spot_img
Homeຂ່າວຕ່າງປະເທດຫ້າມ​ນັກ​ສຶກສາ​ຍິງ ​ເຂົ້າ​ຮຽນຕໍ່​ຢູ່​ມະຫາວິທະຍາ​ໄລ​ຕ່າງໆ​ໃນ​ທົ່ວ​ປະ​ເທດ

ຫ້າມ​ນັກ​ສຶກສາ​ຍິງ ​ເຂົ້າ​ຮຽນຕໍ່​ຢູ່​ມະຫາວິທະຍາ​ໄລ​ຕ່າງໆ​ໃນ​ທົ່ວ​ປະ​ເທດ

Published on

ໃນວັນທີ 20 ທັນວາ 2022 ຜ່ານມາ, ລັດຖະບານ​ອັຟກາ​ນິສຖານ ນຳພາ​ໂດຍກຸ່ມຕາ​ລີ​ບັນ ​ໄດ້​ອອກຄຳສັ່ງຫ້າມ​ນັກ​ສຶກສາ​ຍິງ​ເຂົ້າ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ເຮັດໃຫ້ຖືກສຽງວິພາກວິຈານຈາກສາກົນຢ່າງຫຼວງຫຼາຍ, ລວມ​ທັງ​ສະ​ຫະ​ປະ​ຊາ​ຊາດ ແລະ ສະຫະລັດ ໂດຍຄຳ​ສັ່ງ​ທີ່​ອອກ​ໂດຍ​ກຸ່ມ​ຕາ​ລີ​ບັນ ນັບ​ຕັ້ງ​ແຕ່​ວັນ​ອັງຄານ​ຜ່ານ​ມາ​ນີ້ ມີ​ການລະບຸ​ວ່າ ຫ້າມ​ນັກ​ຮຽນ​ຍິງ​ເຂົ້າ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ ແບບບໍ່ມີກຳໜົດ ຈົນ​ກວ່າ​ະມີຄຳສັ່ງລ້າງ ຫຼື ປ່ຽນ​ແປງເປັນຢ່າງອື່ນ.

ເຊິ່ງເປັນການເມີດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ກຸ່ມ​ຕາ​ລີ​ບັນ​ໄດ້​ໃຫ້ໄວ້ກັບນານາຊາດ, ຫຼັງ​ຈາກ​ກຸ່ມ​ດັ່ງກ່າວ​ໄດ້​ຄືນ​​ອຳນາດ​ໃນ​ກາງ​ເດືອນ​ສິງຫາ​ປີ 2021, ​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ມັນ​ຈະ​ບໍ່​ຕັດ​ສິດ​ດ້ານ​ການ​ສຶກສາ​ຂອງ​ຜູ້ຍິງ​ຄື​ກັນ​ໃນ​ໄລຍະ​ທີ່​ກຸ່ມ​ຕາ​ລີ​ບານ​ເຄີຍມີອຳນາດການປົກຄອງ​ອັຟກາ​ນີສຖານ​ໃນ​ລະຫວ່າງ​ປີ 1996 ຫາ 2001.

ກຸ່ມຕາ​ລີ​ບັນ​ໄດ້​ອອກ​ຄຳ​ສັ່ງ​ເພີ່ມ​ເຕີມ ດ້ວຍການຫ້າມແມ່ຍິງເຮັດວຽກເປັນຄູສອນຢູ່ໂຮງຮຽນ ແລະ ມະຫາວິທະຍາໄລໃນທົ່ວປະເທດ ກັບເຂົ້າໄປເຮັດວຽກເຊັ່ນດຽວກັນ.

ທາງດ້ານ ທ່ານ Anthony Blinken ລັດຖະມົນຕີການຕ່າງປະເທດສະຫະລັດ ກ່າວໃນຖະແຫຼງການວ່າ: ກຸ່ມຕາລີບັນບໍ່ຖືກຮັບຮູ້ຢ່າງຖືກກົດໝາຍວ່າເປັນສະມາຊິກຂອງປະຊາຄົມສາກົນ ຈົນກວ່າສິດທິຂອງປະຊາຊົນທັງໝົດໃນອັຟການິສຖານຈະຖືກເຄົາລົບນັບຖື. ມັນຍັງລະບຸວ່າ ການ​ຕັດສິນ​ໃຈ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ກຸ່ມ​ຕາ​ລີ​ບັນ​ປະສົບ​ຜົນ​ສະທ້ອນ​ຢ່າງ​ແນ່ນອນ.

ແຫຼ່ງຂ່າວ: PPTV

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...