກວ່າ 18 ປີ ຫຼື ອາຍຸ 18 ປີ ແຕ່ຍັງຮຽນໃນຊັ້ນປີສຸດທ້າຍຢູ່.

ທັ້ງນີ້ ຍີ່ປຸ່ນຕ້ອງການຫຼຸດປະຊາກອນໃນໂຕກຽວ ເນື່ອງຈາກວ່າໃນໂຕກຽວມີປະຊາກອນປະມານ 125,7 ລ້ານຄົນ ຫຼື 28% ຂອງປະຊາກອນທັງໝົດ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...