spot_img
Homeຂ່າວຕ່າງປະເທດສາມີຖືກຈັບຖານຍິງປືນໃສ່ເມຍ ຍ້ອນເມຍບີບແກເລັ່ງຕົນເອງ

ສາມີຖືກຈັບຖານຍິງປືນໃສ່ເມຍ ຍ້ອນເມຍບີບແກເລັ່ງຕົນເອງ

Published on

ໃນວັນທີ 30 ທັນວາ 2022 ສຳນັກງານຕຳຫຼວດ Pueblo ຂອງປະເທດອາເມຣິກາ ລາຍງານວ່າ ໄດ້ຈັບ ທ້າວ ເອຣິກ ແບຣມໄຊເບີ (Eric Bramschreiber) ອາຍຸ 55 ປີ ພາຍຫຼັງລາວໄດ້ໃຊ້ອາວຸດປືນຍິງໃສ່ຂາຂອງພັນລະຍາຕົນເອງ.

horn-honk-shooting-eric-bramschreiber-from-pueblo-cnty-so-tweet.jpg
Eric Bramschreiber

ໂດຍກ່ອນໜ້ານັ້ນ ທັງສອງສາມີພັນລະຍາ ໄດ້ຂັບລົດໄປຊື້ລົດທີ່ບໍລິເວນນອກເມືອງ ເຊິ່ງຜູ້ເປັນສາມີກໍໄດ້ລົງໄປເພື່ອເຈລະຈາຊື້ລົດຄົນດຽວ ແລ້ວປ່ອຍໃນຜູ້ເປັນພັນລະຍານັ່ງຖ້າຢູ່ລົດກະບະຕົນ.

ພາຍຫຼັງຜ່ານໄປປະມານ 30 ນາທີ ຜູ້ເປັນພັນລະຍາທີ່ນັ່ງຖ້າຢູ່ລົດກໍໄດ້ເລີ່ມບີບແກ ເພື່ອເລັ່ງໃຫ້ສາມີຕົນອອກມາ.

ປະຊາຊົນທີ່ພົບເຫັນເຫດການ ໄດ້ເລົ່າຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ: ພາຍຫຼັງທີ່ຜູ້ເປັນສາມີໄດ້ອອກມາຈາກບ່ອນເຈລະຈາຊື້ລົດ ແລ້ວກໍໄດ້ໃຊ້ປືນຍິງໃສ່ລົດກະບະຕົນເອງ 3 ຄັ້ງ.

ເຊິ່ງ 1 ໃນ 3 ລູກປືນທີ່ຜູ້ເປັນສາມີຍິງໃສ່ ແມ່ນຖືກຂາຂອງພັນລະຍາ ອາຍຸ 56 ປີ ຫຼັງຈາກນັ້ນກໍໄດ້ຖືກນຳສົ່ງໂຮງໝໍເພື່ອຮັກສາ ແລະ ສົ່ງກັບບ້ານໃນເວລາຕໍ່ມາ.

ແຫຼ່ງຂ່າວ cbsnews

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...