spot_img
Homeລົດຍົນ-ຍານພາຫະນະRANGE ROVER ແລະ RANGE ROVER SPORT ໄດ້ຮັບຄະແນນດ້ານຄວາມປອດໄພຈາກໂຄງການ Euro NCAP

RANGE ROVER ແລະ RANGE ROVER SPORT ໄດ້ຮັບຄະແນນດ້ານຄວາມປອດໄພຈາກໂຄງການ Euro NCAP

Published on

Range Rover ແລະ Range Rover Sport ຮູບໂສມໃໝ່ ປະສົມປະສານໄປດ້ວຍຄວາມສະດວກສະບາຍແບບຫຼູຫຼາມີລະດັບ ແລະ ສະມັດຖະພາບການຂັບຂີ່ດ້ວຍຄວາມປອດໄພທີ່ເປັນເລີດ.

  • ລະບົບຄວາມປອດໄພທີ່ໄດ້ຮັບການຍົກລະດັບຂຶ້ນ: Range Rover ແລະ Range Rover Sport ຮູບໂສມໃໝ່ ໄດ້ຮັບຄະແນນດ້ານຄວາມປອດໄພ ຈາກໂຄງການ Euro NCAP ໃນລະດັບສຸງສຸດເຖິງຫ້າດາວ.
  • ການປົກປ້ອງ ແລະ ຄວາມປອດໄພ: Range Rover ທີ່ຊະນະລາງວັນ ແມ່ນໄດ້ຮັບຄະແນນການປົກປ້ອງຜູ້ໂດຍສານເດັກເຖິງ 87 ສ່ວນຮ້ອຍ ແລະ Range Rover Sport ໄດ້ຮັບຄະແນນການປົກປ້ອງຜູ້ໂດຍສານເຖິງ 85 ສ່ວນຮ້ອຍ
  • ລະບົບ ADAS: ທັງສອງລຸ້ນໄດ້ຮັບຄະແນນໃນໝວດໝູ່ການຊ່ວຍເຫຼືອດ້ານຄວາມປອດໄພເຖິງ 82 ສ່ວນຮ້ອຍ ຊຶ່ງມາພ້ອມກັບຊຸດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂັ້ນສູງ (ADAS)
  • ລະບົບຂັບເຄື່ອນດ້ວຍໄຟຟ້າ: Range Rover ແລະ Range Rover Sport ມາພ້ອມກັບລະບົບຂັບເຄື່ອນດ້ວຍໄຟຟ້າແບບປຣັກອິນ (Plug-in) ເພື່ອປະສິດທິພາບ ແລະ ການປັບແຕ່ງທີ່ສູງຂຶ້ນ.

ໃນວັນທີ 16 ພະຈິກ 2022 ທີ່ເມືອງເກດອນ, ປະເທດອັງກິດ ໄດ້ມີການເປີດໂຕລົດ Range Rover ແລະ Range Rover Sport ຮູບໂສມໃໝ່ ຊຶ່ງທັງສອງລຸ້ນລ້ວນແລ້ວແຕ່ໄດ້ຮັບຄະແນນປະເມີນດ້ານຄວາມປອດໄພ ຈາກໂຄງການ Euro NCAP ໃນລະດັບສຸງສຸດເຖິງຫ້າດາວ. ລົດຍົນ SUV ທີ່ສຸດຫຼູຫຼາທັງສອງລຸ້ນໄດ້ຮັບການພັດທະນາຂຶ້ນມາຈາກຄວາມຊ່ຽວຊານທີ່ສະສົມມາກວ່າ 50 ປີ  ເພື່ອມອບເນື້ອທີ່ຢ່າງກວ້າງຂວາງ, ຄວາມປານີດ ແລະ ປອດໄພໃນທຸກສະພາບເສັ້ນທາງ.

ລົດຍົນທັງສອງລຸ້ນຍັງມາພ້ອມກັບລະບົບປັບອາກາດ Cabin Air Purification Pro2  ຊຶ່ງເປັນລະບົບທີ່ເລີ່ມບຸກເບີກມາເພື່ອຍົກລະດັບຄຸນນະພາບຂອງອາກາດຂຶ້ນໄປອີກລະດັບ. ບໍ່ສະເພາະແຕ່ກອງຝຸ່ນ PM2.5 ແຕ່ເຕັກໂນໂລຊີນາໂນເອັກ (Nanoe™-X) ຍັງສາມາດຫຼຸດຜ່ອນກິ່ນອັບ, ເຊື້ອແບັກທີເຣຍ ແລະ ສານກໍ່ພູມແພ້ໄດ້ຢ່າງຫຼວງຫຼາຍ. ລະບົບດັ່ງກ່າວຊ່ວຍຍົກດັບຄວາມສະບາຍ ແລະ ຄວາມຕື່ນຕົວຂອງຜູ້ຂັບຂີ່ ດ້ວຍການກວດສອບລະດັບ CO₂ ຢູ່ພາຍໃນຫ້ອງໂດຍສານ ແລະ ດູດເອົາອາກາດບໍລິສຸດຈາກພາຍນອກເຂົ້າມາເມື່ອມີຄວາມຈຳເປັນ. ຄວາມເຂັ້ມຂຸ້ນຂອງ CO₂ ມີສ່ວນເຮັດໃຫ້ຜູ້ຂັບຂີ່ເກີດອາການເຫງົານອນ ດ້ວຍເຫດນັ້ນລະບົບຈຶ່ງຊ່ວຍໃຫ້ຜູ້ຂັບຂີ່ມີລະດັບຄວາມຕື່ນຕົວຢູ່ສະເໝີ.

ສຳລັບບັນດາທ່ານທີ່ສົນໃຈ The New Range Rover ແລະ The New Range Rover Sport ສາມາດເຂົ້າມາສຳຜັດລົດຕົວຈິງ ແລະ ຈອງທົດລອງຂັບໄດ້ແລ້ວມື້ນີ້ ທີ່ຫ້ອງຂາຍ ຈາກົວ ແລນໂຣເວີ ລາວ.

ສະຖານທີ່ຕັ້ງຢູ່: ຖະໜົນກຳແພງເມືອງ, ບ້ານ ໂພນທັນ, ເມືອງ ໄຊເຊດຖາ, ນະຄອນຫຼວງວຽງຈັນ.

ສອບຖາມຂໍ້ມູນເພີ່ມເຕີມໂທ: +85620 58888197.

Facebook: Land Rover

ສຶກສາຂໍ້ມູນລົດເພີ່ມເຕີມໄດ້ທີ່: https://www.landroverlaos.com/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...