Homeຂ່າວພາຍ​ໃນແຈ້ງເຕືອນ ບໍ່ໃຫ້ຕົກເປັນເຫຍື່ອ ຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ

ແຈ້ງເຕືອນ ບໍ່ໃຫ້ຕົກເປັນເຫຍື່ອ ຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ

Published on

ຫຼ້າສຸດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ແຈ້ງເຕືອນປະຊາຊົນລາວບັນດາເຜົ່າ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຖືກເອົາປຽບຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ ແລະ ຮຽກຮ້ອງເຖິງແຮງງານລາວ ຢ່າຫຼົງເຊື່ອ ການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ ແບບຜິດກົດໝາຍ ແລະ ຜິດຕໍ່ລະບຽບການຈັດສົ່ງແຮງງານ, ເນື່ອງຈາກ ໄລຍະຜ່ານມາ ແລະ ປະຈຸບັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ກວດພົບມີບາງ ບໍລິສັດ ແລະ ບຸກຄົນ, ນິຕິບຸກຄົນ ທີ່ເຄື່ອນໄຫວ ຊັກຊວນແຮງງານລາວໄປເຮັດວຽກຢູ່ ສ. ເກົາຫລີ ໂດຍບໍ່ໄດ້ຮັບອະນຸຍາດຈາກ ກົມການຈັດຫາງານ ກະຊວງ ຮສສ, ເຊິ່ງໄດ້ມີການໂຄສະນາຜ່ານສື່ສັງຄົມອອນລາຍ ແລະ ຂົນຂວຍ ໃນຮູບແບບຕ່າງໆ ກໍເຫັນວ່າ ມີຫຼາຍໆບໍລິສັດ, ບາງບຸກຄົນ ທີ່ມີການເຄື່ອນໄຫວລັກສະນະດຽວກັນ ແບບບໍ່ຖືກຕ້ອງ,ສຳລັບບຸກຄົນ ຫຼື ນິຕິບຸກ ຄົນ ຫາກເຄື່ອນໄຫວຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ໂດຍບໍ່ຜ່ານການອານຸຍາດຈາກລັດຖະບານ, ກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແມ່ນຜິດຕໍ່ດຳລັດ ເລກທີ 245/ລບ ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ມາດຕາທີ 12 ແລະ ການກະທຳດັ່ງກ່າວ ຍັງຜິດຕໍ່ກັບຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວິສາຫະກິດ ບໍລິ ການຈັດຫາງານສະບັບເລກທີ 1050/ຮສສ, ລົງວັນທີ 25 ມີນາ 2022 ມາດຕາທີ 51 ຈະຖືກກ່າວເຕືອນປັບໃໝ ແລະ ຖອນທະບຽນວິສະຫະກິດ ຫຼື ຮ້າຍແຮງແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍ.

ດັ່ງນັ້ນ ເພື່ອເປັນການປ້ອງກັນສິດ ແລະ ຜົນປະໂຫຍດ ແລະ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ, ກະຊວງ ຈຶ່ງໄດ້ອອກເຕືອນສັງຄົມຕື່ມ ແລະ ສຳລັບຜູ້ໃດມີຄວາມສົນໃຈຢາກໄປເຮັດວຽກ ຢູ່ປະເທດ ສ.ເກົາຫລີ ຫຼື ຢູ່ພາຍໃນປະເທດ.

ສາມາດເຂົ້າມາພົວພັນກັບ ກົມການຈັດຫາງານ ກະຊວງ ຮສສ ແລະ ຖ້າຢູ່ຕ່າງແຂວງໃຫ້ຕິຕໍ່ພົວພັນກັບ ພະແນກແຮງງານແຂວງ, ນະຄອນຫຼວງ ເທົ່ານັ້ນ (ໃນໂມງລັດຖະການ).

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...