Homeຂ່າວທ້ອງຖິ່ນທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ ແຂວງຈຳປາສັກ

ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ ແຂວງຈຳປາສັກ

Published on

ໃນວັນທີ 6 ທັນວາ 2022 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງແຂວງຈຳປາສັກ ພ້ອມທັງ ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ແລະ ສະມາຄົມສົ່ງເສີມການຜະລິດ ຈຳນວນໜຶ່ງ ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະ ຮ່ວມເຄື່ອນໄຫວເຮັດວຽກ ຂອງທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ການພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງຂອງແຂວງ, ກ່ອນອື່ນ ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ທີ່ພົ້ນເດັ່ນ ໃນໄລຍະ 11 ເດືອນຜ່ານມາ ເຫັນວ່າ: ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ ຕາມທິດທີ່ກຳນົດໄວ້ ໂດຍສາມາດລະດົມທຶນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄດ້ລື່ນແຜນ 8,8%, ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ລື່ນແຜນ 4%, ສາມາດປະຕິບັດໄດ້ເກີນດູນການຄ້າ ປະມານ 88 ລ້ານໂດລາ, ພ້ອມດຽວກັນນັ້ນ ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍ່ມີທ່າອ່ຽງດີຂຶ້ນກວ່າເກົ່າ ໂດຍສະເພາະ ການເກັບລາຍຮັບເຂົ້າງົບປະມານ, ການອັດການຮົ່ວໄຫຼຂອງງົບປະມານ, ການປະຢັດມັດທະຍັດ ຕ້ານການຟູມເຟືອຍ, ການຜະລິດສິນຄ້າ ເພື່ອຫຼຸດຜ່ອນການນຳເຂົ້າ ແລະ ອື່ນໆ. ​ສຳລັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ກໍມີການຫັນປ່ຽນດີຂຶ້ນກວ່າເກົ່າຫຼາຍ.

ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ການນຳຫຼັກແຫຼ່ງຂອງແຂວງ ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງ ສະພາບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ. ອັນສຳຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກໃຫ້ການນຳຫຼັກແຫຼ່ງຂອງແຂວງ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ສຸມໃສ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ໃຫ້ພຽງພໍ ແລະ ກາຍເປັນສິນຄ້າສົ່ງອອກ ໃຫ້ຫຼາຍກວ່າເກົ່າ ເພື່ອຫຼຸດຜ່ອນ ແລະ ດູນດ່ຽງ ການນຳເຂົ້າສິນຄ້າ; ສືບຕໍ່ປະຕິບັດແຜນການ ດ້ານຂະບວນການ ແລະ ເທດສະການຕ່າງໆ ຂອງແຂວງ-ບັນດາເມືອງ ເພື່ອຊຸກຍູ້ສົ່ງເສີມການຜະລິດ, ການບໍລິການ, ການທ່ອງທ່ຽວ, ການຈໍາໜ່າຍສິນຄ້າ ແລະ ການພົວພັນຮ່ວມມື ກັບບັນດາທ້ອງຖິ່ນ ຂອງປະເທດໃກ້ຄຽງ; ສືບຕໍ່ປັບປຸງ ການບໍລິການ ຢູ່ບັນດາດ່ານ ເຂົ້າ-ອອກ ທີ່ເຊື່ອມຕໍ່ກັບບັນດາປະເທດໃກ້ຄຽງ; ສຸມໃສ່ການເກັບລາຍຮັບ ປີ 2022 ໃຫ້ໄດ້ຕາມແຜນ ພ້ອມທັງເອົາໃຈໃສ່ໃນການສ້າງ ແລະ ຈັດຕັ້ງປະຕິບັດແຜນການເກັບລາຍຮັບ ເຂົ້າງົບປະມານແຫ່ງລັດ ໃນປີ 2023 ເພື່ອສູ້ຊົນໃຫ້ແຂວງ ສືບຕໍ່ເປັນແຂວງກຸ້ມຕົນເອງ ທາງດ້ານລາຍຈ່າຍງົບປະມານ; ເອົາໃຈໃສ່ປະເມີນ ແລະ ຈັດລຽງບູລິມະສິດ ໂຄງການທີ່ຈະສືບຕໍ່ ແລະ ລົງທຶນໃໝ່ ຢູ່ພາຍໃນແຂວງ ເພື່ອເຮັດໃຫ້ການປະຕິບັດແຜນລາຍຈ່າຍ ມີປະສິດທິພາບ ແລະ ປະສິດທິຜົນສູງ, ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາຕົວຈິງ; ສົມທົບກັບກະຊວງທີ່ກ່ຽວຂ້ອງ ໃນການພັດທະນາວຽກງານດ້ານຕ່າງໆ ຢູ່ບາງເຂດບໍລິເວນຊາຍແດນ ໃຫ້ມີຄວາມຄືບໜ້າເປັນກ້າວໆ, ລວມທັງ ການພັດທະນາພື້ນຖານໂຄງລ່າງ ຢູ່ພາຍໃນແຂວງ ທີ່ເປັນໂຄງການໃຫຍ່; ປະເມີນ ແລະ ຄົ້ນຄວ້າພິຈາລະນາ ເພື່ອຢຸດຕິບັນດາໂຄງການລົງທຶນ ທີ່ເຫັນວ່າ ບໍ່ມີປະສິດທິຜົນ ແລ້ວຫັນໄປນຳໃຊ້ພື້ນທີ່ດັ່ງກ່າວ ທຳການຜະລິດ, ການທ່ອງທ່ຽວ ແລະ ການບໍລິການອື່ນໆ ທີ່ຈະເກີດປະໂຫຍດສູງກວ່າ.

ໃນມື້ດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າພາກ ຂອງບໍລິສັດ ຈະເລີນເຊກອງ ພະລັງງານຈຳກັດ ທີ່ເມືອງປາກຊ່ອງ ພ້ອມທັງ ຢ້ຽມຢາມສະມາຄົມສົ່ງເສີມຊາປາກຊ່ອງ ທີ່ບ້ານຫຼັກ 45, ເມືອງປາກຊ່ອງ ຕື່ມອີກ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...