spot_img
Homeຂ່າວຕ່າງປະເທດຫວຽດນາມລະດົມກຳລັງຊ່ວຍຊີວິດເດັກນ້ອຍຕົກຂຸມເສົາເຂັມເລິກ 35 ແມັດ

ຫວຽດນາມລະດົມກຳລັງຊ່ວຍຊີວິດເດັກນ້ອຍຕົກຂຸມເສົາເຂັມເລິກ 35 ແມັດ

Published on

ໜ່ວຍກູ້ໄພຫວຽດນາມໄດ້ພະຍາຍາມຊ່ວຍເຫຼືອເດັກນ້ອຍຜູ້ຊາຍ ພາຍຫຼັງທີ່ລາວໄດ້ຕົກລົງໄປໃນຂຸມເສົາເຂັມຊີມັງ ຢູ່ບໍລິເວນທີ່ມີການກໍ່ສ້າງທາງພາກໃຕ້ຂອງຫວຽດນາມ.

Rescuers try to save boy trapped in 35-meter deep hollow concrete pillar

ໃນວັນທີ 31 ທັນວາ 2022 ມີເດັກນ້ອຍຜູ້ຊາຍ ຊື່ ຫຼີ ຫ່າວ ນຳ ອາຍຸ 10 ປີ ພ້ອມກັບໝູ່ 3 ຄົນ ໄດ້ອອກໄປຊອກຫາເຫຼັກເສດບໍລິເວນເຂດກໍ່ສ້າງໂຄງການຂົວຣັອກເຊິນ ໃນເມືອງທານບິງ ແຂວງດົ່ງທາບ ແລ້ງໄດ້ຕົກລົງໄປໃນຂຸມເສົາຊີມັງແຄບໆ ທີ່ມີຄວາມກວ້າງແຕ່ 25 ຊັງຕີແມັດ ເລິກ 35 ແມັດ ແລະ ຍັງຕິດຢູ່ໃນນັ້ນ.

Rescuers try to save boy trapped in 35-meter deep hollow concrete pillar

ໝູ່ທີ່ໄປນຳກັນ ກໍໄດ້ໄປແຈ້ງຕໍ່ເຈົ້າໜ້າທີ່ເພື່ອຂໍຄວາມຊ່ວຍເຫຼືອໃນວັນເສົາ ແຕ່ໃນວັນຈັນທີ່ຜ່ານມາກໍຍັງບໍ່ພົບການຕອບສະໜອງຫຍັງເລີຍຈາກເດັກນ້ອຍ ຂະນະທີ່ເຈົ້າໜ້າທີ່ກໍພະຍາຍາມໃຊ້ກ້ອງລົງໄປເພື່ອຊອກຫາເດັກນ້ອຍໃນຂຸມເສົາຊີມັງ.

ເຈົ້າໜ້າທີ່ໄດ້ລະດົມກຳລັງ 350 ຄົນ ແບ່ງອອກເປັນຫຼາຍກຸ່ມເຮັດວຽກຢ່າງຕໍ່ເນື່ອງ ເຊິ່ງກໍໄດ້ໃຊ້ທໍ່ເຫຼັກກວ້າງ 1.5 ແມັດ ວາງຄຸມຂຸມເສົາຊີມັງທີ່ເດັກນ້ອຍຕົກລົງໄປ ຈາກນັ້ນຈື່ງຄ່ອຍໆເຈາະອ້ອມຂຸມແລ້ວນຳເອົາເສົາຊີມັງອອກມາ.

ນອກນັ້ນ ເຈົ້າໜ້າທີ່ກໍໄດ້ປ້ຳເອົາອົກຊີລົງໄປໃນຂຸມ ເພື່ອໃຫ້ເດັກນ້ອຍມີອາກາດຫາຍໃຈ ແລະ ໄດ້ຫາຫຼາຍວິທີທາງເພື່ອຊ່ວຍ ແຕ່ກໍຍັງບໍ່ສຳເລັດເທື່ອ.

ແຫຼ່ງຂ່າວ vnexpress

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...