spot_img
Homeຂ່າວຕ່າງປະເທດກຳປູເຈຍຫ້າມໃຫ້ມຽນມາເຂົ້າຮ່ວມກອງປະຊຸມລັດຖະມົນກະຊວງປ້ອງກັນປະເທດອາຊຽນ

ກຳປູເຈຍຫ້າມໃຫ້ມຽນມາເຂົ້າຮ່ວມກອງປະຊຸມລັດຖະມົນກະຊວງປ້ອງກັນປະເທດອາຊຽນ

Published on

ແຫຼ່ງຂ່າວທາງການຂອງກຳປູເຈຍໄດ້ລາຍງານວ່າ: ປະທານອາຊຽນ ກຳປູເຈຍ ບໍ່ເຊີນທ່ານ ພົນເອກ ເຈນ ທຸນ ອູ (Gen Tun Oo) ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງລັດຖະບານທະຖານມຽນມາ ເຂົ້າຮ່ວມກອງປະຊຸມລັດຖະມົນກະຊວງປ້ອງກັນປະເທດອາຊຽນ (Asean Defence Ministers’ Meeting ຫຼື ADMM) ທີ່ໄດ້ຍົກເລີກ ຢູ່ນະຄອນສຽມລຽບ ກຳປູເຈຍ ເນື່ອງຈາກຍັງບໍ່ພົບຄວາມຄືບໜ້າທາງດ້ານສັນຕິພາບໃນມຽນມາເລີຍ.

ນີ້ແມ່ນເທື່ອທຳອິດທີ່ ທ່ານ Gen T un Oo ບໍ່ໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມລັດຖະມົນກະຊວງປ້ອງກັນປະເທດອາຊຽນ ຄັ້ງທີ່ 16 ໃນກຸງພະນົມເປັນໃນເດືອນມິຖຸນາ.

ແຕ່ທ່ານ ຊໍ ຊໍ ໂຊ (Zaw Zaw Soe) ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ປະ​ເທດມຽນມາ ​ຮອງ​ຫົວໜ້າ​ກົມ​ພົວພັນການ​ຕ່າງປະ​ເທດ​ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ (ADSOM) ​ແລະ (ADSOM-Plus) ທີ່​ນະຄອນ​ພະນົມ​ເປັນ​ໃນ​ເດືອນ​ພຶດສະພາ.

ຢ່າງໃດກໍຕາມ ທ່ານ ພົນເອກ Tea Banh ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ໄດ້ຕັດສິນໃຈ ເຊື້ອເຊີນຜູ້ຕາງໜ້າທີ່ບໍ່ກ່ຽວຂ້ອງກັບການເມືອງ ໃຫ້ເປັນຕົວແທນຂອງລັດຖະບານທະຫານມຽນມາ ໃນກອງປະຊຸມລັດຖະມົນກະຊວງປ້ອງກັນປະເທດອາຊຽນທີ່ໄດ້ຍົກເລີກໄປ.

ແຫຼ່ງຂ່າວຈາກ Khmer Times

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...